ຂປລ
ປາກິດສະຖານ ກວດພົບຄົນເຈັບ ໄຂ້ເລືອດອອກ ເພີ່ມຂຶ້ນ ຢ່າງຕໍ່ເນື່ອງ ທ່າມກາງ ການແພ່ລະບາດ ຂອງ ພະຍາດດັ່ງກ່າວ ເນື່ອງຈາກ ອຸທົກກະໄພ ຢ່າງຮຸນແຮງ.

ຂປລ.ອ້າງຕາມ ແຫລ່ງຂ່າວ ຊິນຮວາຂອງ ຈີນ, ວັນທີ 3 ຕຸລາ, ປາກິດສະຖານ ກວດພົບຄົນເຈັບ ໄຂ້ເລືອດອອກ ເພີ່ມຂຶ້ນ ຢ່າງຕໍ່ເນື່ອງ ທ່າມກາງ ການແພ່ລະບາດ ຂອງ ພະຍາດດັ່ງກ່າວ ເນື່ອງຈາກ ອຸທົກກະໄພ ຢ່າງຮຸນແຮງ. ໂດຍສະເພາະ ແຄວ້ນສິນ ທາງພາກໃຕ້ຂອງ ປາກິດສະຖານ ກວດພົບຄົນເຈັບ ໄຂ້ເລືອດອອກ ເພີ່ມຂຶ້ນ 311 ຄົນ ຊຶ່ງ ຢູ່ໃນນະຄອນ ກາຣາຈີ ເມືອງເອກ ຂອງແຄວ້ນ 255 ຄົນ, ໂດຍ ແຄວ້ນສິນ ກວດພົບ ຜູ້ຕິດເຊື້ອ ໄຂ້ເລືອດອອກ ໃນເດືອນຕຸລາ 652 ຄົນ, ເຮັດໃຫ້ຍອດຜູ້ຕິດເຊື້ອ ສະສົມ ໃນປີນີ້ ລວມມີ 10.806 ຄົນ. ສ່ວນແຄວ້ນ ໄຄເບີຣປັດຕູນຄວາ ທາງພາກຕາເວັນຕົກ ສ່ຽງເໜືອ ກວດພົບ ຜູ້ຕິດເຊື້ອ ໄຂ້ເລືອດອອກ ເພີ່ມ 287 ຄົນ, ຄົນເຈັບປິ່ນປົວ ຢູ່ໂຮງໝໍ 2.177 ຄົນ ແລະ ຄົນເຈັບສະສົມ 9.536 ຄົນ ແລະ ແຄວ້ນອື່ນໆອີກ.
KPL