ອາຊີບຕຳຫູກ ສ້າງລາຍໄດ້ 56 ລ້ານກີບຕໍ່ປີ

06/08/2024 19:41
Email Print 1274
ຂປລ ຄົນເຮົາບໍ່ວ່າຈະເຮັດອາຊີບຫຍັງກໍ່ດີຂໍພຽງມີຄວາມມັກ, ຮັກໃນອາຊີບທີ່ຕົນເຮັດບວກກັບຄວາມດຸໝັ່ນພາກພຽນແນ່ນອນວ່າ ຈະປະສົບຜົນສຳເລັດໄດ້ເໝືອນດັ່ງ ນາງ ແພງສີ ສີສະເກດ ອາຍຸ 56 ປີ ອະດີດຮອງປະທານສະຫະພັນແມ່ຍິງ ເມືອງຕະໂອ້ຍ ແຂວງສາລະວັນ ເຊີ່ງເປັນໜຶ່ງໃນຄອບຄົວຕົວແບບການສ້າງເສດຖະກິດຄອບຄົວດ້ວຍການຕໍ່າຫູກ.

   *ຄົນເຮົາບໍ່ວ່າຈະເຮັດອາຊີບຫຍັງກໍ່ດີຂໍພຽງມີຄວາມມັກ, ຮັກໃນອາຊີບທີ່ຕົນເຮັດບວກກັບຄວາມດຸໝັ່ນພາກພຽນແນ່ນອນວ່າ ຈະປະສົບຜົນສຳເລັດໄດ້ເໝືອນດັ່ງ ນາງ ແພງສີ ສີສະເກດ ອາຍຸ 56 ປີ ອະດີດຮອງປະທານສະຫະພັນແມ່ຍິງ ເມືອງຕະໂອ້ຍ ແຂວງສາລະວັນ ເຊີ່ງເປັນໜຶ່ງໃນຄອບຄົວຕົວແບບການສ້າງເສດຖະກິດຄອບຄົວດ້ວຍການຕໍ່າຫູກໂດຍສະເພາະຕໍ່າແຜນແພ ຜ້າກ່ານ ທີ່ເປັນເອກະລັກຂອງເມືອງ ຕະໂອ້ຍ ຂາຍສາມາດມີລາຍຮັບເຂົ້າຄອບຄົວປີໜື່ງຫລາຍສີບລ້ານກີບ.

    ນາງ ແພງສີ ສີສະເກດ ໃຫ້ຮູ້ວ່າ: ຈຸດເລີ່ມຕົ້ນເຮັດອາຊີບເສີມນ້ີ ຍ້ອນມີໃຈມັກ-ຮັກ ແລະ ມີພອນສະຫວັນດ້ານການຕໍ່າຫູກ, ມີພອນສະຫວັນດ້ານການເກັບລາຍ ພ້ອມທັງຊອກຮູ້ສະແຫວງຫານໍາພໍ່ແມ່, ປູ່ຍ່າຕາຍາຍຂອງຕົນເອງທີ່ເພີ່ນນຳພາຕໍ່າຫູກໃນເມື່ອກ່ອນ ພໍໃຫຍ່ມາກໍໄດ້ເຮັດເປັນອາຊີບເສີມແຕ່ປີ 2000 ເປັນຕົ້ນມາດ້ວຍຕົ້ນທຶນພຽງ 1.500.000 ກີບ ເພື່ອຊື້ອຸປະກອນຕ່າງໆເພື່ອປະກອບເຂົ້າໃນການຕຳຫູກ ເຊິ່ງໄລຍະນັ້ນສາມາດຜະລິດໄດ້ 120 ຜືນຕໍ່ປີ ແລະ ຂາຍໃນລາຄາ 60.000 ກີບຕໍ່ຜືນ ແລະ ຄອບຄົວມີລາຍຮັບ 7.200.000 ກີບຕໍ່ປີ. ມາຮອດປີ 2018 ທາງອົງການຈັດຕັ້ງພັດ-ລັດ ກໍ່ຄືຫ້ອງການສະຫະພັນແມ່ຍິງ ເມືອງຕະໂອ້ຍ ກໍ່ໄດ້ສະໜອງທຶນຈໍານວນ 5.000.000 ກວ່າກີບ ບວກກັບທຶນຕົນເອງທີ່ໄດ້ສະສົມມາປີໜຶ່ງສາມາດຜະລິດສີ້ນ ກ່ານໂດ ແບບລາຍດອກທໍາມະດາ ໄດ້ 130 ຜືນຕໍ່ປີ ແລະ ຂາຍໃນລາຄາ 220.000 ກີບ ແລະ ສີ້ນກ່ານ ໂດແບບເກັບດອກລວດລາຍໄດ້ 15 ຜືນຂາຍໃນລາຄາ 350.000 ກີບ ຕໍ່ຜືນ, ລວມມູນຄ່າ 43.000.000 ກີບຕໍ່ປີ, ມາຮອດປັດຈຸບັນ ມີກີຕຳຫູກ ທັງໝົດ 3 ໜ່ວຍ ແລະ ມີແຮງງານທັງໝົດ 3 ຄົນ ສາມາດຜະລິດໄດ້ 160 ຜືນຕໍ່ປີ ແລະ ຂາຍໃນລາຄາ 350.000 ກີບຕໍ່ຜືນ ແລະ ມີລາຍຮັບເຂົ້າສູ່ຄອບຄົວ 56.000.000 ລ້ານກີບຕໍ່ປີ.

    ນາງ ແພງສີ ຍັງໄດ້ໃຫ້ຮູ້ຕື່ມວ່າ: ທັງໝົດນີ້ຍ້ອນມີແນວທາງນະໂຍບາຍອັນຖືກຕ້ອງຂອງພັກ-ລັດຖະບານເຮົາ ໂດຍສະເພາະແມ່ນການນຳຂັ້ນແຂວງ-ຂັ້ນເມືອງທີ່ໄດ້ຊຸກຍູ້ສ່ົງເສີມ ຈ່ຶງປະສົບຜົນສຳເລັດດັ່ງທຸກວັນນີ້.  ພ້ອມທັງເປັນການສົ່ງເສີມແມ່ຍິງບັນດາເຜົ່າໃຫ້ມີວຽກເຮັດງານທຳໃຫ້ຫັນມາເຮັດອາຊີບດັ່ງກ່າວ ເພື່ອສ້າງລາຍຮັບເຂົ້າຄອບຄົວ. ສຳລັບທິດທາງແຜນການຕໍ່ໜ້າ ຈະໃຊ້ຄວາມພະຍາມຊອກຮູ້ຮໍ່າຮຽນ ແລະ ພັດທະນາຕົນເອງເຮັດໃຫ້ມີຄວາມຊໍານິຊໍານານດີຂຶ້ນເລື້ອຍໆ, ຖືເອົາການຖອດຖອນບົດຮຽນຈາກປະສົບການຕົວຈິງ ຖືເອົາການຕໍ່ານິຕິຊົມຂອງລູກຄ້າມາເປັນແຮງພັກດັນໃນການພັດທະນາສີມືຂອງຕົນເອງ ເຮັດໃຫ້ສັງຄົມຍອມຮັບ ແລະ ໃຊ້ບໍລິການເພີ່ມຂຶ້ນ.

ໂດຍ: ມາລີດາ

KPL

ຂ່າວອື່ນໆ

    • ສອງ​ກະ​ຊວງວັດ​ທະ​ນະ​ທຳ ລາວ-ຫວຽດ​ນາມ ຮັດ​ແໜ້ນ​ການ​ຮ່ວມ​ມື​ສອງ​ຝ່າຍວັດທະນະທຳ-ສັງຄົມ

      ສອງ​ກະ​ຊວງວັດ​ທະ​ນະ​ທຳ ລາວ-ຫວຽດ​ນາມ ຮັດ​ແໜ້ນ​ການ​ຮ່ວມ​ມື​ສອງ​ຝ່າຍ

      5/13/2026 10:47:45 AM

      ພິທີພົບປະສອງຝ່າຍ ລະຫວ່າງ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ແຫ່ງ ສປປ ລາວ ແລະ ກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ແຫ່ງ ສສ ຫວຽດນາມ ຈັດຂຶ້ນໃນວັນທີ 12 ພຶດສະພາ 2026 ຢູ່ນະຄອນຫລວງວຽງຈັນ,

    • ບໍລິສັດ ເບຍລາວ ຈຳກັດ ເປີດໂຄງການຂະຫຍາຍກຳລັງການຜະລິດໄລຍະຍາວ LDP1ວັດທະນະທຳ-ສັງຄົມ

      ບໍລິສັດ ເບຍລາວ ຈຳກັດ ເປີດໂຄງການຂະຫຍາຍກຳລັງການຜະລິດໄລຍະຍາວ LDP1

      4/9/2026 9:37:49 PM

      ຂປລ. ພິທີເປີດນໍາໃຊ້ໂຄງການຂະຫຍາຍກຳລັງການຜະລິດໄລຍະຍາວ ບໍລິສັດ ເບຍລາວ ຈຳກັດ ໄລຍະທີ 1 (LDP1) ຂັບເຄື່ອນການເຕີບໂຕແບບຍືນຍົງ ຈັດຂຶ້ນໃນວັນທີ 9 ເມສາ 2026 ຊຶ່ງໂຄງການນີ້ ເປັນສ່ວນໜຶ່ງ ຂອງແຜນພັດທະນາ 10 ປີ ບໍລິສັດ ເບຍລາວ ຈຳກັດ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຂະແໜງອຸດສາຫະກຳ ແລະ ຄວາມຄ່ອງຕົວທາງດ້ານເສດຖະກິດຂອງ ສປປ ລາວ, ພ້ອມຂັບເຄື່ອນການເຕີບໂຕແບບຍືນຍົງໃນໄລຍະໃໝ່, ໃຫ້ກຽດເຂົ້າຮ່ວມໃນພິທີມີ ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ມີ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ປະທານຄະນະກໍາມະການປົກຄອງເມືອງຫາດຊາຍຟອງ, ທ່ານເອກອັກຄະລັດຖະທູດ ແດນມາກ ປະຈຳຫວຽດ ນາມ ແລະ ສປປ ລາວ, ຮອງປະທານບໍລິຫານ ກຸ່ມບໍລິສັດ ຄາສເບີກ ພາກພື້ນອາຊີ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    •  ບິນໄປຫວຽດນາມກັບຂໍ້ສະເໜີສຸດພິເສດຈາກ ຫວຽດເຈັດ ພ້ອມຮັບໂຊກລາບວັດທະນະທຳ-ສັງຄົມ

      ບິນໄປຫວຽດນາມກັບຂໍ້ສະເໜີສຸດພິເສດຈາກ ຫວຽດເຈັດ ພ້ອມຮັບໂຊກລາບ

      3/5/2026 2:22:12 PM

      ສາຍການບິນຫວຽດເຈັດ (Vietjet) ໄດ້ເຊີນຊວນນັກທ່ອງທ່ຽວຈາກປະເທດລາວ ສໍາຜັດກັບວັດທະນະທຳທີ່ສົດໃສ, ອາຫານທີ່ມີຊື່ສຽງລະດັບໂລກ ແລະ ທິວທັດທຳມະຊາດທີ່ສວຍງາມຂອງຫວຽດນາມ ດ້ວຍໂປຣໂມຊັນພິເສດ “ບິນກັບ Vietjet, ລຸ້ນຮັບໂຊກຄຳ” (Fly Vietjet, Strike Gold) ເຊິ່ງເລີ່ມຕັ້ງແຕ່ວັນທີ 3 ມີນາ ຫາ 19 ພຶດສະພາ 2026.

    • ຊົນເຜົ່າກຶມມຸບ້ານວຽງຄຳ ຈັດບຸນເກີຣຢ່າງຟົດຟື້ນ ວັດທະນະທຳ-ສັງຄົມ

      ຊົນເຜົ່າກຶມມຸບ້ານວຽງຄຳ ຈັດບຸນເກີຣຢ່າງຟົດຟື້ນ

      1/26/2026 1:11:12 PM

      ຂປລ. ຊົນເຜົ່າກຶມມຸ ເປັນເຜົ່າໜຶ່ງທີ່ນອນຢູ່ໃນວົງຄະນາຍາດແຫ່ງຊາດລາວ ແລະ ກໍຄ້າຍຄືກັນກັບບັນດາຊົນເຜົ່າມີເຊື້ອສາຍພົວພັນກັບຊົນຊາດຂອມ ໄດ້ຍົກຍ້າຍມາຕັ້ງຖິ່ນຖານຢູ່ເຂດໃຈກາງສຸວັນນະພູມ. ຊົນເຜົ່າກຶມມຸໄດ້ດໍາລົງຊີວິດຢູ່ບັນດາແຂວງພາກເໜືອລົງຮອດແຂວງຄໍາມວນ, ເຜົ່າກຶມມຸມີພາສາປາກເວົ້າເປັນຂອງຕົນເອງ ແລະ ຢຶດຖືຮີດຄອງປະເພນີຂອງເຜົ່າ ໂດຍໄດ້ຖືເອົາບຸນເກີຣ ຫລື ບຸນເຕ້ຍນືມເປັນບຸນປົດປີ

    • ປະທານສະພາການບໍລິຫານຍິງ ສາຍການບິນ ຫວຽດເຈັດ ໄດ້ຮັບນາມມະຍົດ ວິລະຊົນແຮງງານ ຂອງ ສສ ຫວຽດນາມວັດທະນະທຳ-ສັງຄົມ

      ປະທານສະພາການບໍລິຫານຍິງ ສາຍການບິນ ຫວຽດເຈັດ ໄດ້ຮັບນາມມະຍົດ ວິລະຊົນແຮງງານ ຂອງ ສສ ຫວຽດນາມ

      12/31/2025 5:31:46 PM

      ທ່ານນາງ ດຣ ຫງວຽນ ທິ ເຟືອງ ທາວ (Nguyen Thi Phuong Thao) ປະທານສະພາການບໍລິຫານຍິງ ສາຍການບິນຫວຽດເຈັດ (Vietjet) ໄດ້ຮັບການປະດັບນາມມະຍົດ “ວິລະຊົນແຮງງານ”

ads
ads

Top