ໂຄງການກໍ່ສ້າງທາງດ່ວນພາກເໜືອ 3 ຊ່ວງ ບໍ່ມິຄວາມຄືບໜ້າ ແລະ ມີຫລາຍໜ້າວຽກຄ້າງຄາ

19/01/2023 15:35
Email Print 855
ຂປລ ຂປລ. ໂຄງການລົງທຶນກໍ່ສ້າງທາງດ່ວນ ສາຍພາກເໜືອ 3 ຊ່ວງ (ວັງວຽງ ຫາ ຫລວງພະບາງ, ຫລວງພະບາງ ຫາ ອຸດົມໄຊ ແລະ ອຸດົມໄຊ ຫາ ຊາຍແດນ ລາວ-ຈີນ (ບໍ່ເຕັນ-ບໍ່ຫານ) ການດໍາເນີນການກໍ່ສ້າງທາງດ່ວນ ດັ່ງກ່າວ ໄດ້ສໍາຫລວດ ສຶກສາຂໍ້ມູນໃນໄລຍະຫລາຍປີຜ່ານມາ ແຕ່ໂຄງການທາງດ່ວນບໍ່ມີຄວາມຄືບໜ້າ, ການດຳເນີນໂຄງການ ແລະ ຍັງມີຫລາຍໜ້າວຽກທີ່ຄ້າງຄາ.

 

ຂປລ. ໂຄງການລົງທຶນກໍ່ສ້າງທາງດ່ວນ ສາຍພາກເໜືອ 3 ຊ່ວງ (ວັງວຽງ ຫາ ຫລວງພະບາງ, ຫລວງພະບາງ ຫາ ອຸດົມໄຊ ແລະ ອຸດົມໄຊ ຫາ ຊາຍແດນ ລາວ-ຈີນ (ບໍ່ເຕັນ-ບໍ່ຫານ) ການດໍາເນີນການກໍ່ສ້າງທາງດ່ວນ ດັ່ງກ່າວ ໄດ້ສໍາຫລວດ ສຶກສາຂໍ້ມູນໃນໄລຍະຫລາຍປີຜ່ານມາ ແຕ່ໂຄງການທາງດ່ວນບໍ່ມີຄວາມຄືບໜ້າ, ການດຳເນີນໂຄງການ ແລະ ຍັງມີຫລາຍໜ້າວຽກທີ່ຄ້າງຄາ.
   ໃນໄລຍະຜ່ານມາ, ກະຊວງ ແຜນການ ແລະ ການລົງທຶນຂອງ ສປປ ລາວ ໄດ້ກວດກາຄືນການ ຂໍສືບຕໍ່ສຶກສາຄວາມເປັນໄປໄດ້ໃນໂຄງການກໍ່ສ້າງທາງດ່ວນ 3 ຊ່ວງ ຂອງບໍລິສັດ
Yunnan construction andInvestment Holding Group Co.,Ltd, ຜ່ານມາໄດ້ຕໍ່ອາຍຸ (MOU) 3 ຄັ້ງແລ້ວ ແຕ່ໂຄງການ ບໍ່ມີຄວາມຄືບໜ້າ ແລະ ຍັງມີຫລາຍໜ້າວຽກທີ່ຄ້າງຄາ. ສະນັ້ນ, ເພື່ອເຮັດໃຫ້ໂຄງການສາມາດຈັດຕັ້ງປະຕິບັດໄດ້ໄວ ຈຶ່ງຄວນເລືອກເອົາບໍລິສັດ ທີ່ມີເງື່ອນໄຂຄວາມພ້ອມໃນດ້ານຕ່າງໆ ເພື່ອສືບຕໍ່ພັດທະນາທາງດ່ວນຊ່ວງທີ 2  ວັງວຽງ ຫາ ຫລວງພະບາງ ແລະ ທາງດ່ວນຊ່ວງທີ 03 ຫລວງພະບາງ ຫາ ອຸດົມໄຊ ໃຫ້ສໍາເລັດຕາມແຜນການທີ່ວາງໄວ. ດັ່ງນັ້ນ, ຫ້ອງວ່າການສໍານັກງານ ນາ ຍົກລັດຖະມົນຕີຈຶ່ງອອກ ແຈ້ງການສະບັບເລກທີ 431/ຫສນຍ,ລົງວັນທີ 30/03/2022 ບໍ່ເຫັນດີໃຫ້ຕໍ່ອາຍຸ ບົດບັນທຶກຄວາມເຂົ້າໃຈ(MOU) ຫລື ຍົກເລີກໂຄງການທາງດ່ວນ ຊ່ວງທີ 2 (ວັງວຽງ ຫາ ຫລວງພະບາງ) ແລະ ຊ່ວງທີ 3 (ຫລວງພະບາງ ຫາ ອຸດົມໄຊ) ຂອງບໍລິສັດ Yunnan construction andInvestment Holding Group Co.,Ltd, ສ່ວນທາງດ່ວນ ຊ່ວງທີ 04 ອຸດົມໄຊ ຫາ ຊາຍແດນ ລາວ-ຈີນ (ບໍ່ເຕັນ-ບໍ່ຫານ) ແມ່ນມອບໃຫ້ບໍລິສັດ Yunnan construction andInvestment Holding Group Co.,Ltd ສືບຕໍ່ໂຄງການທາງດ່ວນ ເນື່ອງຈາກວ່າ ບໍລິສັດ ດັ່ງກ່າວ ໄດ້ດຳເນີນການສຳຫລວດສຶກສາຄວາມເປັນໄດ້ ກ່ຽວກັບສະພາບທາງດ່ວນຜ່ານມາ ແລະ ມີຂໍ້ມູນຈຳນວນ ໜຶ່ງແລ້ວ ແຕ່ຕ້ອງກຳນົດຂອບເຂດເວລາ ການຈັດຕັ້ງປະຕິບັດໂຄງການໃຫ້ຊັດເຈນ.

KPL

ຂ່າວອື່ນໆ

    • ເຈົ້າເມືອງປາກກະດິງ ລົງຕິດຕາມ -ຊຸກຍູ້ ການສ້ອມແປງເສັ້ນທາງວັດທະນະທຳ-ສັງຄົມ

      ເຈົ້າເມືອງປາກກະດິງ ລົງຕິດຕາມ -ຊຸກຍູ້ ການສ້ອມແປງເສັ້ນທາງ

      10/21/2024 6:53:18 PM

      ຂປລ. ແຫລ່ງຂ່າວຈາກ ແຂວງບໍລິຄຳໄຊ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ທ່ານ ບຸນຄົບ ຈັນທະວົງ ເຈົ້າເມືອງປາກກະດິງ ພ້ອມຄະນະ ໄດ້ລົງຕິດຕາມ-ຊຸກຍູ້ ການສ້ອມແປງເສັ້ນທາງຫລວງທ້ອງຖິ່ນແຕ່ ທາງເລກ 11 ໃຕ້ ບ້ານບຸ່ງກວາງ ເມືອງປາກກະດິງ ແຂວງບໍລິຄຳໄຊ ຫາ ທາງເລກ 13 ໃຕ້ ບ້ານວຽງທອງ ເມືອງຫີນບູນ ແຂວງຄຳມ່ວນ.

    • ບໍລິສັດ ທີ່ປຶກສາໄຂ່ມຸກຕາເວັນອອກຈໍາກັດ  ຮ່ວມວາງສະແດງໃນກອງປະຊຸມ ໄອປາ ຄັ້ງທີ 45ວັດທະນະທຳ-ສັງຄົມ

      ບໍລິສັດ ທີ່ປຶກສາໄຂ່ມຸກຕາເວັນອອກຈໍາກັດ ຮ່ວມວາງສະແດງໃນກອງປະຊຸມ ໄອປາ ຄັ້ງທີ 45

      10/20/2024 8:46:28 PM

      ຂປລ. ໃນໂອກາດດໍາເນີນກອງປະຊຸມ ສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ ຫລື ໄອປາ ຄັ້ງທີ 45 ທີ່ ສປປ ລາວ ເປັນເຈົ້າພາບ ຈັດຂຶ້ນໃນລະຫວ່າງວັນທີ 17-23 ຕຸລາ 2024 ຢູ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ, ພາກສ່ວນຕ່າງໆທັງພາກລັດ ແລະ ເອກະຊົນ ໄດ້ນໍາຜະລິດຕະພັນ ມາເຂົ້າຮ່ວມວາງສະແດງ ເປັນຕົ້ນ ລາຍການທ່ອງທ່ຽວ, ຮ້ານຫັດຖະກໍາ, ເຄື່ອງປະດັບ.

    • ເຮືອຊ່ວງ ທະນາຄານຮ່ວມພັດທະນາ ໄດ້ລາງວັນຊະນະເລີດ ໃນບຸນຊ່ວງເຮືອ ທ່າວັດຈັນວັດທະນະທຳ-ສັງຄົມ

      ເຮືອຊ່ວງ ທະນາຄານຮ່ວມພັດທະນາ ໄດ້ລາງວັນຊະນະເລີດ ໃນບຸນຊ່ວງເຮືອ ທ່າວັດຈັນ

      10/19/2024 10:36:18 AM

      ຂປລ. ບຸນຊ່ວງເຮືອປະເພນີປະຈຳປີ 2024 ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ໄດ້ສຳເລັດລົງ ຢ່າງຈົບງາມ ໃນວັນທີ 18 ຕຸລາ 2024 ໂດຍມີເຮືອປະເພນີ 55 ສີພາຍ ຍິງ-ຊາຍ ເຂົ້າຮ່ວມແຂ່ງຂັນທັງໝົດ 9 ລຳ. ໃນນັ້ນ, ເຮືອປະເພນີ ຊາຍ ທັງໝົດ 6 ລຳ ແລະ ເຮືອປະເພນີ ຍິງ 3 ລຳ. ຜ່ານການແຂ່ງຂັນ ເຮືອປະເພນີ ຊາຍ ຂອງທະນາຄານຮ່ວມພັດທະນາ ໄດ້ອັນດັບ 1, ອັນດັບ 2 ແມ່ນທະນາຄານພັດທະນາລາວ ແລະ ອັນດັບ 3 ເຮືອຊ່ວງຈາກບໍລິສັດແສງຈະເລີນໄຊກຣຸບ.

    • ສໍາເລັດຝຶກອົບຮົມສ້າງຄວາມເຂັ້ມແຂງ ໃຫ້ສື່ມວນຊົນໃນການເປັນຄູຝຶກນັກຂ່າວວັດທະນະທຳ-ສັງຄົມ

      ສໍາເລັດຝຶກອົບຮົມສ້າງຄວາມເຂັ້ມແຂງ ໃຫ້ສື່ມວນຊົນໃນການເປັນຄູຝຶກນັກຂ່າວ

      10/19/2024 10:31:35 AM

      ຂປລ. ສະມາຄົມນັກຂ່າວແຫ່ງ ສປປ ລາວ ຈັດພິທີປິດຊຸດຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ແກ່ສື່ມວນຊົນໃນການເປັນຄູຝຶກນັກຂ່າວ ພາຍໃຕ້ຫົວຂໍ້ “ການລາຍງານຂ່າວບັນຫາສີຂຽວ’’ ໃນວັນທີ 18 ຕຸລາ 2024 ໂດຍມີທ່ານ ສະຫວັນຄອນ ລາຊະມຸນຕີ ປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ, ອະດີດຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ), ມີທ່ານ ທອງຫລໍ່ ດວງສະຫວັນ ຜູ້ອຳນວຍການໃຫຍ່ໜັງສືພິມພາສາຕ່າງປະເທດ, ທ່ານນາງ ບົວຄຳ ດວງປັນຍາ ຫົວໜ້າໂຄງການສ້າງຄວາມເຂັ້ມແຂງ ໃຫ້ແກ່ສື່ມວນຊົນ

    • ຮອງນາຍົກລັດຖະມົນ ເຂົ້າຮ່ວມບຸນ ຊ່ວງເຮືອ ປະຈໍາປີ 2024 ທີ່ນະຄອນປາກເຊວັດທະນະທຳ-ສັງຄົມ

      ຮອງນາຍົກລັດຖະມົນ ເຂົ້າຮ່ວມບຸນ ຊ່ວງເຮືອ ປະຈໍາປີ 2024 ທີ່ນະຄອນປາກເຊ

      10/18/2024 1:56:09 PM

      ຂປລ. ການຊ່ວງເຮືອ​ປະເພນີ​ ປະຈໍາປີ​ 2024​ ທີ່ນະຄອນປາກເຊ​ ແຂວງຈໍາປາສັກ​ ເປີດຂຶ້ນຢ່າງຍິ່ງໃຫຍ່​ ຢູ່ບໍລິເວນແຄມນໍ້າເຊໂດນ ບ້ານທ່າສາລາຄໍາ ໃນວັນທີ 18 ຕຸລາ 2024 ໂດຍການໃຫ້ກຽດເຂົ້າຮ່ວມ​ ທ່ານ ​ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ,​ ທ່ານ ອາລຸນໄຊ ສູນນະລາດ, ເຈົ້າແຂວງຈຳປາສັກ,​ ມີກົງສູນໃຫຍ່ ແຫ່ງ ຣາຊະອານາຈັກກຳປູເຈຍ ປະຈໍາ​ພາກໃຕ້ລາວ ທີ່ນະຄອນປາກເຊ,​ ກົງສູນໃຫຍ່ ແຫ່ງ ສປປ ລາວ ປະຈຳແຂວງຊຽງແຕງ​ ຣາຊະອານາຈັກກຳປູເຈຍ,​ ຜູ້ຕາງໜ້າກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳ 4 ແຂວງພາກໃຕ້ລາວ​

ads
ads

Top