ຄຸນນະພາບນໍ້າຄານ ແລະ ນໍ້າຂອງ ຢູ່ຫລວງພະບາງ ຢູ່ໃນເກນມາດຕະຖານ ບໍ່ມີຜົນກະທົບຈາກເຫດການລົດພິກຂວໍ້າ

11/04/2024 13:38
Email Print 513
ຂປລ ຂປລ. ຂະແໜງຊັບພະຍາກອນ ແລະ ສິ່ງແວດລ້ອມ ໄດ້ໃຫ້ຮູ້ວ່າ: ເຫດການອຸບັດເຫດ ລົດບັນທຸກຂົນສົ່ງສານເຄມີ ອາຊິດຊູນຟູຣິກ 98% (Acid Sulfuric 98%) ຈຳນວນ 30 ໂຕນ ໄດ້ພິກຂວໍ້າລົງຢູ່ເສັ້ນທາງຕັດໃໝ່ ເລກ 13 ເໜືອ ເຂດບ້ານພູຊ້າງຄໍາ ນະຄອນຫລວງພະບາງ ແຂວງຫລວງພະບາງ ໃນວັນທີ 3 ເມສາຜ່ານມາ

ຂປລ. ຂະແໜງຊັບພະຍາກອນ ແລະ ສິ່ງແວດລ້ອມ ໄດ້ໃຫ້ຮູ້ວ່າ: ເຫດການອຸບັດເຫດ ລົດບັນທຸກຂົນສົ່ງສານເຄມີ ອາຊິດຊູນຟູຣິກ 98% (Acid Sulfuric 98%) ຈຳນວນ 30 ໂຕນ ໄດ້ພິກຂວໍ້າລົງຢູ່ເສັ້ນທາງຕັດໃໝ່ ເລກ 13 ເໜືອ ເຂດບ້ານພູຊ້າງຄໍາ ນະຄອນຫລວງພະບາງ ແຂວງຫລວງພະບາງ ໃນວັນທີ 3 ເມສາຜ່ານມາ, ເຮັດໃຫ້ສານເຄມີ ໄຫລອອກຈາກຖັງລົດບັນທຸກ ແລະ ຄ່ອຍໆໄຫລລົງສູ່ຮ່ອງລະບາຍນໍ້າຂ້າງທາງ ກ່ອນໄຫລລົງຫ້ວຍນໍ້າທີ່ຢູ່ໃກ້ຄຽງ ເຊິ່ງຜ່ານການເກັບຕົວຢ່າງຕາມລຳແມ່ນໍ້າຄານ ໄປຫາຈຸດເຊື່ອມກັບແມ່ນໍ້າຂອງ (ປາກແມ່ນໍ້າຄານ) ແລະ ເກັບຕົມຢ່າງຢູ່ແມ່ນໍ້າຂອງ ເຫັນວ່າ ນອນຢູ່ໃນເກນມາດຕະຖານ ສິ່ງແວດລ້ອມແຫ່ງຊາດ ແລະ ບໍ່ມີຜົນກະທົບ ຕໍ່ຄຸນນະພາບຂອງນໍ້າຄານ ແລະ ແມ່ນໍ້າຂອງ.

ຂະແໜງຊັບພະຍາກອນ ແລະ ສິ່ງແວດລ້ອມ ໄດ້ຊີ້ແຈງກ່ຽວກັບເຫດການດັ່ງກ່າວວ່າ: ລົດດັ່ງກ່າວໄດ້ພິກຂວໍ້າລົງຢູ່ເສັ້ນທາງຕັດໃໝ່ ເລກ 13 ເໜືອ ເຂດບ້ານພູຊ້າງຄໍາ ນະຄອນຫລວງພະບາງ ແຂວງຫລວງພະບາງ ເຮັດໃຫ້ສານເຄມີ ໄຫລອອກຈາກຖັງລົດບັນທຸກ ແລະ ຄ່ອຍໆໄຫລລົງສູ່ຮ່ອງລະບາຍນໍ້າຂ້າງທາງ ກ່ອນໄຫລລົງຫ້ວຍນໍ້າທີ່ຢູ່ໃກ້ຄຽງ ໂດຍມີໄລຍະຫ່າງຈາກຈຸດເກີດເຫດຫານໍ້າຄານ ປະມານ 300 ແມັດ, ມີໄລຍະຫ່າງທາງນໍ້າ ໄປຫາປາກນໍ້າຄານ (ຈຸດເຊື່ອມຕໍ່ແມ່ນໍ້າຂອງ) ປະມານ 6 ກິໂລແມັດ, ຈາກຈຸດເຊື່ອມຕໍ່ແມ່ນໍ້າຂອງ (ປາກແມ່ນໍ້າຄານ) ເຖິງເຂື່ອນໄຊຍະບູລີ ມີໄລຍະທາງປະມານ 105 ກິໂລແມັດ, ຈາກຈຸດເຊື່ອມຕໍ່ແມ່ນໍ້າຂອງ ເຖິງສະຖານີຊຽງຄານ ປະເທດໄທ ໄລຍະທາງນໍ້າ ປະມານ 235 ກິໂລແມັດ ແລະ ຈາກຈຸດເຊື່ອມຕໍ່ແມ່ນໍ້າຂອງເຖິງສະຖານີ ສະຕຸງສະແຕຣງ ປະເທດກໍາປູເຈຍ ໄລຍະທາງປະມານ 935 ກິໂລແມັດ.




ໃນວັນທີ
4 ເມສາ 2024, ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຫລວງພະບາງ ໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ແລະ ບໍລິສັດເຈົ້າຂອງຂົນສົ່ງ ລົງແກ້ໄຂເຫດການເບື້ອງຕົ້ນ ໂດຍສີດນໍ້າລ້າງ, ສ້າງຄູດິນກັ້ນນໍ້າຫ້ວຍ ໂດຍມີຜ້າຢາງປ້ອງກັນບໍ່ໃຫ້ນໍ້າ ທີ່ປົນເປື້ອນສານອາຊິດຊຸນຟູຣິກ ໄຫລລົງສູ່ແມ່ນໍ້າຄານ, ພ້ອມກັນນັ້ນ ກໍໄດ້ໂຮຍປູນຂາວ Ca(OH)2 ເພື່ອປັບຄ່າກົດດ່າງ (pH) ແລະ ສູບນໍ້າກັບຂຶ້ນເທິງ ເພື່ອໃຫ້ນໍ້າໄດ້ມີການໝູນວຽນ ແລະ ປະສົມກັບປູນຂາວປັບປຸງຄຸນນະພາບນໍ້າໃຫ້ດີຂຶ້ນ ໄປຄຽງຄູ່ກັບການກວດວັດແທກ ພາກສະໜາມຢ່າງເປັນປະຈຳ ໂດຍສະເພາະຄ່າກົດ-ດ່າງ (pH). ໃນລະຫວ່າງວັນທີ 7-8 ເມສາ 2024 ທີມງານວິຊາການ ຈາກກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ປະກອບດ້ວຍ ກົມຊັບພະຍາກອນນໍ້າ, ສະຖາບັນຄົ້ນຄວ້າຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ກອງເລຂາຄະນະກຳມະການແມ່ນໍ້າຂອງແຫ່ງຊາດ ແລະ ພະແນກຊັບພະຍາກອນ ແລະ ສິ່ງແວດລ້ອມ ແຂວງຫລວງພະບາງ ຮ່ວມກັບ ກອງເລຂາຄະນະກຳມາທິການແມ່ນໍ້າສາກົນ ໄດ້ພ້ອມກັນສຳຫລວດ ເພື່ອຫາມາດຕະການແກ້ໄຂ ແລະ ຫລຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ ຈາກສານເຄມີອາຊິດຊຸນຟູຣິກ ທີ່ໄດ້ຮົ່ວໄຫລລົງສູ່ຫ້ວຍສ້ຽວ ແລະ ໄຫລລົງສູ່ນໍ້າຄານ ໂດຍເລີ່ມຢູ່ທີ່ສະຖານທີ່ເກີດເຫດ ສານເຄມີອາຊິດຊຸລຟູຣິກ ທີ່ຮົ່ວໄຫລລົງສູ່ເສັ້ນທາງ ທີ່ໄດ້ມີການທໍາຄວາມສະອາດອະນາໄມ, ຈຸດຄູປ້ອງກັນບໍ່ໃຫ້ນໍ້າໄຫລອອກຈາກຈຸດເທິງ ເຊິ່ງມີນໍ້າພຽງຈໍານວນເລັກນ້ອຍ ໄດ້ໄຫລເຂົ້າໄປໃນຈຸດຄູປ້ອງກັນທາງລຸ່ມ. ພ້ອມທັງໄດ້ມີການເກັບຕົວຢ່າງນໍ້າ ໃນຈຸດຄູກັນ ນໍ້າທີ 1 ແລະ ໄດ້ເຄື່ອນຍ້າຍໄປທີ່ຈຸດທີ່ຮົ່ວໄຫລອື່ນໆ ເພື່ອເກັບຕົວຢ່າງນໍ້າ, ດິນ ແລະ ວັດແທກຄ່າ (pH, EC, DO ແລະ ອຸນຫະພູມ). ທີມງານກໍໄດ້ລົງເກັບຕົວຢ່າງຕາມລຳແມ່ນໍ້າຄານ ໄປຫາຈຸດເຊື່ອມກັບແມ່ນໍ້າຂອງ (ປາກແມ່ນໍ້າຄານ) ຈຳນວນ 3 ຈຸດ ແລະ ແມ່ນໍ້າຂອງອີກ 3 ຈຸດ (ທາງເທິງກ່ອນນໍ້າຄານປະສົມກັບນໍ້າຂອງ) ແລະ 2 ຈຸດ (ທາງລຸ່ມຫລັງນໍ້າຄານປະສົມກັບນໍ້າຂອງ). ຈາກນັ້ນ, ທີມງານໄດ້ລົງໄປເກັບຕົວຢ່າງຢູ່ຈຸດຄອງນໍ້າ ທີ່ຈະໄຫລສູ່ແມ່ນໍ້າຄານ (ຄູປ້ອງກັນນໍ້າ 3) ດ້ານໜ້າ ແລະ ທາງຫລັງຂອງຄູປ້ອງກັນ, ທີມງານໄດ້ປຶກສາຫາລືກັບ ພາກສ່ວນທີ່ກ່ຽວຂ້ອງ ເພື່ອເກັບຂໍ້ມູນເພີ່ມເຕີມຢູ່ຈຸດຄູປ້ອງກັນ ທີ 3.




ອີງຕາມຜົນການວັດແທກຄຸນນະພາບນໍ້າ ພາກສະໜາມ ເຫັນວ່າຄ່າຄວາມເປັນກົດ-ດ່າງ (
pH) ຢູ່ຈຸດກາງຂອງຄອງນໍ້າ (C-1) ແມ່ນມີຄ່າຄວາມເປັນກົດ ຄ້າຍຄືກັນກັບຈຸດເກີດເຫດ (IC) ມີຄ່າເທົ່າກັບ 6.94. ຈຸດເກັບຕົວຢ່າງເພີ່ມເຕີມຢູ່ນໍ້າຄານ (NK4) ເຫັນວ່າບໍ່ມີຜົນກະທົບຈາກເຫດການ ທີ່ເກີດຂຶ້ນກັບແມ່ນໍ້າຂອງ ໂດຍມີຄ່າ pH ທີ່ 8.09 ແລະ ເຫັນວ່າຄ່າຄວາມເປັນ ກົດ-ດ່າງ (pH) 16 ໃນລະຫວ່າງ 6-9 ຊຶ່ງນອນຢູ່ໃນເກນມາດຕະຖານສິ່ງແວດລ້ອມແຫ່ງຊາດ ແລະ ບໍ່ມີຜົນກະທົບ ຕໍ່ຄຸນນະພາບຂອງນໍ້າຄານ ແລະ ແມ່ນໍ້າຂອງ.

ການສ້າງຄູປ້ອງກັນໃນຮ່ອງນໍ້າ ໄດ້ປ້ອງກັນບໍ່ໃຫ້ສານເຄມີຈໍານວນໜຶ່ງ ບໍ່ຮົ່ວໄຫລລົງສູ່ແມ່ນໍ້າ ແລະ ປ້ອງກັນບໍ່ໃຫ້ສ້າງຜົນກະທົບຕໍ່ຄ່າ pH ຂອງນໍ້າຄານ. ມາດຕະການ ແກ້ໄຂບັນຫາຂອງທ້ອງຖິ່ນ ແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງ ໄດ້ຊ່ວຍຫລຸດຜ່ອນຜົນກະທົບ ຈາກເຫດການດັ່ງກ່າວ ຕໍ່ກັບຄຸນນະພາບນໍ້າໃນນໍ້າຄານ ແລະ ແມ່ນໍ້າຂອງ.
KPL

ຂ່າວອື່ນໆ

ads
ads

Top