ສປຈີນ ອະນຸມັດ ໂຄງການລົງທຶນ ຊັບສິນຖາວອນ ດ້ວຍມູນຄ່າ 3,2 ແສນລ້ານຢວນ

22/05/2024 16:21
Email Print 362
ຂປລ ທ່ານ ຫລີເຊົາ ໂຄສົກ ຄະນະ ກຳມະການ ພັດທະນາ ແລະ ປະຕິຮູບ ແຫ່ງຊາດຈີນ ໄດ້ອະນຸມັດ ໂຄງການ ລົງທຶນ ຊັບສິນ ຖາວອນ ລວມມີ 50 ໂຄງການ ດ້ວຍມູນຄ່າ 3,2 ແສນລ້ານຢວນ, ໃນໄລຍະ 4 ເດືອນທຳອິດ (ເດືອນມັງກອນ-ເດືອນເມສາ) ຂອງປີນີ້.

ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ວັນທີ 21 ພຶດສະພ,​ ທ່ານ ຫລີເຊົາໂຄສົກ ຄະນະກຳມະການ ພັດທະນາແລະ ປະຕິຮູບແຫ່ງຊາດຈີນໄດ້ອະນຸມັດໂຄງການ ລົງທຶນຊັບສິນ ຖາວອນ ລວມມີ 50 ​ໂຄງການດ້ວຍມູນຄ່າ 3,2 ​ແສນລ້ານຢວນ, ​ໃນໄລຍະ 4 ​ເດືອນທຳອິດ ​(ເດືອນມັງກອນ-​ເດືອນເມສາ) ຂອງປີນີ້. ​ໂດຍໂຄງການດັ່ງກ່າວນີ້ ຢູ່ໃນອຸດສາຫະກຳເຕັກໂນໂລຊີ ຂັ້ນສູງແລະ ການອະນຸລັກນໍ້າເປັນສ່ວນໃຫຍ່. ​ໂດຍສະເພາະໃນເດືອນເມສາຜ່ານມາ ຄະນະກຳ ມະການໄດ້ອະນຸມັດໂຄງການ ການລົງທຶນ ຊັບສິນຖາວອນ 20 ​ໂຄງການ ມູນຄ່າລວມ 1,15 ​ແສນລ້ານຢວນ.

          ໃນຂະນະທີ່ ການລົງທຶນ ຊັບສິນ ຖາວອນຂອງ ປະເທດ ໃນລະຫວ່າງເດືອນມັງກອນ-​ເດືອນເມສາ ໄດ້ຂະຫຍາຍຕົວ 4,2% ​ເມືອ່ທຽບໃສ່ ປີຕໍ່ປີ ກວມເອົາ 14,34 ພັນຕື້ຢວນ, ​ໂດຍໄດ້ຮັບ ແຮງຊຸກຍູ້ ຈາກ ນະໂຍບາຍ ຂອງລັດຖະບານ ທີ່ ອອກແບບມາເພື່ອຂະຫຍາຍການລົງທຶນ ໃຫ້ໄດ້ຮັບ ປະສິດທິພາບອື່ນ.

KPL

ຂ່າວອື່ນໆ

ads
ads

Top