ສາຍການບິນຫວຽດເຈັດ ມອບສ່ວນຫລຸດ 50% ສຳລັບນັກທ່ອງທ່ຽວຕ່າງປະເທດ

21/01/2025 17:35
Email Print 966
ຂປລ ສາຍການບິນຫວຽດເຈັດ (Vietjet ) ມອບສ່ວນຫລຸດ 50% ສໍາລັບຄ່າໂດຍສານລະຫວ່າງປະເທດໄປຫວຽດນາມລວມທັງເສັ້ນທາງວຽງຈັນ ຫາ ນະຄອນໂຮ່ຈີ່ມິງ/ຮ່າໂນ້ຍໃຫ້ນັກທ່ອງທ່ຽວຕ່າງປະເທດ ໄດ້ມີໂອກາດສຳຜັດບັນຍາກາດຄວາມສວຍງາມຂອງຫວຽດນາມໃນລະດູໃບໄມ້ປົ່ງ

ຂປລ. ສາຍການບິນຫວຽດເຈັດ (Vietjet ) ມອບສ່ວນຫລຸດ 50% ສໍາລັບຄ່າໂດຍສານລະຫວ່າງປະເທດໄປຫວຽດນາມລວມທັງເສັ້ນທາງວຽງຈັນ ຫາ ນະຄອນໂຮ່ຈີ່ມິງ/ຮ່າໂນ້ຍໃຫ້ນັກທ່ອງທ່ຽວຕ່າງປະເທດ ໄດ້ມີໂອກາດສຳຜັດບັນຍາກາດຄວາມສວຍງາມຂອງຫວຽດນາມໃນລະດູໃບໄມ້ປົ່ງ ເຊິ່ງມີໃຫ້ບໍລິການໃນທຸກໆວັນສຸກ. ເລີ່ມແຕ່ມື້ນີ້ຈົນເຖິງວັນທີ 7 ກຸມພາ 2025, ຜູ້ໂດຍສານຈະໄດ້ຮັບສ່ວນຫລຸດ 50% ສໍາລັບປີ້ຊັ້ນປະຢັດ (ເປັນໄປຕາມຂໍ້ກໍານົດ ແລະ ເງື່ອນໄຂ, ບໍ່ລວມພາສີ ແລະ ຄ່າທຳນຽມ) ເຊິ່ງມີໃຫ້ບໍລິການທຸກວັນສຸກສຳລັບການເດີນທາງລະຫວ່າງວັນທີ 10 ກຸມພາ ຫາ 31 ມີນາ 2025 (ຂຶ້ນກັບຈຳນວນທີ່ນັ່ງຫວ່າງ) ຈອງໄດ້ງ່າຍໆຜ່ານ www.vietjetair.com ຫລື ແອັບມືຖື Vietjet Air.

ຫວຽດ​ນາມເປັນປະ​ເທດ​ທີ່​ມີ​​ທຳ​ມະ​ຊາດງົດງາມ, ວັດທະນະທໍາທີ່ຫລາກຫລາຍ ແລະ ທິວທັດເມືອງທີ່ສົດໃສ ເຮັດໃຫ້ເປັນຈຸດຫມາຍປາຍທາງທີ່ໜ້າຕື່ນເຕັ້ນສໍາລັບນັກທ່ອງທ່ຽວຕ່າງປະເທດທີ່ຫາບ່ອນພັກຜ່ອນທີ່ໜ້າປະທັບໃຈ ໂດຍມີ​ທະ​ເລ​ທີ່​ສວຍ​ງາມ​ຢູ່ດາ​ນັງ, ຍາ​ຈາງ ຫລື ຝູ໋ກວກ ຈົນເຖິງ​ເຂດ​ມໍ​ລະ​ດົກ​ໂລກ​ຂອງ UNESCO ເຊັ່ນ: ອ່າວ ຮ່າ​ລອງ, ນິງບິ່ງ, ໂຮ້ຍ​ອານ ແລະ ເຫ້ວ, ສະ​ເໜ່​ຂອງ​ນະ​ຄອນ​ຫລວງ​ຮ່າ​ໂນ້ຍ ແລະ ຖະໜົນຫົນທາງທີ່ຄຶກຄັກຂອງນະຄອນໂຮ່ຈີ່ມິງ ປະເທດຫວຽດນາມ ທີ່ຕອບສະໜອງຄວາມຕ້ອງການຂອງນັກທ່ອງທ່ຽວທຸກປະເພດ ບໍ່ວ່າທ່ານກຳລັງຊອກຫາການພັກຜ່ອນ, ການຜະຈົນໄພ ຫລື ການຮັບປະທານອາຫານດີເລີດ. ນັກທ່ອງທ່ຽວຈາກລາວສາມາດເດີນທາງໄປນະຄອນໂຮ່ຈີ່ມິງ ແລະ ຮ່າໂນ້ຍ ເຊິ່ງ​ແມ່ນ​ສອງ​ນະຄອນ​ໃຫຍ່​ທີ່​ສຸດ​ຂອງ​ຫວຽດນາມ ດ້ວຍຖ້ຽວບິນໂດຍກົງປະຈໍາວັນຂອງ Vietjet. ຈາກນັ້ນ, ຈຶ່ງສຳຫລວດຈຸດໝາຍປາຍທາງຫລາກຫລາຍແຫ່ງທົ່ວຫວຽດນາມ ດ້ວຍເຄືອຂ່າຍການບິນພາຍໃນປະເທດທີ່ກວ້າງຂວາງ. Vietjet ພູມໃຈໃນການສະເໜີຄ່າໂດຍສານທີ່ປະຢັດ ແລະ ມີຄວາມມຸ່ງໝັ້ນສັນຍາດ້ານຄວາມປອດໄພ ພ້ອມທັງການບໍລິການທີ່ດີເລີດ ເພື່ອສຳຜັດປະສົບການການເດີນທາງສູງສຸດ.

ນອກຈາກ​ນີ້, Vietjet ຍັງ​ໄດ້​ເປີດ​ນຳ​ໃຊ້ເສັ້ນທາງ​ການ​ບິນ​ໂດຍ​ກົງໃໝ່ 4 ເສັ້ນທາງ ​ລະຫວ່າງ​ຮ່າ​ໂນ້ຍ ແລະ ນະຄອນ​ໂຮ່ຈີ່​ມິງ ​ໄປ​ຍັງ​ປັກ​ກິ່ງ ​ແລະ ກວາງ​ໂຈ່​ວ ເຊິ່ງເລີ່ມຕັ້ງແຕ່ວັນທີ 30 ມີນາ 2025 ເປັນຕົ້ນໄປ, ສາມາດຈອງປີ້ໄດ້ຜ່ານທຸກຊ່ອງທາງການຂາຍໃນລາຄາໂປຣໂມຊັນ. ເສັ້ນ​ທາງ​ໃໝ່​ໄດ້​ເສີມ​ຂະ​ຫຍາຍ​ການ​ບໍ​ລິ​ການ​ຖ້ຽວ​ບິນ​ຫວຽດ​ນາມ - ຈີນ ທີ່​​ຂະ​ຫຍາຍ​ເຕີບໂຕ​ຂອງ Vietjet ​ເຮັດ​ໃຫ້ນັກ​ທ່ອງ​ທ່ຽວ​ຈາກ​ທົ່ວ​ໂລກ​ທີ່​ຢາກ​ໄປ​ທ່ອງ​ທ່ຽວ​ຈີນ​ມີ​ຄວາມ​ສະດວກ​ສະບາຍ​ຂຶ້ນ​ ແລະ ​ປະຢັດຂຶ້ນ. ການເພີ່ມຖ້ຽວບິນໃໝ່ນີ້​ຈະ​ເພີ່ມ​ຖ້ຽວ​ບິນ​ໄປກັບ​ປະ​ຈຳ​ອາ​ທິດ 24 ຖ້ຽວ​ ຕໍ່ອາທິດໃນ​ເຄືອ​ຂ່າຍ​ຖ້ຽວ​ບິນ​ທີ່​ເພີ່ມ​ຂຶ້ນ​ລະ​ຫວ່າງ​ຫວຽດ​ນາມ ແລະ ຈີນ. ສິ່ງນີ້​ຈະ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ຂອງ​ສາຍ​ການບິນ​ທົ່ວ​ໂລກ​ຂອງ Vietjet ແລະ​ ຈະ​ແມ່ນ​ສາຍ​ການບິນ​ຫວຽດນາມ​ທຳ​ອິດ​ທີ່​ບິນ​ໄປ​ສະໜາມ​ບິນ​ສາກົນ​ປັກ​ກິ່ງ ເຊິ່ງເປັນ​ສູນ​ກາງ​ການບິນ​ທີ່​ທັນ​ສະ​ໄໝ ​ແລະ ​ເປັນ​ປະຕູ​ສາກົນ​ທີ່​ສຳຄັນ​ຂອງ​ນະຄອນຫລວງ​ຂອງ​ຈີນ.

Vietjet ຍັງມີເຮືອບິນ Airbus ລຸ້ນໃໝ່ທີ່ປະຢັດນ້ຳມັນ ແລະໄດ້ຮັບການຍົກຍ້ອງໃຫ້ເປັນສາຍການບິນທີ່ປອດໄພທີ່ສຸດໃນໂລກໃນປີ 2025 ໂດຍ AirlineRatings ເຊິ່ງເປັນບໍລິສັດແຖວໜ້າດ້ານຄວາມປອດໄພຂອງສາຍການບິນ ແລະ ຜະລິດຕະພັນສາຍການບິນແຖວໜ້າ ເຊິ່ງຈະໄດ້ຄະແນນຄວາມປອດໄພລະດັບ 7 ດາວ. ດັ່ງນັ້ນ, ນັກທ່ອງທ່ຽວຈຶ່ງຮູ້ສຶກສະບາຍໃຈຕະຫລອດການເດີນທາງ.

 

 

KPL

ຂ່າວອື່ນໆ

    • ສອງ​ກະ​ຊວງວັດ​ທະ​ນະ​ທຳ ລາວ-ຫວຽດ​ນາມ ຮັດ​ແໜ້ນ​ການ​ຮ່ວມ​ມື​ສອງ​ຝ່າຍວັດທະນະທຳ-ສັງຄົມ

      ສອງ​ກະ​ຊວງວັດ​ທະ​ນະ​ທຳ ລາວ-ຫວຽດ​ນາມ ຮັດ​ແໜ້ນ​ການ​ຮ່ວມ​ມື​ສອງ​ຝ່າຍ

      5/13/2026 10:47:45 AM

      ພິທີພົບປະສອງຝ່າຍ ລະຫວ່າງ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ແຫ່ງ ສປປ ລາວ ແລະ ກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ແຫ່ງ ສສ ຫວຽດນາມ ຈັດຂຶ້ນໃນວັນທີ 12 ພຶດສະພາ 2026 ຢູ່ນະຄອນຫລວງວຽງຈັນ,

    • ບໍລິສັດ ເບຍລາວ ຈຳກັດ ເປີດໂຄງການຂະຫຍາຍກຳລັງການຜະລິດໄລຍະຍາວ LDP1ວັດທະນະທຳ-ສັງຄົມ

      ບໍລິສັດ ເບຍລາວ ຈຳກັດ ເປີດໂຄງການຂະຫຍາຍກຳລັງການຜະລິດໄລຍະຍາວ LDP1

      4/9/2026 9:37:49 PM

      ຂປລ. ພິທີເປີດນໍາໃຊ້ໂຄງການຂະຫຍາຍກຳລັງການຜະລິດໄລຍະຍາວ ບໍລິສັດ ເບຍລາວ ຈຳກັດ ໄລຍະທີ 1 (LDP1) ຂັບເຄື່ອນການເຕີບໂຕແບບຍືນຍົງ ຈັດຂຶ້ນໃນວັນທີ 9 ເມສາ 2026 ຊຶ່ງໂຄງການນີ້ ເປັນສ່ວນໜຶ່ງ ຂອງແຜນພັດທະນາ 10 ປີ ບໍລິສັດ ເບຍລາວ ຈຳກັດ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຂະແໜງອຸດສາຫະກຳ ແລະ ຄວາມຄ່ອງຕົວທາງດ້ານເສດຖະກິດຂອງ ສປປ ລາວ, ພ້ອມຂັບເຄື່ອນການເຕີບໂຕແບບຍືນຍົງໃນໄລຍະໃໝ່, ໃຫ້ກຽດເຂົ້າຮ່ວມໃນພິທີມີ ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ມີ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ປະທານຄະນະກໍາມະການປົກຄອງເມືອງຫາດຊາຍຟອງ, ທ່ານເອກອັກຄະລັດຖະທູດ ແດນມາກ ປະຈຳຫວຽດ ນາມ ແລະ ສປປ ລາວ, ຮອງປະທານບໍລິຫານ ກຸ່ມບໍລິສັດ ຄາສເບີກ ພາກພື້ນອາຊີ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    •  ບິນໄປຫວຽດນາມກັບຂໍ້ສະເໜີສຸດພິເສດຈາກ ຫວຽດເຈັດ ພ້ອມຮັບໂຊກລາບວັດທະນະທຳ-ສັງຄົມ

      ບິນໄປຫວຽດນາມກັບຂໍ້ສະເໜີສຸດພິເສດຈາກ ຫວຽດເຈັດ ພ້ອມຮັບໂຊກລາບ

      3/5/2026 2:22:12 PM

      ສາຍການບິນຫວຽດເຈັດ (Vietjet) ໄດ້ເຊີນຊວນນັກທ່ອງທ່ຽວຈາກປະເທດລາວ ສໍາຜັດກັບວັດທະນະທຳທີ່ສົດໃສ, ອາຫານທີ່ມີຊື່ສຽງລະດັບໂລກ ແລະ ທິວທັດທຳມະຊາດທີ່ສວຍງາມຂອງຫວຽດນາມ ດ້ວຍໂປຣໂມຊັນພິເສດ “ບິນກັບ Vietjet, ລຸ້ນຮັບໂຊກຄຳ” (Fly Vietjet, Strike Gold) ເຊິ່ງເລີ່ມຕັ້ງແຕ່ວັນທີ 3 ມີນາ ຫາ 19 ພຶດສະພາ 2026.

    • ຊົນເຜົ່າກຶມມຸບ້ານວຽງຄຳ ຈັດບຸນເກີຣຢ່າງຟົດຟື້ນ ວັດທະນະທຳ-ສັງຄົມ

      ຊົນເຜົ່າກຶມມຸບ້ານວຽງຄຳ ຈັດບຸນເກີຣຢ່າງຟົດຟື້ນ

      1/26/2026 1:11:12 PM

      ຂປລ. ຊົນເຜົ່າກຶມມຸ ເປັນເຜົ່າໜຶ່ງທີ່ນອນຢູ່ໃນວົງຄະນາຍາດແຫ່ງຊາດລາວ ແລະ ກໍຄ້າຍຄືກັນກັບບັນດາຊົນເຜົ່າມີເຊື້ອສາຍພົວພັນກັບຊົນຊາດຂອມ ໄດ້ຍົກຍ້າຍມາຕັ້ງຖິ່ນຖານຢູ່ເຂດໃຈກາງສຸວັນນະພູມ. ຊົນເຜົ່າກຶມມຸໄດ້ດໍາລົງຊີວິດຢູ່ບັນດາແຂວງພາກເໜືອລົງຮອດແຂວງຄໍາມວນ, ເຜົ່າກຶມມຸມີພາສາປາກເວົ້າເປັນຂອງຕົນເອງ ແລະ ຢຶດຖືຮີດຄອງປະເພນີຂອງເຜົ່າ ໂດຍໄດ້ຖືເອົາບຸນເກີຣ ຫລື ບຸນເຕ້ຍນືມເປັນບຸນປົດປີ

    • ປະທານສະພາການບໍລິຫານຍິງ ສາຍການບິນ ຫວຽດເຈັດ ໄດ້ຮັບນາມມະຍົດ ວິລະຊົນແຮງງານ ຂອງ ສສ ຫວຽດນາມວັດທະນະທຳ-ສັງຄົມ

      ປະທານສະພາການບໍລິຫານຍິງ ສາຍການບິນ ຫວຽດເຈັດ ໄດ້ຮັບນາມມະຍົດ ວິລະຊົນແຮງງານ ຂອງ ສສ ຫວຽດນາມ

      12/31/2025 5:31:46 PM

      ທ່ານນາງ ດຣ ຫງວຽນ ທິ ເຟືອງ ທາວ (Nguyen Thi Phuong Thao) ປະທານສະພາການບໍລິຫານຍິງ ສາຍການບິນຫວຽດເຈັດ (Vietjet) ໄດ້ຮັບການປະດັບນາມມະຍົດ “ວິລະຊົນແຮງງານ”

ads
ads

Top