ຂປລ
ກະຊວງນິເວດວິທະຍາ ແລະ ສິ່ງແວດລ້ອມຂອງສປຈີນ ລາຍງານວ່າ: ສປຈີນ ດໍາເນີນການກໍ່ສ້າງ ຊຸມຊົນປອດໄພສຽງດັງ(ຊຸມຊົນງຽບສະຫງົບ) ທົ່ວປະເທດຈຳນວນ 2.132 ແຫ່ງ ຊຶ່ງເປັນສ່ວນໜຶ່ງຂອງຄວາມພະຍາຍາມ ແກ້ໄຂບັນຫາມົນລະພິດທາງສຽງ.
ຂປລ.ສຳນກັຂ່າວ ຊິນຮວາຂອງ ສປຈີນ, ເມື່ອບໍ່ດົນມານີ້ ກະຊວງນິເວດວິທະຍາ ແລະ ສິ່ງແວດລ້ອມຂອງສປຈີນ ລາຍງານວ່າ: ສປຈີນ ດໍາເນີນການກໍ່ສ້າງ ຊຸມຊົນປອດໄພສຽງດັງ(ຊຸມຊົນງຽບສະຫງົບ) ທົ່ວປະເທດຈຳນວນ 2.132 ແຫ່ງ ຊຶ່ງເປັນສ່ວນໜຶ່ງຂອງຄວາມພະຍາຍາມ ແກ້ໄຂບັນຫາມົນລະພິດທາງສຽງ.
ແຜນລິເລີ່ມນີ້ ແນໃສ່ສ້າງທີ່ຢູ່ອາໄສ ທີ່ມີສຽງລົບກວນຫລຸດລົງ ເພື່ອຜູ້ຢູ່ອາໄສ ນອນລັບຢ່າງມີຄຸນນະພາບ ຫລາຍຂຶ້ນ ຊຶ່ງເປັນການແກ້ໄຂໜຶ່ງໃນຂໍ້ຮຽກຮ້ອງກ່ຽວກັບສະພາບແວດລ້ອມ ທີ່ພົບຫລາຍທີ່ສຸດໃນພື້ນທີ່ເມືອງ, ໂດຍກະຊວງໄດ້ຂະຫຍາຍເຄືອຂ່າຍເຝົ້າຕິດຕາມ ສຽງລົບກວນດ້ວຍການຕິດຕັ້ງສະຖານີເຝົ້າຕິດຕາມ ອັດຕະໂນມັດ 4.005 ແຫ່ງ ໃນເມືອງລະດັບແຄວ້ນຂຶ້ນໄປ 338 ແຫ່ງ ຄິດໄລ່ເຖິງທ້າຍປີ 2024.
ຂະນະດຽວກັນ ມີການຈັດສະຖານປະກອບການ ອຸດສາຫະກຳຢູ່ພາຍໃຕ້ລະບົບອະນຸຍາດການປ່ອຍສຽງລົບກວນປະມານ 1,77 ແສນແຫ່ງ ຊຶ່ງຄາດວ່າ ຈະຄວບຄຸມທັງໝົດ ພາຍໃນທ້າຍປີ 2025./.
KPL