ຂປລ
*ມາພົບກັບຄໍລຳຊົມເຊີຍເສັ້ນທາງລົດໄຟ ລາວ-ຈີນ ມື້ນີ້, ຜູ້ຂຽນຂໍສະແດງຍິນດີຕ້ອນຮັບຂະບວນລົດໄຟເຊື່ອມຕໍ່ ລາວ-ຈີນ ທີ່ເລີ່ມແລ່ນຂ້າມຊາຍແດນ ສປປ ຈີນ ສູ່ແຜ່ນດິນຂອງ ສປປ ລາວ ໃນວັນທີ 13 ເມສາ 2023 ນີ້ ເຊິ່ງເປັນຄັ້ງປະຫວັດສາດຂອງ ລາວ ກໍຄືໃນພາກ ພື້ນ ອາ ຊຽນ.

*ມາພົບກັບຄໍລຳຊົມເຊີຍເສັ້ນທາງລົດໄຟ ລາວ-ຈີນ ມື້ນີ້, ຜູ້ຂຽນຂໍສະແດງຍິນດີຕ້ອນຮັບຂະບວນລົດໄຟເຊື່ອມຕໍ່ ລາວ-ຈີນ ທີ່ເລີ່ມແລ່ນຂ້າມຊາຍແດນ ສປປ ຈີນ ສູ່ແຜ່ນດິນຂອງ ສປປ ລາວ ໃນວັນທີ 13 ເມສາ 2023 ນີ້ ເຊິ່ງເປັນຄັ້ງປະຫວັດສາດຂອງ ລາວ ກໍຄືໃນພາກ ພື້ນ ອາ ຊຽນ. ເສັ້ນທາງລົດໄຟລາວ-ຈີນ ເກີດຂຶ້ນພາຍໃຕ້ຂອບການມື ໜຶ່ງແລວໜຶ່ງເສັ້ນທາງ, ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຮ່ວມກັນ.
ຜູ້ຂຽນນຶກຄືນຫລັງກ່ອນໂຄງການເສັ້ນທາງລົດໄຟ ລາວ-ຈີນ ພາຍໃຕ້ຂໍ້ລິເລີ່ມ ໜຶ່ງແລວໜຶ່ງເສັ້ນທາງຍັງບໍ່ທັນໄດ້ກ່າວເຖິງປະມານ ປີ 2011-2012 ເຊິ່ງເວລານັ້ນຜູ້ຂຽນໄດ້ຮັບກຽດ ແລະ ຖືກມອບໝາຍໃຫ້ເດີນທາງເຂົ້າ ຮ່ວມໂຄງການຝຶກອົບຮົມນັກຂ່າວ ໃນຂອບການຮ່ວມມືດ້ານ ການຄ້າຈີນ-ອາຊຽນ ເພື່ອນໍາສະເໜີຂ່າວກ່ຽວກັບການຄ້າ, ການລົງທຶນ ແລະ ເວລາຕໍ່ມາຫ່າງກັນພຽງ 1 ປີ ຄື ປີ 2013 ທ່ານ ສີຈິ້ນ ຜີງ ປະທານປະເທດແຫ່ງ ສປ ຈີນ ໄດ້ປະກາດຟື້ນຊີບເສັ້ນທາງສາຍໄໝຄືນໃໝ່ ດ້ວຍການໃຊ້ງົບປະມານພັດທະນາ ເຂົ້າໃນໂຄງການດັ່ງກ່າວເຖິງ 40 ຕື້ໂດລາ ສະຫະລັດ ເພື່ອເຊື່ອມໂຍງເຊື່ອມຈອດເສັ້ນທາງຄົມມະນາຄົມ, ການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ອື່ນໆ ເຂົ້າຫາກັນແບບບໍ່ມີພົມແດນ ລະຫວ່າງພາກພື້ນ ແລະ ສາກົນພາຍໃຕ້ເງື່ອນໄຂ ຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ ເຊິ່ງສ້າງຄວາມປະຫລາດໃຈ ແລະ ສ້າງຄວາມຕົກຕະລຶງ ໃຫ້ຊາວໂລກ ຄິດວ່າໂຄງການດັ່ງກ່າວຈະເກີດຈິງ ຫລື ບໍ່?. ຕໍ່ມາບໍ່ພໍເທົ່າໃດປີ, ສອງພັກ-ສອງລັດລະຫວ່າງ ສປປ ລາວ ແລະ ສປ ຈີນ ກໍໄດ້ຕັດສິນໃຈພັດທະນາໂຄງການເສັ້ນທາງລົດລາວ-ຈີນ ຮ່ວມກັນ ດ້ວຍຄວາມຮີບຮ້ອນທັນການໃນປີ 2015 ແລະ ສໍາເລັດສົມບູນ ພ້ອມທັງເປີດ ໃຫ້ບໍ ລິ ການ ໃນທ້າຍປີ 2021 ພໍດີກົງກັນກັບວັນຊາດຂອງ ສປປ ລາວນັ້ນເອງ.
ສໍາລັບທາງລົດໄຟ ລາວ-ຈີນ ແມ່ນສ່ວນໜຶ່ງຂອງຂໍ້ລິເລີ່ມໜຶ່ງແລວທາງໜຶ່ງເສັ້ນທາງ (BRI) ເຊິ່ງເຊື່ອມຕໍ່ ສປປ ລາວ, ສປ ຈີນ, ມົງໂກເລຍ, ຕາເວັນອອກກາງ, ເອີຣົບ ແລະ ອາຊຽນ (ໄທ, ມາເລເຊຍ, ສິງກະໂປ) ເຊິ່ງໄລຍະເສັ້ນທາງລົດໄຟ ລາວ-ຈີນ ຈາກນະຄອນຫລວງວຽງຈັນ ໄປຫາຊາຍແດນລາວ-ຈີນ ໃນແຂວງຫລວງນໍ້າທາມີຍາວລວມທັງໝົດ 400 ກວ່າກິໂລແມັດ, ມີມູນຄ່າລົງທຶນເກືອບ 6 ຕື້ໂດລາ. ໃນນັ້ນ ສປປ ລາວຖືຫຸ້ນ 30% ແລະ ສປ ຈີນຖືຫຸ້ນ 70%. ແນວໃດກໍດີ ບໍລິສັດທາງລົດໄຟ ລາວ-ຈີນ ປະກາດວ່າ: ທາງລົດໄຟເຊື່ອມຕໍ່ ລາວ-ຈີນ ຈະເປີດນຳ ໃຊ້ລົດໄຟຂ້າມແດນຢ່າງເປັນທາງການໃນວັນທີ 13 ເມສາ 2023 ລະຫວ່າງສະຖານີນະຄອນວຽງຈັນ ສປປ ລາວ ແລະ ສະຖານີຄຸນໝິງໃຕ້ ສປ ຈີນ, ພ້ອມດຽວກັນນີ້ ໃນເວລາ 8 ໂມງເຊົ້າຂອງວັນທີ 11 ເມສາ 2023 ນີ້ ກໍຈະເປີດຂາຍປີ້ລົດໄຟຂ້າມແດນພ້ອມກັນທັງສອງປະເທດ.
ຂະບວນລົດໄຟໂດຍສານສາກົນຕາມທາງລົດໄຟ ຈີນ-ລາວ ໄດ້ແລ່ນລົດແບບອອກເດີນທາງໃນຕອນເຊົ້າ ແລະເດີນທາງເຖິງຈຸດໝາຍປາຍທາງໃນຕອນແລງ, ເປີດມື້ລະ 1 ຂະບວນ ຈະຈອດລົດ 8 ສະຖານີ ຄື: ສະຖານີຄຸນໝິງໃຕ້, ສະຖານີຜູເອີ, ສະຖານີສິບສອງປັນນາ, ສະຖານີບໍ່ ຫານ, ສະຖານີບໍ່ເຕ່ນ, ສະຖານີຫລວງພະບາງ, ສະຖານີວັງວຽງ ແລະ ສະຖານີວຽງຈັນ, ໃຊ້ເວລາເດີນທາງ 10 ຊົ່ວໂມງ 30 ນາທີ ເຊິ່ງລວມທັງເວລາແຈ້ງຜ່ານດ່ານຢູ່ຕາມດ່ານຊາຍແດນບໍ່ຫານ-ບໍ່ເຕ່ນ. ໃນນັ້ນ, ຂະບວນລົດໄຟ D887 ຈາກສະຖານີຄຸນໝິງໃຕ້ ຫາສະຖານີວຽງຈັນ ແມ່ນເດີນ ທາງອອກຈາກສະຖານີຄຸນໝິງໃຕ້ ໃນເວລາ 7 ໂມງ 08 ນາທີ ຕາມເວລາວຽງຈັນ ແລະ ເດີນທາງເຖິງນະຄອນຫລວງວຽງຈັນ ໃນເວລາ 17 ໂມງ 38 ນາທີຂອງມື້ດຽວກັນ; ຂະບວນລົດໄຟ D888 ຈາກສະຖານີວຽງຈັນ ຫາ ສະຖານີຄຸນໝິງໃຕ້ ເດີນທາງອອກຈາກນະຄອນຫລວງວຽງຈັນ ໃນ ເວ ລາ 8 ໂມງ 08 ນາທີ ຕາມເວລາວຽງຈັນ ແລະ ເດີນທາງເຖິງສະຖານີຄຸນໝິງໃຕ້ ໃນເວລາ 18 ໂມງ 38 ນາທີ ຂອງມື້ດຽວກັນ.
ການເປີດບໍລິການລົດໄຟເຊື່ອມຕໍ່ ລາວ-ຈີນ ຖືວ່າເປັນການສ້າງ ປະຫວັດສາດໜ້າໃໝ່ໃນການເຊື່ອມໂຍງ ດ້ານການຄົມມະນາຄົມທາງບົກ ລະຫວ່າງ ສປປ ລາວ ແລະ ສປ ຈີນ ກໍຄືການເຊື່ອມໂຍງໃນພາກພື້ນອາຊຽນ ໃຫ້ສະດວກສະບາຍຍິ່ງຂຶ້ນ.
ໂດຍ: ເກີດຂວັນໃຈ ມາລີຈັນສີ
KPL