ອາຊີ-ໂປຕາສ ສາກົນ ປະກອບສ່ວນເງິນ 300 ລ້ານກີບ ເພື່ອການກຸສົນ

20/11/2023 15:43
Email Print 1276
ຂປລ ໃນຕອນແລງວັນທີ 12 ພະຈິກ 2023 “ງານການກຸສົນ ເພື່ອຊ່ວຍເຫລືອແມ່ຍິງ ແລະ ເດັກນ້ອຍຜູ້ທຸກຍາກທີ່ຢູ່ເຂດຫ່າງໄກສອກຫລີກ” ໄດ້ຈັດຂຶ້ນຢ່າງຄຶກຄື້ນທີ່ນະຄອນຫລວງວຽງຈັນ. ທ່ານ ນາງ ນາລີສີສຸລິດ ພັນລະຍາປະທານປະເທດແຫ່ງ ສປປ ລາວ, ປະທານຄະນະທີ່ປືກສາສະມາຄົມຫັດຖະກຳລາວ, ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ, ພ້ອມດ້ວຍບັນດາຄອບຄົວການນໍາ, ບັນດາທູຕານຸທູດ, ອົງການຈັດຕັ້ງສາກົນ, ພ້ອມດ້ວຍມວນຊົນ, ບໍລິສັດ, ຫ້າງ, ຮ້ານ ແລະ ຜູ້ໃຫ້ການສະໜັບສະໜູນເຂົ້າຮ່ວມ. ໃນງານການກຸສົນຄັ້ງນີ້, ບໍລິສັດ ອາຊີ-ໂປຕາສ ສາກົນ ໄດ້ປະກອບສ່ວນເປັນເງິນ 300 ລ້ານກີບ, ເຊິ່ງເປັນການຊ່ວຍເຫລືອຊີວິດການເປັນຢູ່ໃຫ້ດີຂຶ້ນ ສໍາລັບແມ່ຍິງ ແລະ ເດັກນ້ອຍຜູ້ທຸກຍາດທີ່ຢູ່ເຂດຫ່າງໄກສອກຫລີກໃນລາວ.


ບໍລິສັດ ອາຊີ-ໂປຕາສ ສາກົນ ບໍລິຈາກເງິນ 300 ລ້ານກີບ ເພື່ອການກຸສົນ ສະແດງເຖິງຄວາມຮັກອັນສູງສົ່ງຂອງ ອາຊີ-ໂປຕາສ ສາກົນ ເພື່ອຊິວິດການເປັນຢູ່ຂອງແມ່ຍິງ ແລະ ເດັກນ້ອຍຜູ້ທຸກຍາກທີ່ຢູ່ເຂດຫ່າງໄກສອກຫລີກໃນ ສປປ ລາວ

ໃນຕອນແລງວັນທີ 12 ພະຈິກ 2023 ງານການກຸສົນ ເພື່ອຊ່ວຍເຫລືອແມ່ຍິງ ແລະ ເດັກນ້ອຍຜູ້ທຸກຍາກທີ່ຢູ່ເຂດຫ່າງໄກສອກຫລີກ ໄດ້ຈັດຂຶ້ນຢ່າງຄຶກຄື້ນທີ່ນະຄອນຫລວງວຽງຈັນ. ທ່ານ ນາງ ນາລີສີສຸລິດ ພັນລະຍາປະທານປະເທດແຫ່ງ ສປປ ລາວ, ປະທານຄະນະທີ່ປືກສາສະມາຄົມຫັດຖະກຳລາວ, ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ, ພ້ອມດ້ວຍບັນດາຄອບຄົວການນໍາ, ບັນດາທູຕານຸທູດ, ອົງການຈັດຕັ້ງສາກົນ, ພ້ອມດ້ວຍມວນຊົນ, ບໍລິສັດ, ຫ້າງ, ຮ້ານ ແລະ ຜູ້ໃຫ້ການສະໜັບສະໜູນເຂົ້າຮ່ວມ. ໃນງານການກຸສົນຄັ້ງນີ້,  ບໍລິສັດ ອາຊີ-ໂປຕາສ ສາກົນ ໄດ້ປະກອບສ່ວນເປັນເງິນ 300 ລ້ານກີບ, ເຊິ່ງເປັນການຊ່ວຍເຫລືອຊີວິດການເປັນຢູ່ໃຫ້ດີຂຶ້ນ ສໍາລັບແມ່ຍິງ ແລະ ເດັກນ້ອຍຜູ້ທຸກຍາດທີ່ຢູ່ເຂດຫ່າງໄກສອກຫລີກໃນລາວ.

ເງິນບໍລິຈາກໃນນງານການກຸສົນຄັ້ງນີ້, ຈະນໍາໃຊ້ສະເພາະກັບ ໂຄງການຫ່ວງໃຍໄປເຖິງ ປະຈໍາປີ 2023. ແຜນການດັ່ງກ່າວປະກອບມີ: ຊ່ວຍເຫລືອແມ່ຍິງ ແລະ ເດັກນ້ອຍໃນບັນດາແຂວງ, ເຂດ, ບ້ານ ທີ່ຖືກໄພນໍ້າຖ້ວມ, ຊ່ວຍພວກເຂົາເຈົ້າ ສ້ອມແປງເຮືອນ ແລະ ໂຮງຮຽນ; ປະກອບສ່ວນເຄື່ອງມືການແພດ(ເຄື່ອງຊ່ວຍຫາຍໃຈ ຫ້ອງ ICU) ແລະ ຢາປົວພະຍາດໃຫ້ ໂຮງໝໍ ແລະ ສຸກສາລາ; ມອບທຶນການສຶກສາໃຫ້ນັກຮຽນເກັ່ງຈາກຄອບຄົວທຸກຍາກຂາດເຂີນ ແລະ ແຜນຊຸກຍູ້ປະກອບສ່ວນທົ່ວສັງຄົມອື່ນໆ.

ທ່ານ ນາງ ນາລີ ສີສຸລິດ ພັນລະຍາປະທານປະເທດແຫ່ງ ສປປ ລາວ, ປະທານຄະນະທີ່ປືກສາສະມາ ຄົມຫັດຖະກຳລາວ ໄດ້ຕີລາຄາສູງເຖິງຄວາມໝາຍຄວາມສໍາຄັນ ຂອງງານຫັດຖະກໍາ-ເດີນແບບເພື່ອການກຸສົນໃນຄັ້ງນີ້ ແລະ ເພິ່ນຍັງໄດ້ຊົມເຊີຍຕໍ່ທຸກຝ່າຍທີ່ສະໜັບສະໜູນຊ່ວຍເຫລືອໃນຄັ້ງນີ້, ທ່ານໄດ້ກ່າວອີກວ່າ: ການນໍາຂອງລາວ ຍາມໃດກໍເອົາໃຈໃສ່ຕໍ່ກັບແມ່ຍິງ ແລະ ເດັກນ້ອຍທີ່ທຸກຈົນ, ກິດຈະກໍາເພື່ອການກຸສົນຄັ້ງນີ້ ສອດຄ່ອງກັບທິດທາງການຊີ້ນໍາຂອງພັກ ແລະ ລັດ, ຊ່ວຍໃຫ້ປະເທດກ້າວສູ່ຄວາມສີວິໄລ, ຊ່ວຍໃຫ້ປະຊາຊົນຫລຸດພົ້ນອອກຈາກຄວາມດ້ອຍພັດທະນາ. ຜູ້ຮັບຜິດຊອບໂຄງການ ແລະ ຜູ້ໃຈບຸນ ທີ່ປະກອບສ່ວນເພື່ອການກຸສົນໃນຄັ້ງນີ້ ໄດ້ເປີດຊ່ອງທາງທີ່ໝັ້ນຄົງ ແລະ ໂປ່ງໄສ ເຊິ່ງໝາກຜົນທີ່ໄດ້ຮັບແມ່ນທັນເວລາ ແລະ ມີຄວາມກະຈ່າງແຈ້ງ ເຊິ່ງຈະນໍາໄປເຖິງການໃຫ້ປະຊາຊົນຫລຸດພົ້ນອອກຈາກຄວາມ ທຸກຍາກ, ກ້າວໄປສູ່ຄວາມຮັ່ງມີ ແລະ ສົ່ງເສີມປະຊາຊົນບັນດາເຜົ່າໃຫ້ມີການພັດທະນາ.

ບໍລິສັດອາຊີ-ໂປຕາສ ສາກົນ ທີ່ໄດ້ປະກອບສ່ວນໃນການກຸສົນຄັ້ງນີ້, ໄດ້ໃຫ້ຄວາມເອົາໃຈໃສ່ຢ່າງສູງ. ທ່ານ ຖຸງ ຢຸງເຫີງ (Tong Yongheng) ຮອງອໍານວຍການ ໄດ້ກ່າວວ່າ: ການສະສົມຄຸນງາມຄວາມດີ ເປັນການຫລໍ່ຫລອມຄວາມຮັກອັນຍິ່ງໃຫຍ່, ທຸກຫຍາດເຫື່ອຈະລວມກັນເປັນພະລັງມະຫາສານ ໃນກິດຈະກໍາການກຸສົນເພື່ອຊ່ວຍເຫລືອແມ່ຍິງ ແລະ ເດັກນ້ອຍທີ່ທຸກຈົນໃນຄັ້ງນີ້. ອາຊີ-ໂປຕາສ ສາກົນ ໃນນາມເປັນວິສາຫະກິດ ທີ່ພັດທະນາຢູ່ ສປປ ລາວ ໄດ້ປູກຝັງຄວາມຮັກອັນຍິ່ງໃຫຍ່ມາໂດຍຕະຫລອດ, ພາຍໃຕ້ທິດນໍາຂອງແນວຄິດການພັດທະນາ ການເຄົາລົບ, ການເຊື່ອມໂຍງ, ການປະຕິບັດຕົວຈິງ ແລະການຊະນະທັງຄູ່, ໄດ້ຕັ້ງໜ້າປະຕິບັດຄວາມຮັບຜິດຊອບຕໍ່ສັງຄົມ ແລະ ຕອບແທນຄືນໃຫ້ແກ່ສັງຄົມລາວ, ບົນເສັ້ນທາງການສະແຫວງຫາຄວາມສຸກ ໃຫ້ແກ່ປະຊາຊົນ ແລະ ການອຸທິດຕົນເພື່ອສັງຄົມ, ທາງບໍລິ ສັດຍິນດີທີ່ຈະຮ່ວມກັບທຸກວົງຄະນະຍາດໃນສັງຄົມ ເພື່ອສົ່ງເສີມວຽກງານສາທາລະນະປະໂຫຍດ ແລະ ພາລະກິດສັງຄົມຕ່າງໆ ໃຫ້ມີການພັດທະນາຢ່າງມີປະສິດທິຜົນຍາວນານ. ໃນອະນາຄົດ, ບໍລິສັດຈະຍືດໝັ້ນໃນທາງປະຕິບັດ, ພ້ອມທີ່ໃຫ້ຄວາມຮັກຄວາມເມດຕາ, ຈະຖືການປະຕິບັດໃຫ້ຫລາຍຂຶ້ນ ແລະ ຂະ ຫຍາຍຜົນປະໂຫຍດໃຫ້ກວ້າງຂື້ນເປັນເປົ້າໝາຍ, ໃນຖານະເປັນຜູ້ຊ່ວຍແຮງໜຶ່ງ ປະກອບສ່ວນກໍາລັງແຮງຢ່າງຕັ້ງໜ້າຄວາມຈະເລີນຮຸ່ງເຮືອງຂອງສັງຄົມລາວ.

ດັ່ງທີ່ຮູ້ນໍາກັນ, ອາຊີ-ໂປຕາສ ສາກົນ ແມ່ນວິສາຫະກິດລະດັບສາກົນ ທີ່ດໍາເນີນທຸລະກິດດ້ານການຂຸດຄົ້ນແຮ່ເກືອໂປຕາສ, ຜະລິດ ແລະ ຈໍາໜ່າຍຝຸ່ນໂປຕາສ ເຊິ່ງໄດ້ນໍາໃຊ້ເງິນທຶນຂອງຕົນ, ຂໍ້ເດັ່ນດ້ານເຕັກໂນໂລຊີ ແລະ ຄວາມສາມາດໃນການຄຸ້ມຄອງ ເພື່ອພັດທະນເປັນຖານການຜະລິດ ຝຸ່ນໂປຕາສ ທີ່ໃຫຍ່ທີ່ສຸດໃນອາຊີຕາເວັນອອກສ່ຽງໃຕ້, ອອກແຮງຊຸກຍູ້ການພັດທະນາຫັນອຸດສາຫະກໍາເປັນທັນສະໄໝ ຂອງລາວ. ບໍລິສັດ ບໍ່ພຽງແຕ່ເປັນ ຜູ້ຊ່ວຍແຮງ ໃຫ້ເສດຖະກິດຂອງລາວໃນຂົງເຂດບໍ່ແຮ່ເທົ່ານັ້ນ, ແຕ່ຍັງມີຄວາມກະຕືລືລົ້ນໃນພາລະກິດດ້ານສັງຄົມ ແລະ ຊີວິດການເປັນຢູ່ຂອງປະຊາຊົນອີກດ້ວຍ, ຈາກສະຖິຕິທີ່ບໍ່ທັນຄົບຖ້ວນ, ການຊ່ວຍເຫລືອເງິນທຶນ ໄດ້ຊ່ວຍເຫລືອບັນເທົາຢ່າງກວ້າງຂວາງ ເຊິ່ງປົກຄຸມທັງດ້ານວັດທະນະທໍາ, ການສຶກສາ, ການປ້ອງກັນຄວາມສະຫງົບ, ກິລາ, ກະສິກໍາ, ການແກ້ໄຂຄວາມທຸກຍາກ ແລະ ອີກຫລາຍກິດຈະກໍາ, ຜ່ານການຈັດຕັ້ງກອງທຶນພິເສດ, ການຊ່ວຍກໍ່ສ້າງເສັ້ນທາງ, ຂົວ ແລະ ໂຄງລ່າງພື້ນຖານຕ່າງໆ, ການໃຫ້ທຶນສະໜັບສະໜູນກິດຈະກໍາທາງວັດທະນະທໍາ ແລະ ກິລາ, ການນໍາມາເຊິ່ງທາງດ້ານເຕັກໂນໂລຊີທີ່ກ້າວໜ້າ ແລະ ປະສົບການ, ການຊ່ວຍເຫລືອກໍ່ສ້າງໂຮງຮຽນ, ການບໍລິຈາກປຸ໋ຍ ແລະ ແນວພັນພືດ ແລະ ການເຄື່ອນໄຫວທາງສັງຄົມອື່ນໆ, ພວກເຮົາໄດ້ຊ່ວຍເຫລືອແກ້ໄຂບັນຫາຮີບດ່ວນ ແລະ ຈໍາເປັນທີ່ສຸດໃນການພັດທະນາຂອງລາວ. ຮູບແບບການແກ້ໄຂຄວາມທຸກຍາກດ້ວຍການຜະລິດ ທີ່ນໍາມາປະຕິບັດໃນບ້ານທຸກຍາກ ຢູ່ທ້ອງຖິ່ນທີ່ຕັ້ງໂຄງການ ໄດ້ປະສົບຄວາມສໍາເລັດໃນການກະຕຸ້ນທ່າແຮງ ຂອງການຫັນກະສິກໍາເປັນທັນສະໄໝໃນທ້ອງຖິ່ນ, ຂັບເຄື່ອນໃຫ້ປະຊາຊົນທັງໝົດຫລຸດພົ້ນອອກຈາກຄວາມທຸກຍາກ ແລະ ກ້າວເຂົ້າສູ່ຄວາມຮັ່ງມີ, ທັງດຶງດູດຄວາມສົນໃຈໃນການຮຽນຮູ້ໃຫ້ແກ່ພາຍໃນ ແລະ ຕ່າງປະເທດ.

ເມື່ອບໍ່ດົນຜ່ານມານີ້, ອາຊີ-ໂປຕາສ ສາກົນ ໄດ້ປະກອບສ່ວນຊ່ວຍເຫລືອສາທາລະນະປະໂຫຍດສັງຄົມຢ່າງຕໍ່ເນື່ອງ, ສົ່ງເສີມກິດຈະກໍາຕ່າງໆ ກ້າວໄປສູ່ລະດັບໃໝ່. ໃນຕົ້ນເດືອນນີ້, ອາຊີ-ໂປຕາສ ສາກົນ ແລະ ກະຊວງປ້ອງກັນຄວາມສະຫງົບ ຂອງ ສປປ ລາວ ໄດ້ລົງນາມ ບົດບັນທຶກຄວາມເຂົ້າໃຈກ່ຽວກັບໂຄງການທຶນອຸດໜູນຊ່ວຍເຫລືອວຽກງານປ້ອງກັນຄວາມສະຫງົບ ໂດຍແຕ່ລະປີ ບໍລິສັດ ຈະໃຫ້ທຶນ 300.000 ໂດລາ ເພື່ອປະຕິບັດນະໂຍບາຍຕໍ່ນາຍ ແລະ ພົນຕຳຫລວດ, ນັກປະຕິວັດອາວຸໂສ,ພະນັກງານ ບໍານານ, ຜູ້ໄດ້ຮັບບາດເຈັບ, ເສຍອົງຄະ ແລະ ຄອບຄົວຜູ້ເສຍຊີວິດໃນການປະຕິບັດໜ້າທີ່ ແລະ ມີຜົນງານຕໍ່ປະເທດຊາດ.

ໃນທ້າຍເດືອນຕຸລາ, ອາຊີ-ໂປຕາສ ສາກົນ ໄດ້ຈັດພິທີມອບ-ຮັບທຶນຊ່ວຍເຫລືອຄູ ແລະ ນັກຮຽນຄັ້ງ ທໍາອິດຂອງລາວ ໂດຍມີ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ, ບັນດາການນໍາລະດັບສູງ ແລະ ຊື່ມວນຊົນ ໄດ້ເປັນສັກຂີພິຍານໃນຄັ້ງນີ້ດ້ວຍ, ທຶນຊ່ວຍເຫລືອດ້ານການສຶກສາຈໍານວນ 700.000 ໂດລາ ທີ່ບໍລິສັດສະໜັບສະໜູນ ໄດ້ຖືກໂອນໄປຍັງກະຊວງສຶກສາທິການ ເພື່ອຊ່ວຍເຫລືອຄູ ແລະ ນັກຮຽນ-ນັກສຶກສາໃນເຂດທຸກຍາກ, ນັກຮຽນທຸກຍາກໃນວິທະຍາໄລຕ່າງໆ ແລະ ກໍ່ສ້າງບຸກຄະລາກອນເຕັກນິກວິຊາການ. ບໍ່ພຽງເທົ່ານັ້ນ, ໃນຊ່ວງທີ່ພົບກັບວິກິດຕ່າງໆ ກໍມັກຈະເຫັນການປະກົດຕົວຊ່ວຍ ເຫລືອຂອງ ອາຊີ-ໂປຕາສ ສາກົນ. ໃນໄລຍະປະສົບກັບໄພນໍ້າຖ້ວມປີນີ້, ອາຊີ-ໂປຕາສ ສາກົນ ກໍໄດ້ເຂົ້າໄປຊ່ວຍເຫລືອທັນທີ ໂດຍແບ່ງອອກເປັນ 3 ງວດ: ສະໜອງສິ່ງຂອງບັນເທົາທຸກທີ່ມີມູນຄ່າ 100 ລ້ານກີບ, 2,5 ຕຶ້ກີບ ແລະ 1.896,6 ລ້ານກີບ ໂດຍຜ່ານອໍານາດການປົກຄອງທ້ອງຖິ່ນ, ອອກແຮງສະໜັບສະໜູນຢ່າງເຕັມສ່ວນ ເພື່ອຊ່ວຍເຫລືອປະຊາຊົນໃນການສ້າງສາຄອບຄົວຄືນໃໝ່ ໃນເຂດປະສົບໄພ ເພື່ອສົ່ງມອບຄວາມອົບອຸ່ນ ແລະ ຄວາມຫວັງໄປສູ່ປະຊາຊົນໃນເຂດປະສົບໄພ ເຊິ່ງເປັນການສະແດງໃຫ້ເຫັນເຖິງຄວາມເຂັ້ມແຂງ ແລະ ຄວາມຮັບຜິດຊອບຂອງວິສາຫະກິດໃຫຍ່. 

ຈິດໃຈແຫ່ງຄວາມຮັກ ເປັນແສງສະຫວ່າງໃຫ້ກັບຄວາມຝັນ, ການກຸສົນໄດ້ເຕົ້າໂຮມຄວາມຫວັງ. ພວກເຮົາເຊື່ອໝັ້ນວ່າ ພາຍໃຕ້ການນໍາພາທີ່ຖືກຕ້ອງຂອງພັກ ແລະ ລັດ, ດ້ວຍຄວາມຫວ່ງໃຍຢ່າງໃກ້ຊິດຂອງບັນດາທ່ານການນໍາ ແລະ ດ້ວຍການຊ່ວຍເຫລືອຂອງບັນດາວິສາຫະກິດທີ່ຫວ່ງໃຍ, ປະຊາຊົນລາວທີ່ດຸໝັ່ນ ແລະ ພາກພຽນ ຈະກ້າວໄປຂ້າງໜ້າຢ່າງອົງອາດກ້າຫານ ແລະ ສ້າງໜ້າປະຫວັດສາດໃໝ່ແຫ່ງຄວາມຈະເລີນຮຸ່ງເຮືອງ ແລະ ເຂັ້ມແຂງຂອງຊາດ.

KPL

ຂ່າວອື່ນໆ

    • ສອງ​ກະ​ຊວງວັດ​ທະ​ນະ​ທຳ ລາວ-ຫວຽດ​ນາມ ຮັດ​ແໜ້ນ​ການ​ຮ່ວມ​ມື​ສອງ​ຝ່າຍວັດທະນະທຳ-ສັງຄົມ

      ສອງ​ກະ​ຊວງວັດ​ທະ​ນະ​ທຳ ລາວ-ຫວຽດ​ນາມ ຮັດ​ແໜ້ນ​ການ​ຮ່ວມ​ມື​ສອງ​ຝ່າຍ

      5/13/2026 10:47:45 AM

      ພິທີພົບປະສອງຝ່າຍ ລະຫວ່າງ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ແຫ່ງ ສປປ ລາວ ແລະ ກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ແຫ່ງ ສສ ຫວຽດນາມ ຈັດຂຶ້ນໃນວັນທີ 12 ພຶດສະພາ 2026 ຢູ່ນະຄອນຫລວງວຽງຈັນ,

    • ບໍລິສັດ ເບຍລາວ ຈຳກັດ ເປີດໂຄງການຂະຫຍາຍກຳລັງການຜະລິດໄລຍະຍາວ LDP1ວັດທະນະທຳ-ສັງຄົມ

      ບໍລິສັດ ເບຍລາວ ຈຳກັດ ເປີດໂຄງການຂະຫຍາຍກຳລັງການຜະລິດໄລຍະຍາວ LDP1

      4/9/2026 9:37:49 PM

      ຂປລ. ພິທີເປີດນໍາໃຊ້ໂຄງການຂະຫຍາຍກຳລັງການຜະລິດໄລຍະຍາວ ບໍລິສັດ ເບຍລາວ ຈຳກັດ ໄລຍະທີ 1 (LDP1) ຂັບເຄື່ອນການເຕີບໂຕແບບຍືນຍົງ ຈັດຂຶ້ນໃນວັນທີ 9 ເມສາ 2026 ຊຶ່ງໂຄງການນີ້ ເປັນສ່ວນໜຶ່ງ ຂອງແຜນພັດທະນາ 10 ປີ ບໍລິສັດ ເບຍລາວ ຈຳກັດ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຂະແໜງອຸດສາຫະກຳ ແລະ ຄວາມຄ່ອງຕົວທາງດ້ານເສດຖະກິດຂອງ ສປປ ລາວ, ພ້ອມຂັບເຄື່ອນການເຕີບໂຕແບບຍືນຍົງໃນໄລຍະໃໝ່, ໃຫ້ກຽດເຂົ້າຮ່ວມໃນພິທີມີ ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ມີ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ປະທານຄະນະກໍາມະການປົກຄອງເມືອງຫາດຊາຍຟອງ, ທ່ານເອກອັກຄະລັດຖະທູດ ແດນມາກ ປະຈຳຫວຽດ ນາມ ແລະ ສປປ ລາວ, ຮອງປະທານບໍລິຫານ ກຸ່ມບໍລິສັດ ຄາສເບີກ ພາກພື້ນອາຊີ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    •  ບິນໄປຫວຽດນາມກັບຂໍ້ສະເໜີສຸດພິເສດຈາກ ຫວຽດເຈັດ ພ້ອມຮັບໂຊກລາບວັດທະນະທຳ-ສັງຄົມ

      ບິນໄປຫວຽດນາມກັບຂໍ້ສະເໜີສຸດພິເສດຈາກ ຫວຽດເຈັດ ພ້ອມຮັບໂຊກລາບ

      3/5/2026 2:22:12 PM

      ສາຍການບິນຫວຽດເຈັດ (Vietjet) ໄດ້ເຊີນຊວນນັກທ່ອງທ່ຽວຈາກປະເທດລາວ ສໍາຜັດກັບວັດທະນະທຳທີ່ສົດໃສ, ອາຫານທີ່ມີຊື່ສຽງລະດັບໂລກ ແລະ ທິວທັດທຳມະຊາດທີ່ສວຍງາມຂອງຫວຽດນາມ ດ້ວຍໂປຣໂມຊັນພິເສດ “ບິນກັບ Vietjet, ລຸ້ນຮັບໂຊກຄຳ” (Fly Vietjet, Strike Gold) ເຊິ່ງເລີ່ມຕັ້ງແຕ່ວັນທີ 3 ມີນາ ຫາ 19 ພຶດສະພາ 2026.

    • ຊົນເຜົ່າກຶມມຸບ້ານວຽງຄຳ ຈັດບຸນເກີຣຢ່າງຟົດຟື້ນ ວັດທະນະທຳ-ສັງຄົມ

      ຊົນເຜົ່າກຶມມຸບ້ານວຽງຄຳ ຈັດບຸນເກີຣຢ່າງຟົດຟື້ນ

      1/26/2026 1:11:12 PM

      ຂປລ. ຊົນເຜົ່າກຶມມຸ ເປັນເຜົ່າໜຶ່ງທີ່ນອນຢູ່ໃນວົງຄະນາຍາດແຫ່ງຊາດລາວ ແລະ ກໍຄ້າຍຄືກັນກັບບັນດາຊົນເຜົ່າມີເຊື້ອສາຍພົວພັນກັບຊົນຊາດຂອມ ໄດ້ຍົກຍ້າຍມາຕັ້ງຖິ່ນຖານຢູ່ເຂດໃຈກາງສຸວັນນະພູມ. ຊົນເຜົ່າກຶມມຸໄດ້ດໍາລົງຊີວິດຢູ່ບັນດາແຂວງພາກເໜືອລົງຮອດແຂວງຄໍາມວນ, ເຜົ່າກຶມມຸມີພາສາປາກເວົ້າເປັນຂອງຕົນເອງ ແລະ ຢຶດຖືຮີດຄອງປະເພນີຂອງເຜົ່າ ໂດຍໄດ້ຖືເອົາບຸນເກີຣ ຫລື ບຸນເຕ້ຍນືມເປັນບຸນປົດປີ

    • ປະທານສະພາການບໍລິຫານຍິງ ສາຍການບິນ ຫວຽດເຈັດ ໄດ້ຮັບນາມມະຍົດ ວິລະຊົນແຮງງານ ຂອງ ສສ ຫວຽດນາມວັດທະນະທຳ-ສັງຄົມ

      ປະທານສະພາການບໍລິຫານຍິງ ສາຍການບິນ ຫວຽດເຈັດ ໄດ້ຮັບນາມມະຍົດ ວິລະຊົນແຮງງານ ຂອງ ສສ ຫວຽດນາມ

      12/31/2025 5:31:46 PM

      ທ່ານນາງ ດຣ ຫງວຽນ ທິ ເຟືອງ ທາວ (Nguyen Thi Phuong Thao) ປະທານສະພາການບໍລິຫານຍິງ ສາຍການບິນຫວຽດເຈັດ (Vietjet) ໄດ້ຮັບການປະດັບນາມມະຍົດ “ວິລະຊົນແຮງງານ”

ads
ads

Top