ຊີວິດ ແລະ ການເຄື່ອນໄຫວ ຂອງປະທານ ຄຳໄຕ ສີພັນດອນ ໃນໄລຍະເຍົາໄວ

07/09/2023 10:12
Email Print 3323
ຂປລ (ເນື່ອງໃນໂອກາດວັນເກີດຄົບຮອບ 100 ປີ, ວັນທີ 8 ກຸມພາ 1924-8 ກຸມພາ 2024) *ໃນບົດຜ່ານມາ ພວກເຮົາໄດ້ນຳສະເໜີໄປແລ້ວກ່ຽວກັບຄຸນສົມບັດ ແລະ ສິນທຳປະຕິວັດຂອງປະທານ ຄຳໄຕ ສີພັນດອນ ເພື່ອປຸກລະດົມ ບັນດາສະມາຊິກພັກ, ພະນັກງານ, ກໍາລັງປະກອບອາວຸດ, ມະຫາຊົນ ແລະ ຄົນຮຸ່ນຫລັງ ໄດ້ສຶກສາຮໍ່າຮຽນເອົາແບບຢ່າງນໍ້າໃຈເສຍສະລະ, ຄຸນສົມບັດສິນທໍາປະຕິວັດ, ແບບແຜນນໍາພາ, ແບບແຜນວິທີເຮັດວຽກ ແລະ ແບບແຜນດໍາລົງຊີວິດ ຕະຫລອດຮອດແນວຄິດຊີ້ນໍາຂອງເພິ່ນ ໄປເປັນແວ່ນແຍງ ແລະ ຜັນຂະຫຍາຍ ເຂົ້າໃນພາລະກິດຂອງແຕ່ລະຄົນ ເພື່ອປະເທດຊາດ ແລະ ປະຊາຊົນ.

(ເນື່ອງໃນໂອກາດວັນເກີດຄົບຮອບ 100 ປີ, ວັນທີ 8 ກຸມພາ 1924-8 ກຸມພາ 2024)

          *ໃນບົດຜ່ານມາ ພວກເຮົາໄດ້ນຳສະເໜີໄປແລ້ວກ່ຽວກັບຄຸນສົມບັດ ແລະ ສິນທຳປະຕິວັດຂອງປະທານ ຄຳໄຕ ສີພັນດອນ ເພື່ອປຸກລະດົມ ບັນດາສະມາຊິກພັກ, ພະນັກງານ, ກໍາລັງປະກອບອາວຸດ, ມະຫາຊົນ ແລະ ຄົນຮຸ່ນຫລັງ ໄດ້ສຶກສາຮໍ່າຮຽນເອົາແບບຢ່າງນໍ້າໃຈເສຍສະລະ, ຄຸນສົມບັດສິນທໍາປະຕິວັດ, ແບບແຜນນໍາພາ, ແບບແຜນວິທີເຮັດວຽກ ແລະ ແບບແຜນດໍາລົງຊີວິດ ຕະຫລອດຮອດແນວຄິດຊີ້ນໍາຂອງເພິ່ນ ໄປເປັນແວ່ນແຍງ ແລະ ຜັນຂະຫຍາຍ ເຂົ້າໃນພາລະກິດຂອງແຕ່ລະຄົນ ເພື່ອປະເທດຊາດ ແລະ ປະຊາຊົນ. ເລີ່ມຈາກບົດນີ້ເປັນຕົ້ນໄປ ຈະໄດ້ເອົາ ຊີວິດ ແລະ ການເຄື່ອນໄຫວຂອງ ປະທານ ຄຳໄຕ ສີພັນດອນ ມານຳສະເໜີ ໂດຍເລີ່ມແຕ່ໄລຍະເຍົາໄວ, ຈຸດເລີ່ມຕົ້ນເຂົ້າສູ່ຂະບວນການປະຕິວັດຊາດປະທິປະໄຕ, ການປະກອບສ່ວນໃນຂະບວນການຕໍ່ສູ້ກູ້ຊາດ, ການປະກອບສ່ວນສ້າງສາພັດທະນາປະເທດຊາດໃນແຕ່ລະໄລຍະຊີວິດຂອງເພິ່ນ ເພື່ອ ສັນລະເສີນຄຸນງາມຄວາມດີ, ຄວາມເສຍສະລະ ອຸທິດຕົນ ແລະ ຜົນງານອັນໃຫຍ່ຫລວງຂອງເພິ່ນ ຕໍ່ພາລະກິດປະຕິວັດຊາດ ປະຊາທິປະໄຕ ກໍ່ຄື ຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ປະທານ ຄໍາໄຕ ສີພັນດອນ ເກີດໃນວັນທີ 08 ກຸມພາ 1924 ທີ່ບ້ານຫົວໂຂງພະໃຫຍ່, ເມືອງໂຂງ, ແຂວງ ຈໍາປາສັກ; ເປັນບຸດຂອງພໍ່ ນີ ນີລະໄຊ ແລະ ແມ່ສາຍບົວ ນີລະໄຊ ມີອ້າຍເອື້ອຍນ້ອງຮ່ວມກັນ 6 ຄົນ.ເວລາຍັງນ້ອຍ, ປະທານ ຄໍາໄຕ ສີພັນດອນ ບໍ່ໄດ້ເຂົ້າຮຽນໜັງສືຍ້ອນວ່າຢູ່ບ້ານບໍ່ມີໂຮງຮຽນ ຈົນຮອດປີ 1931 ພໍ່ເຖົ້າມະຫາແກ້ວ ທີ່ເປັນຂ້າລາຊະການຂະແໜງການສຶກສາສົງຢູ່ວຽງຈັນ ໄດ້ລົງເມືອຢາມບ້ານຢູ່ເມືອງໂຂງ, ທັງໄດ້ຊອກເອົາລູກຫລານຂຶ້ນໄປສອບເສັງເຂົ້າຮຽນຕໍ່ທີ່ວຽງຈັນ, ປະທານ ຄໍາໄຕ ສີພັນດອນ ກໍ່ເປັນຜູ້ໜຶ່ງທີ່ຖືກເລືອກ ເອົາຂຶ້ນເມືອຮຽນຢູ່ວຽງຈັນ; ປະທານ ຄໍາໄຕ ໄດ້ເຂົ້າຮຽນຢູ່ຊັ້ນປະຖົມ ແລະ ຫລັງຈາກນັ້ນ ກໍສອບເສັງເຂົ້າໂຮງຮຽນ ມັດທະຍົມ ຫລື College PAVIE ຊຶ່ງເປັນໂຮງຮຽນມັດທະຍົມແຫ່ງດຽວຢູ່ປະເທດລາວໃນສະໄໝນັ້ນ.

ຜ່ານໄລຍະ 10 ປີ ທີ່ຮຽນໜັງສື ຊັ້ນປະຖົມ ແລະ ມັດທະຍົມ College PAVIE ຢູ່ວຽງຈັນ. ນອກຈາກ ໄດ້ຕັ້ງໃຈຮຽນ ແລະ ອອກແຮງງານຊ່ວຍຄອບຄົວຂອງພໍ່ເຖົ້າມະຫາແກ້ວ, ປະທານ ຄໍາໄຕ ສີພັນດອນ ຍັງໄດ້ຮັບ ການອົບຮົມບົ່ມສອນ ແລະ ຮຽນຮູ້ຫລາຍສິ່ງຫລາຍຢ່າງທີ່ເປັນປະໂຫຍດຈາກພໍ່ເຖົ້າມະຫາແກ້ວເປັນຕົ້ນແມ່ນ: ການປູກຝັງແນວຄິດຮັກຊາດ ໂດຍເລີ່ມຈາກການຮັກພາສາ-ວັນນະຄະດີ ແລະ ວັດທະນະທໍາອັນດີງາມທີ່ເປັນເອກະລັກ ຂອງຊາດກໍຄືຂອງທ້ອງຖິ່ນ; ການສ້າງຈິດສໍານຶກກ່ຽວກັບການຮຽນຮູ້ກັບສະພາບຕົວຈິງ ຕະຫລອດຮອດຄວາມເປັນ ລະບຽບຮຽບຮ້ອຍ, ຄວາມຖະໜອມຖ່ອມຕົວ, ການສໍາມາຄາລະວະ ແລະ ການປະພຶດປະຕິບັດໃຫ້ຖືກຕ້ອງຕາມ ຮີດຄອງປະເພນີ ແລະ ອື່ນໆອີກ...

ໃນທ້າຍປີ 1941 ພໍ່ເຖົ້າມະຫາແກ້ວ ໄດ້ເສຍຊີວິດກະທັນຫັນ ຊຶ່ງເຮັດໃຫ້ຊີວິດໃນໄວຮຽນ ຂອງປະທານ ຄຳໄຕ ສີພັນດອນ ມີບັນຫາດ້ານການສະໜັບສະໜູນສົ່ງເສີມ ແລະ ເຮັດໃຫ້ເພິ່ນ ຕັດສິນໃຈອອກໂຮງຮຽນໄປເສັງເຂົ້າເຮັດວຽກຢູ່ ຂະແໜງໄປສະນີ. ອັນນີ້ຖືເປັນຈຸດປ່ຽນອັນສໍາຄັນຈາກການເປັນນັກຮຽນໄປສູ່ການເປັນຂ້າລາຊະການ ຊຶ່ງຕໍ່ມາໄລຍະໜຶ່ງ ກໍໄດ້ຖືກເລືອກໃຫ້ໄປຮຽນຕໍ່ວິຊາສະເພາະ 2 ປີ ຢູ່ໄຊງ່ອນ (ພາກໃຕ້ຫວຽດນາມ). ພາຍຫລັງຮຽນຈົບວິຊາສະເພາະໃນປີ 1944, ປະທານ ຄໍາໄຕ ສີພັນດອນໄດ້ກັບຄືນປະເທດໂດຍໄດ້ຮັບການ ແຕ່ງຕັ້ງໃຫ້ເປັນນາຍສາຍແລະ ໄດ້ໄປປະຈໍາການຢູ່ແຂວງຜົ້ງສາລີ./.

KPL

ຂ່າວອື່ນໆ

    • ຈີນສາມາດພັດທະນາຫຸ່ນຍົນແບບກ້າວກະໂດດໃນໄລຍະເວລາສັ້ນໄດ້ແນວໃດ?ບົດ-ສາລະຄະດີ

      ຈີນສາມາດພັດທະນາຫຸ່ນຍົນແບບກ້າວກະໂດດໃນໄລຍະເວລາສັ້ນໄດ້ແນວໃດ?

      3/10/2026 2:15:01 PM

      ຂປລ. ສືບເນື່ອງຈາກຕົວຢ່າງໜຶ່ງດີເລີດໃນການນໍາໃຊ້ຫຸ່ນຍົນ ແລະ ເຄື່ອງມືການແພດ ທັນສະໄໝຂອງຈີນຊ່ວຍພີ່ນ້ອງເພື່ອນມິດໃກ້ຄຽງກໍຄື: ບັນດາຜູ້ປ່ວຍ ຊາວລາວພົ້ນຄວາມທຸກທໍລະມານ ແລະ ລອດຊີວິດຈາກພະຍາດອັນຕະລາຍໄດ້ ເຊິ່ງເຫດການນີ້ບໍ່ພຽງ ແຕ່ສະທ້ອນໃຫ້ເຫັນການພັດທະນາຫຸ່ນຍົນທີ່ມີຄວາມກ້າວໜ້າທັນສະໄໝທີ່ສຸດ ຂອງຈີນເທົ່ານັ້ນແຕ່ຍັງເຮັດໃຫ້ຊາວໂລກໄດ້ເຫັນຢ່າງປະຈັກຕາວ່າຈີນກາຍເປັນຜູ້ນໍາໜ້າ

    • ຂົວມິດຕະພາບແຫ່ງທີ  5 ອຳນວຍຄວາມສະດວກຫລາຍດ້ານໃນການໄປມາຫາສູ່ກັນລະຫວ່າງປະຊາຊົນສອງຊາດລາວ-ໄທ ບົດ-ສາລະຄະດີ

      ຂົວມິດຕະພາບແຫ່ງທີ 5 ອຳນວຍຄວາມສະດວກຫລາຍດ້ານໃນການໄປມາຫາສູ່ກັນລະຫວ່າງປະຊາຊົນສອງຊາດລາວ-ໄທ

      3/10/2026 2:08:28 PM

      ຂປລ. ພາຍຫລັງໄດ້ເປີດຂົວມິດ ຕະພາບແຫ່ງທີ 5 ແຂວງບໍລິຄຳ ໄຊ-ບຶງການ ຢ່າງເປັນທາງການ ໃນທ້າຍປີ 2025 ຜ່ານມານີ້, ເຮັດ ໃຫ້ການໄປມາຫາສູ່ກັນລະຫວ່າງ ປະຊາຊົນສອງປະເທດລາວ-ໄທ, ການຂົນສົ່ງສິນຄ້າ, ການຈັດເກັບ ລາຍຮັບເຂົ້າງົບປະມານມີຄວາມ ສະດວກສະບາຍ.

    •  ວັນແມ່ຍິງສາກົນ 8 ມີນາ 2026ບົດ-ສາລະຄະດີ

      ວັນແມ່ຍິງສາກົນ 8 ມີນາ 2026

      3/10/2026 2:02:39 PM

      ຂປລ. ໃນໂອກາດວັນແມ່ຍິງ ສາກົນ 8 ມີນາ 2026 ຈະໝູນວຽນ ມາບັນຈົບຄົບຮອບອີກວາລະໜຶ່ງ, ໃນນາມຜູ້ຂຽນຂ້າພະເຈົ້າຂໍສົ່ງຄຳ ອວຍພອນອັນປະເສີດມາຍັງບັນດາ ທ່ານ ແມ່ຍິງລາວທຸກໆທ່ານ ທີ່ຢູ່ ພາຍໃນ ແລະ ຕ່າງປະເທດ ຈົ່ງປະ ສົບແຕ່ຄວາມສຸກ, ຄວາມຈະເລີນ, ຄວາມສົມຫວັງດັ່ງທີ່ມຸ່ງມາດປາ ຖະໜາໃນການຕໍ່ສູ້ເພື່ອສິດສະເໝີ ພາບ ຍິງ-ຊາຍ !

    • ຫລີກ-ລີກ- ຫລຸ ແລະ ລຸ ໃນພາສາລາວບົດ-ສາລະຄະດີ

      ຫລີກ-ລີກ- ຫລຸ ແລະ ລຸ ໃນພາສາລາວ

      3/10/2026 1:59:38 PM

      ຂປລ. ສືບຕໍ່ນໍາເອົາບັນດາ ຄໍາ ທີ່ມີຕົວແກນເປັນອັກສອນສູງ ແລະ ຕໍ່າ, ມີສະຫລະ ແລະ ຕົວ ສະກົດຕາຍ ມານໍາສະເໜີຕື່ມອີກ ໃນບົດນີ້ ເພື່ອທົບທວນນໍາກັນ ໃຫ້ ການຂຽນຖືກຕາມຫລັກການຂີດ ຂຽນພາສາລາວ. ຄໍາ “ຫລີກ” ເປັນຄໍາກໍາມະ ໝາຍເຖິງ ເວັ້ນ, ຜີກ, ຫຍັບອອກ ຈາກທາງ ເຊັ່ນ ຫລີກທາງ, ຫລີກ ເວັ້ນ, ຫລີກເສື້ອມາພໍ້ແຂ້... ຄໍາ “ລີກ” ເປັນຄໍານາມ ໝາຍ ເຖິງ ໄມ້ດິ້ວນ້ອຍໆ ແລະ ຍາວ;ຖັກ

    • ເມືອງຈຳພອນ ປະກາດ ຫໍໄຕປີດົກ ແລະ ວັດເກົ່າຕາແຫລວ ເປັນມໍລະດົກແຫ່ງຊາດລະດັບຊາດບົດ-ສາລະຄະດີ

      ເມືອງຈຳພອນ ປະກາດ ຫໍໄຕປີດົກ ແລະ ວັດເກົ່າຕາແຫລວ ເປັນມໍລະດົກແຫ່ງຊາດລະດັບຊາດ

      3/10/2026 1:56:20 PM

      ຂປລ. ເມືອງຈຳພອນ ແຂວງ ສະຫວັນນະເຂດ ໄດ້ຈັດພິທີປະກາດ ຮັບຮອງເອົາ ຫໍໄຕປີດົກ ບ້ານໜອງ ລຳຈັນ ແລະ ວັດເກົ່າຕາແຫລວ ເປັນມໍລະດົກແຫ່ງຊາດລະດັບຊາດ ຂຶ້ນຢ່າງເປັນທາງການໃນວັນທີ 02-04 ມີນາ 2026 ໂດຍຕິດພັນ ກັບບຸນປະເພນີແຫ່ໜັງສືຜູກໃບລານ ອັນເປັນເອກະລັກທີ່ຫາເບິ່ງໄດ້ຍາກ ໃນປັດຈຸບັນ.

ads
ads

Top