ສສຊ ປະກອບຄໍາເຫັນໃສ່ບົດລາຍງານການ ພັດທະນາເສດຖະກິດ-ການເງິນ ລັດຖະບານ

06/12/2022 16:42
Email Print 1181
ຂປລ ຂປລ.ໃນວັນທີ 6 ທັນວາ 2022 ເຊິ່ງເປັນມື້ທີ 2 ຂອງການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານປະທານສະພາແຫ່ງຊາດ



ຂປລ.ໃນວັນທີ 6 ທັນວາ 2022 ເຊິ່ງເປັນມື້ທີ 2 ຂອງການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານປະທານສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ(ສສຊ) ໄດ້ປະກອບຄໍາເຫັນໃສ່ບົດລາຍງານຂອງລັດ ຖະບານກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ. ໃນນີ້ ໄດ້ມີ ສສຊ ຫລາຍເຂດກໍໄດ້ສະແດງຄວາມເປັນຫວ່ງຕໍ່ຫລາຍແຜນການ, ໂຄງການ ແລະ ບັນດາໜ້າວຽກຕ່າງໆ ຂອງລັດຖະບານທີ່ເຫັນວ່າບໍ່ບັນລຸໄດ້ຕາມແຜນການວາງໄວ້.
  ດັ່ງທ່ານ ສາຍສະໝອນ ອິນທິເສນ ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ
4 ແຂວງສາລະວັນໄດ້ມີຄໍາເຫັນວ່າ:ໄລຍະຜ່ານມາ, ເຖິງວ່າມີຫລາຍແຜນງານຂອງລັດຖະບານ ໄດ້ບັນລຸຕາມແຜນການວາງໄວ້ ແຕ່ກໍມີຫລາຍໂຄງການບໍ່ບັນລຸແຜນ. ສະນັ້ນ, ໃນຕໍ່ໜ້າ, ຂະແໜງການຕ່າງໆຂອງພາກລັດຄວນຕ້ອງລົງເລິກຕື່ມໃນດ້ານຕ່າງໆຂອງບັນດາແຜນງານ ແລະ ໂຄງການ ທີ່ລັດໄດ້ກໍານົດໃນຜ່ານມາ ເພື່ອໃຫ້ແທດເໝາະກັບການລົງທຶນ ແລະ ເງື່ອນໄຂຕົວຈິງຂອງແຕ່ລະທ້ອງຖິ່ນ, ທັງຮັບປະກັນຜົນປະໂຫຍດຂອງລັດ. ນອກນີ້,ການເໜັງຕີງຂອງລາຄາສິນຄ້າ ທີ່ມີລັກສະນະເພີ່ມຂຶ້ນແບບທົບເທົ່າ ໃນຫລາຍລາຍການ ກໍເກີດຈາກຂອດຄຸ້ມຄອງທີ່ຍັງບໍ່ທັນຮັດກຸມ ແລະ ບໍ່ທັນໄດ້ລົງເລິກບັນຫາຂອງຕົ້ນເຫດອັນແທ້ຈິງ ເພື່ອນໍາມາແກ້ໄຂ ຈຶ່ງພາໃຫ້ປະເທດເຮົາສືບຕໍ່ປະສົບບັນຫາ ລາຄາສິນຄ້າຫລືຄ່າຄອງຊີບທີ່ສູງ. ສ່ວນວຽກງານການລົງທຶນກໍພົບບັນຫາການບໍ່ໄຫລເຂົ້າຂອງເງິນຕາໃນຫລາຍໂຄງການ.
  ຂະນະທີ່
, ທ່ານ ບຸນລ້ອມ ແກ້ວບຸນໂຮມ ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 7 ແຂວງໄຊຍະບຸລີ ມີຄໍາເຫັນວ່າ: ເຖິງວ່າລັດຖະບານໄດ້ເອົາໃຈໃສ່ຕ້ານການຟູມເຟືອຍໃນຂົງເຂດລັດ, ແຕ່ໃນຕົວຈິງແລ້ວກໍພົບເຫັນໃນຫລາຍຂົງເຂດ ແລະ ບາງອົງການຈັດຕັ້ງ ຍັງມີລັກສະນະການໃຊ້ຈ່າຍງົບປະມານລັດຟູມເຟືອຍ ແລະ ບໍ່ແທດເໝາະກັບສະພາບເງື່ອນໄຂສັງຄົມ ເຊິ່ງບັນຫານີ້ ມັນສະທ້ອນໃຫ້ເຫັນເຖິງເຫລື່ອມລໍ້າທາງດ້ານຖານະເສດຖະກິດໃນອົງການດ້ວຍກັນ. ນອກນີ້ ກໍສະເໜີໃຫ້ລັດຈັດສັນງົບປະມານເຂົ້າໃນຂົງເຂດວັດທະທໍາ-ສັງຄົມໃຫ້ເພີ່ມຂຶ້ນຕື່ມ ເພື່ອຮັບປະກັນໃຫ້ບັນດາຄາດໝາຍໃນຂົງເຂດດັ່ງກ່າວເປັນຕົ້ນ: ຂົງເຂດສາທາລະນະສຸກ, ການສຶກສາ, ແຮງງານ, ວັດທະນະທໍາ, ຖະແຫລງຂ່າວ, ການແກ້ໄຂຄວາມທຸກຍາກ ແລະ ວຽກງານອື່ນໆມີການປະຕິບັດທີ່ດີຂຶ້ນ.
  ສ່ວນທ່ານ ວຽງໄຊ ສີວິໄລ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ
9 ແຂວງຊຽງຂວາງ ກໍມີຄໍາເຫັນສະເໜີລັດພິຈາລະນາຕື່ມໃນການຈັດສັນງົບປະມານ ເພື່ອຊໍາລະໜີ້ໂຄງການພາຍໃນ ໂດຍສະ ເພາະບັນດາໂຄງການທີ່ຈັດຕັ້ງປະຕິບັດສໍາເລັດແລ້ວ ເພື່ອໃຫ້ໂຄງການເຫລົ່ານັ້ນສາມາດສືບຕໍ່. ສ່ວນໂຄງການທີ່ສະເໜີສືບຕໍ່ກໍຄວນໄດ້ປະເມີນຄືນໃໝ່ດ້ານມູນຄ່າ ເພື່ອໃຫ້ມີຄວາມເໝາະສົມກັບຄວາມຕ້ອງ ການຕົວຈິງ ບໍ່ໃຫ້ເສຍງົບປະມານລັດໃນໂຄງການທີ່ບໍ່ມີປະສິດທິຜົນແບບຫລວງຫລາຍ.
  ແນວໃດກໍຕາມ
, ຍັງມີ ສສຊ ຫລາຍເຂດໄດ້ຜັດປ່ຽນກັນຂຶ້ນມີຄໍາເຫັນຕໍ່ບົດລາຍງານຂອງລັດຖະ ບານ ເຊິ່ງຕ່າງກໍໄດ້ສຸມໃສ່ບັນຫາເສດຖະກິດທີ່ມີຄວາມຫຍຸ້ງຍາກ, ບັນຫາໜີ້ສິນຂອງລັດ, ສະພາບເງິນເຟີ້ທີ່ເພີ່ມຂຶ້ນ, ການຄຸ້ມຄອງເງິນຕາບໍ່ທັຍຮັດກຸມ, ການຈັດສັນງົບປະມານທີ່ຊັກຊ້າ ແລະ ການແກ້ໄຂຄວາມທຸກຍາກຂອງປະຊາຊົນ ທີ່ຍັງບໍ່ທັນປະຕິບັດໄດ້ຕາມເປົ້າໝາຍ.

ຂ່າວ:ຕັອກ-ພາບ:ອ່າຍ

 


KPL

ຂ່າວອື່ນໆ

    • ນາຍົກລັດຖະມົນຕີ ພົບປະໂອ້ລົມ ການນໍາແຂວງເຊກອງການເມືອງ

      ນາຍົກລັດຖະມົນຕີ ພົບປະໂອ້ລົມ ການນໍາແຂວງເຊກອງ

      7/2/2025 12:13:13 PM

      ຂປລ. ​ໃນ​ໂອກາດ​ລົງ​ເຄື່ອນ​ໄຫວ​ ວຽກ​ງານ​ຢູ່​ແຂວງ​ເຊ​ກອງ ​ໃນຕອນບ່າຍວັນທີ 1 ກໍລະກົດ 2025, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະໂອ້ລົມ ພະນັກງານການນໍາຫລັກແຫລ່ງ ແຂວງເຊກອງ ແລະ ຊຸກຍູ້ການກະກຽມດຳເນີນ ກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງ ຢູ່ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ.

    • ເປີດງານວາງສະແດງສິນຄ້າອຸດສາຫະກຳ ແລະ ການຮ່ວມມືດ້ານການຄ້າ ລາວ-ຈີນການເມືອງ

      ເປີດງານວາງສະແດງສິນຄ້າອຸດສາຫະກຳ ແລະ ການຮ່ວມມືດ້ານການຄ້າ ລາວ-ຈີນ

      7/2/2025 12:05:08 PM

      ຂປລ. ງານວາງສະແດງສິນຄ້າອຸດສາຫະກຳ ແລະ ການຮ່ວມມືດ້ານການຄ້າ ລາວ-ຈີນ ປະຈຳປີ 2025 ຈັດຂຶ້ນໃນລະຫວ່າງວັນທີ 1-3 ກໍລະກົດ 2025 ຢູ່ສູນການຄ້າວຽງຈັນເຊັນເຕີ ນະຄອນຫລວງວຽງຈັນ ໂດຍມີຕົວແທນວິສາຫະກິດ ຈາກແຂວງຢຸນນານ ສປ ຈີນ 20 ກວ່າບໍລິສັດ ແລະ ຜູ້ປະກອບການຈາກ ສປປ ລາວ ຈຳນວນໜຶ່ງ ໄດ້ນຳເອົາຜະລິດຕະພັນ ມາຮ່ວມວາງສະແດງ.

    • ຫສນຍ ມອບ-ຮັບ ໜ້າທີ່ຫົວໜ້າກົມ ພາຍຫລັງສຳເລັດການປັບປຸງກົງຈັກການຈັດຕັ້ງການເມືອງ

      ຫສນຍ ມອບ-ຮັບ ໜ້າທີ່ຫົວໜ້າກົມ ພາຍຫລັງສຳເລັດການປັບປຸງກົງຈັກການຈັດຕັ້ງ

      7/2/2025 11:54:47 AM

      ຂປລ. ໃນວັນທີ 30 ມິຖຸນາ 2025 ຜ່ານມານີ້, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ຈັດພິທີມອບ-ຮັບໜ້າທີ່ ລະຫວ່າງ ທ່ານ ຈັນທະ​ພອນ ແກ້ວ​ມາລາ​ວົງ ຫົວໜ້າບໍລິຫານ, ພິທີການ ແລະ ການເງິນ ຫສນຍ (ຜູ້ເກົ່າ) ແລະ ທ່ານ ນາງ ວິລະ​ສະຕີ ສົມບູນ​ຂັນ ຫົວໜ້າບໍລິຫານງານ, ພິທີການ ແລະ ການເງິນ (ຜູ້ໃໝ່); ທ່ານ ຄົມສັນ ໄຊຍະສານ ຫົວໜ້າກົມນິຕິກໍາ (ຜູ້ເກົ່າ) ແລະ ທ່ານ ປາດຖະໜາ ສຸກອາລຸນ ຮັກສາການຫົວໜ້າກົມນິຕິກໍາ ແລະ ທ່ານ ນາງ ວິລະສະຕີ ສົມບູນຂັນ ຫົວໜ້າກົມປະຊາສໍາພັນ (ຜູ້ເກົ່າ) ແລະ ທ່ານ ຄົມ​ສັນ ໄຊ​ຍະ​ສານ ຫົວໜ້າກົມປະຊາສຳພັນ (ຜູ້ໃໝ່)

    • ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມ ສາກົນວ່າດ້ວຍການສະໜອງທຶນ ເພື່ອການພັດທະນາການເມືອງ

      ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມ ສາກົນວ່າດ້ວຍການສະໜອງທຶນ ເພື່ອການພັດທະນາ

      7/2/2025 11:45:14 AM

      ຂປລ. ໃນລະຫວ່າງວັນທີ 30 ມິຖຸນາ ຫາ 03 ກໍລະກົດ 2025 ນີ້, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ເເທນຂັ້ນສູງ ເຂົ້າຮ່ວມກອງປະຊຸມສາກົນວ່າດ້ວຍ ການສະໜອງທຶນເພື່ອການພັດທະນາ ຄັ້ງທີ 4 ຢູ່ເມືອງເຊີວີລ, ປະເທດເເອັດສະປາຍ.​

    • ມອບ-ຮັບລົດ ນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານໄອຍະການປະຊາຊົນການເມືອງ

      ມອບ-ຮັບລົດ ນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານໄອຍະການປະຊາຊົນ

      7/1/2025 2:22:16 PM

      ຂປລ. ໃນວັນທີ 1 ກໍລະກົດ 2025 ນີ້, ສະຖານເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳລາວມອບລົດໃຫຍ່ TOYOTS HIACE ປີ 2025 ຈຳນວນ 1 ຄັນ ມູນຄ່າ 40.000 ໂດລາສະຫະລັດ ໃຫ້ອົງການໄອຍະການປະຊາຊົນສູງສຸດ (ອອປສ) ຕາງໜ້າມອບໂດຍ ທ່ານ ນາງ ແຮັດເຕີ ວາເຣຍອາວາ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳລາວ ແລະ ຮັບໂດຍ ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີພະນັກງານກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

ads
ads

Top