ເຊັນສັນຍາຮ່ວມທຶນ ການສ້າງຕັ້ງບໍລິສັດ ຕະຫລາດແລກປ່ຽນເງິນຕາຕ່າງປະເທດລາວ ຈຳກັດ

08/10/2024 08:29
Email Print 1124
ຂປລ ຂປລ. ທະນາຄານແຫ່ງ ສປປ ລາວ (ທຫລ) ຈັດພິທີເຊັນສັນຍາຮ່ວມທຶນ ການສ້າງຕັ້ງບໍລິສັດ ຕະຫລາດແລກປ່ຽນເງິນຕາຕ່າງປະເທດລາວ ຈໍາກັດ ລະຫວ່າງ ທຫລ ແລະ ທະນາຄານທຸລະກິດຈຳນວນ 11 ແຫ່ງ ເພື່ອຮ່ວມລົງທຶນໃນການສ້າງຕັ້ງ ບໍລິສັດ ຕະຫລາດແລກປ່ຽນເງິນຕາຕ່າງປະເທດລາວ ຈຳກັດ ໃນວັນທີ 7 ຕຸລາ2024



ຂປລ. ທະນາຄານແຫ່ງ ສປປ ລາວ (ທຫລ) ຈັດພິທີເຊັນສັນຍາຮ່ວມທຶນ ການສ້າງຕັ້ງບໍລິສັດ ຕະຫລາດແລກປ່ຽນເງິນຕາຕ່າງປະເທດລາວ ຈໍາກັດ ລະຫວ່າງ ທຫລ ແລະ ທະນາຄານທຸລະກິດຈຳນວນ 11 ແຫ່ງ ເພື່ອຮ່ວມລົງທຶນໃນການສ້າງຕັ້ງ ບໍລິສັດ ຕະຫລາດແລກປ່ຽນເງິນຕາຕ່າງປະເທດລາວ ຈຳກັດ ໃນວັນທີ 7 ຕຸລາ2024 ໂດຍການຮ່ວມລົງນາມ ລະຫວ່າງ ທ່ານ ພານຸສັກ ແກ່ນວົງພະຈັນ ຫົວໜ້າຫ້ອງການ ທຫລ ແລະ ບັນດາທ່ານຄະນະອໍານວຍການ ຂອງ ທະນາຄານທຸລະກິດ ຈໍານວນ 11 ແຫ່ງ ໂດຍມີ ທ່ານ ນາງ ວັດທະນາ ດາລາລອຍ ຮັກສາການ ຜູ້ວ່າການ ທຫລ
, ມີຮອງຜູ້ວ່າການ ທຫລ, ຄະນະກົມກ່ຽວຂ້ອງ ຂອງ ທຫລ, ບັນດາທະນາຄານທຸລະກິດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.




ໃນພິທີ ທ່ານ ນາງ ຟອງຈິນດາ ແສງສຸລິວົງ ຫົວໜ້າກົມນະໂຍບາຍເງິນຕາ
, ທຫລ ໄດ້ນໍາສະເໜີກ່ຽວກັບຄວາມຄືບໜ້າ ໃນການສ້າງຕັ້ງຕະຫລາດ ແລກປ່ຽນເງິນຕາຕ່າງປະເທດ ວ່າ: ນັບແຕ່ຕົ້ນເດືອນ ສິງຫາ 2024 ທີ່ ທຫລ ແລະ ບັນດາທະນາຄານທຸລະກິດ ຈຳນວນ 15 ແຫ່ງ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ໃນການສ້າງຕັ້ງຕະ ຫລາດດັ່ງກ່າວ ແລະ ໄດ້ມີການພັດທະນາລະບົບແລກປ່ຽນເງິນຕາ ໃຫ້ສາມາດເຊື່ອມຕໍ່ກັບລະບົບ ຂອງບັນດາທະ ນາຄານທຸລະກິດ (ທທກ) ແລະ ມີຄວາມພ້ອມທີ່ຈະເປີດ ໃຫ້ບໍລິການແກ່ມວນຊົນ ຊຶ່ງນັບແຕ່ວັນທີ 22 ສິງຫາ 2024 ເປັນຕົ້ນມາ ໄດ້ມີການເປີດທົດລອງນໍາໃຊ້ ລະບົບແລກປ່ຽນເງິນຕາຕ່າງປະເທດ ຂອງຕະຫລາດດັ່ງກ່າວ ໂດຍຜ່ານແອັບພລິເຄຊັນ ເທິງມືຖື ຂອງ ທທກ ຈຳນວນໜຶ່ງ ທີ່ສາມາດໃຫ້ບໍລິການໃນໄລຍະທຳອິດ ແລະ ມາຮອດປັດຈຸບັນ ມີ 7 ທະນາຄານທີ່ເຂົ້າຮ່ວມໃຫ້ບໍລິການຜ່ານຕະຫລາດດັ່ງກ່າວ ຄື: ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ, ທະນາຄານສົ່ງເສີມກະສິກໍາ, ທະນາຄານເອັດທີ, ທະນາຄານບີໄອຊີ, ທະນາຄານຮ່ວມພັດທະນາ, ທະນາຄານພັດທະນາລາວ ແລະ ທະນາຄານຮ່ວມທຸລະກິດ ລາວ-ຫວຽດ. ໃນໄລຍະເລີ່ມຕົ້ນ ມີພຽງ 3 ສະກຸນ ທີ່ແລກປ່ຽນຊື້-ຂາຍ ຄື: ໂດລາສະຫະລັດ, ບາດ ແລະ ຢວນ ໂດຍບໍ່ອະນຸຍາດໃຫ້ມີການແລກປ່ຽນ ເງິນຕາຕ່າງປະເທດຂ້າມສະກຸນອື່ນ, ສາມາດນໍາໃຊ້ຜ່ານຊ່ອງທາງອອນລາຍ ເປັນຕົ້ນ ນໍາໃຊ້ຜ່ານ ແອັບພລິເຄຊັນ ເທິງມືຖື ຫລື ເວັບໄຊ, ລະບົບແມ່ນຮອງຮັບ ການເຮັດທຸລະກໍາຜ່ານ LAPNET ຊຶ່ງຈະຊ່ວຍອໍານວຍຄວາມສະດວກ ໃຫ້ແກ່ຜູ້ຊື້-ຂາຍ ເງິນຕາຜ່ານຕະຫລາດດັ່ງກ່າວ, ສາມາດດໍາເນີນການຊື້-ຂາຍຂ້າມທະນາຄານໄດ້. ການເຮັດທຸລະກໍາຊື້-ຂາຍ ຈະຮອງຮັບແຕ່ການເຮັດທຸລະກໍາ ຊື້-ຂາຍເງິນຕາແບບທັນທີ (Spot) ເທົ່ານັ້ນ. ຜ່ານການເປີດຕົວທົດລອງ ນຳໃຊ້ລະບົບດັ່ງ ກ່າວ ເຫັນວ່າ ສັງຄົມໃຫ້ຄວາມສົນໃຈ ແລະ ນຳໃຊ້ບໍລິການແລກປ່ຽນ ເງິນຕາຕ່າງປະເທດຜ່ານຕະຫລາດດັ່ງກ່າວ ເພີ່ມຂຶ້ນຢ່າງຕໍ່ເນື່ອງ.




ທ່ານ ນາງ ຟອງຈິນດາ ແສງສຸລິວົງ ຍັງໃຫ້ຮູ້ອີກວ່າ:
  ທຫລ ໄດ້ສືບຕໍ່ຮ່ວມເຮັດວຽກກັບບັນດາ ທທກ ເພື່ອກະກຽມເງື່ອນໄຂດ້ານຕ່າງໆ ໃນການເປີດບໍລິສັດຢ່າງເປັນທາງການໃນມໍ່ໆນີ້. ສະນັ້ນ
, ມາຮອດປັດຈຸບັນ, ທຫລ ໄດ້ຮັບການການຕອບຮັບ ຈາກບັນດາ ທະນາຄານທຸລະກິດ ໃນການສະແດງເຈດຈຳນົງ ຕໍ່ກັບການເຂົ້າຮ່ວມທຶນ ໃນການສ້າງຕັ້ງບໍລິສັດດັ່ງກ່າວ ຈຳນວນ 11 ແຫ່ງ ແລະ ມີ ທຫລ ເປັນໜຶ່ງໃນຜູ້ຮ່ວມທຶນນໍາ ເຮັດໃຫ້ບໍລິສັດ ຕະຫລາດແລກປ່ຽນເງິນຕາຕ່າງປະເທດລາວ ຈຳກັດ ຈະປະກອບມີຜູ້ຮ່ວມຖືຮຸ້ນທັງໝົດ 12 ພາກສ່ວນຄື: ທຫລ, ທະນາຄານການຄ້າຕ່າງປະເທດລາວມະຫາຊົນ, ທະນາຄານສົ່ງເສີມກະສິກຳ, ທະນາຄານເອັສທີ, ທະນາຄານບີໄອຊີ, ທະນາຄານ ຮ່ວມພັດທະນາ, ທະນາຄານຮ່ວມ ທຸລະກິດລາວ-ຫວຽດ, ທະນາຄານພັດທະນາລາວ, ທະນາຄານອິນໂດຈີນ, ທະນາຄານລາວ-ຝຣັ່ງ, ທະນາຄານພົງສະຫວັນ ແລະ ທະນາຄານມາຣູຮານເຈແປນລາວ.

ພາຍຫລັງການຮ່ວມເຊັນສັນຍາຮ່ວມທຶນໃນມື້ນີ້, ບັນດາຂາຮຸ້ນຕ່າງໆ ຈະຮີບຮ້ອນດຳເນີນການສ້າງຕັ້ງບໍລິ ສັດ ໃຫ້ສຳເລັດໂດຍໄວຕາມຄາດໝາຍ ແລະ ຈະເປີດບໍລິສັດ ແລະ ນຳໃຊ້ລະບົບຂອງຕະຫລາດແລກປ່ຽນເງິນຕາຕ່າງປະເທດ ຢ່າງເປັນທາງການໃນ ທ້າຍເດືອນຕຸລາ 2024 ທີ່ຈະມາເຖິງນີ້.

ຂ່າວ: ສົມຫວັງ

ພາບ: ອ່າຍຄໍາ

KPL

ຂ່າວອື່ນໆ

ads
ads

Top