ຂປລ
ຂປລ-ບໍລິສັດ ພາວເວີໄຊນາ (POWERCHINA) ເປັນກຸ່ມບໍລິສັດກໍ່ສ້າງພະລັງງານ ທີ່ລັດຖະບານຈີນຖືຮຸ້ນ 100 ສ່ວນຮ້ອຍ ໄດ້ຮັບການສ້າງຕັ້ງຂຶ້ນ ໃນປີ 2011 ໂດຍການລວມເອົາ 14 ວິສາຫະກິດ ດ້ານການສຳຫຼວດອອກ ແບບ ພະລັງ ງານໄຟຟ້າ, ດ້ານວິສາວະກຳ ແລະ ຜະລິດອຸປະກອນ ທີ່ເມື່ອກ່ອນຂຶ້ນກັບ ກຸ່ມບໍລິສັດ ຊິໂນໄຮ ໂດຣ, ບໍລິສັດ ໄຮໂດຣໄຊນາ, ບໍລິສັດ ສາຍສົ່ງແຫ່ງຊາດຈີນ ແລະ ບໍລິສັດ ສາຍສົ່ງໄຟຟ້າຈີນໃຕ້ຈຳກັດ ແລະ ໄດ້ເລີ່ມເຂົ້າມາດຳເນີນທຸລະກິດ ໃນ ສປປ ລາວ ດ້ວຍ ການເປີດຫ້ອງການ ຜູ້ຕາງໜ້າໃນປີ 1996 ແລະ ໄດ້ເປີດບໍລິສັດປະຈຳ ສປປ ລາວ ໃນປີ 2021.

ຂປລ-ບໍລິສັດ ພາວເວີໄຊນາ (POWERCHINA) ເປັນກຸ່ມບໍລິສັດກໍ່ສ້າງພະລັງງານ ທີ່ລັດຖະບານຈີນຖືຮຸ້ນ 100 ສ່ວນຮ້ອຍ ໄດ້ຮັບການສ້າງຕັ້ງຂຶ້ນ ໃນປີ 2011 ໂດຍການລວມເອົາ 14 ວິສາຫະກິດ ດ້ານການສຳຫຼວດອອກແບບ ພະລັງງານໄຟຟ້າ, ດ້ານວິສາວະກຳ ແລະ ຜະລິດອຸປະກອນ ທີ່ເມື່ອກ່ອນຂຶ້ນກັບ ກຸ່ມບໍລິສັດ ຊິໂນໄຮໂດຣ, ບໍລິສັດ ໄຮໂດຣໄຊນາ, ບໍລິສັດ ສາຍສົ່ງແຫ່ງຊາດຈີນ ແລະ ບໍລິສັດ ສາຍສົ່ງໄຟຟ້າຈີນໃຕ້ຈຳກັດ ແລະ ໄດ້ເລີ່ມເຂົ້າມາດຳເນີນທຸລະກິດ ໃນ ສປປ ລາວ ດ້ວຍ ການເປີດຫ້ອງການ ຜູ້ຕາງໜ້າໃນປີ 1996 ແລະ ໄດ້ເປີດບໍລິສັດປະຈຳ ສປປ ລາວ ໃນປີ 2021.
ຕະຫຼອດໄລຍະ 20 ກວ່າປີຜ່ານມາ ບໍລິສັດ ພາວເວີໄຊນາ ໄດ້ມີບົດບາດສຳຄັນ ໃນການພັດທະນາພື້ນຖານໂຄງລ່າງ ທີ່ສຳຄັນຢູ່ໃນ ສປປ ລາວ ໂດຍຮອດທ້າຍປີ 2021 ນີ້ ບໍລິສັດໄດ້ສຳເລັດ ການພັດທະນາໂຄງການ ທັງໝົດ 130 ໂຄງການ ມີມູນຄ່າ 4,38 ຕື້ໂດລາສະຫະລັດ ແລະ ກຳລັງພັດທະນາອີກ 24 ໂຄງການ ມູນຄ່າປະມານ 3 ຕື້ໂດລາສະຫະລັດ.
ໃນບັນດາໂຄງການທີ່ສຳຄັນທີ່ບໍລິສັດພາວເວີໄຊນາໄດ້ພັດທະນາແມ່ນປະກອບມີ ໂຄງການພັດທະນາ ພະລັງງານໄຟຟ້ານ້ຳຕົກນ້ຳອູ ຈຳນວນ 7 ແຫ່ງ, ໂຮງງານຜະລິດຊີມັງ ແຂວງຄຳມວ່ນ ຂະໜາດ 1 ລ້ານໂຕນຕໍ່ປີ, ໂຄງການກໍ່ສ້າງ ສາຍສົ່ງໄຟຟ້າຫຼວງ ພະບາງ 2 ຂະໜາດ 230 ກິໂລໂວນ ຍາວ 164 ກິໂລແມັດ ແລະ ໂຄງການເສັ້ນທາງລົດໄຟ ລາວ-ຈີນ ໂດຍບໍລິສັດ ໄດ້ປະກອບສ່ວນ ເຂົ້າໃນການພັດທະນາເປັນທຶນ ຈຳນວນ 650 ລ້ານຢວນ ເທົ່າກັບ 4,3 ສ່ວນຮ້ອຍຂອງການລົງທຶນ ທັງໝົດໃນ ໂຄງການ ແລະ ນັບແຕ່ທ້າຍປີ 2021 ເປັນຕົ້ນມາ ເສັ້ນທາງລົດໄຟ ລາວ-ຈີນ ໄດ້ມີການຂົນສົ່ງຜູ້ໂດຍສານ ທັງໝົດ 5,3 ລ້ານກວ່າຄົນ ແລະ ສິນຄ້າ 5,9 ລ້ານກວ່າໂຕນ.

ການປະກອບສ່ວນໃນການພັດທະນາພື້ນຖານໂຄງລ່າງຂອງບໍລິສັດ ພາວເວີໄຊນາ ຍັງເປັນການຊ່ວຍສົ່ງເສີມ ການສ້າງວຽກເຮັດງານທຳ, ຊ່ວຍພັດທະນາສັງຄົມ ແລະ ຫຼຸດຜ່ອນຄວາມທຸກຍາກ ຂອງປະຊາຊົນລາວອີກດ້ວຍ.
ບໍລິສັດ ພາວເວີໄຊນາ ເປັນກຸ່ມບໍລິສັດກໍ່ສ້າງຄົບວົງຈອນທີ່ໃຫ້ບໍລິການດ້ານການລົງທຶນ, ການເງິນ, ວາງແຜນ, ການກໍ່ສ້າງດ້ານວິສະວະກຳ, ຜະລິດອຸປະກອນ ແລະ ຄຸ້ມຄອງບໍລິຫານ ໃຫ້ກັບໂຄງການຜະລັງງານ ໄຟຟ້ານ້ຳຕົກ ແລະ ໂຄງການພື້ນຖານ ໂຄງລ່າງອື່ນໆ. ທຸລະກິດຫຼັກຂອງບໍລິສັດ ແມ່ນກ່ຽວຂ້ອງກັບພະລັງງານ, ວິສະວະກຳກໍ່ສ້າງ, ການຄຸ້ມຄອງ ລະບົບນິເວດທາງນ້ຳ, ການພັດທະນາ ແລະ ບໍລິຫານຊັບພະຍາກອນ, ການພັດທະນາ ແລະ ບໍລິຫານອະສັງຫາລິມະຊັບ, ການຜະລິດ ແລະ ໃຫ້ ເຊົ່າອຸປະກອນ.
ນອກຈາກນີ້ ບໍລິສັດ ຍັງມີບົດບາດໃນການຮັບໃຊ້ລັດຖະບານຈີນ ໃນການວາງແຜນ ແລະ ຄົ້ນຄວ້າພະລັງງານ ໄຟຟ້ານໍ້າຕົກ, ພະລັງງານລົມ, ພະລັງງານແສງຕາເວັນ, ພະລັງງານທີ່ສະອາດ ແລະ ພະລັງງານໃຫມ່ອີກດ້ວຍ.
ປະຈຸບັນ ບໍລິສັດ ພາວເວີໄຊນາ ໄດ້ກາຍເປັນບໍລິສັດຂ້າມຊາດ ມີການລົງທຶນຢູ່ 6 ພາກພື້ນໃນທົ່ວໂລກເປັນຕົ້ນ ອາຊີ-ປາຊີຟິກ, ອາຟຣິກາ, ຢູເຣເຊຍ, ອາເມລິກາລາຕິນ, ຕາເວັນອອກກາງ ແລະ ອື່ນໆ ກວມເອົາ 131 ປະເທດ ແລະ ມີສັນຍາກັບໂຄງ ການຕ່າງໆ ທີ່ກຳລັງຈັດຕັ້ງປະຕິບັດ ມູນຄ່າລວມເຖິງ 100 ກວ່າຕື້ໂດລາສະຫະລັດ.
ສະເພາະການລົງທຶນໃນຂົງເຂດອາຊີ-ປາຊີຟິກ, ບໍລິສັດ ພາເວີໄຊນາ ໄດ້ເລືອກເອົາ ສປປ ລາວ, ມາເລເຊຍ, ກຳປູເຈຍ, ຫວຽດນາມ, ແລະ ປະເທດອື່ນໆ ໃນເຂດອາຊີອາຄະເນ ເປັນປະເທດທຳອິດ ສຳລັບການລົງທຶນ ຢູ່ຕ່າງປະເທດຂອງຕົນ ພາຍຫຼັງທີ່ ໄດ້ສ້າງຕັ້ງໜ່ວຍງານຮັບຜິດຊອບ ການລົງທຶນຕ່າງປະເທດ ໃນປີ 2004. ບໍລິສັດ ກໍໄດ້ກາຍເປັນແຮງ ຂັບເຄື່ອນທີ່ສຳຄັນ ໃນອຸດສາຫະກຳ ກໍ່ສ້າງຂອງຂົງເຂດ ອາຊີ-ປາຊີຟິກ ໂດຍໄດ້ສຳເລັດ ໂຄງການຂະໜາດໃຫຍ່ ແລະ ກາງ 200 ກວ່າໂຄງການ ກວມເອົາໂຄງການ ຜະລິດພະລັງງານ ໄຟຟ້ານ້ຳຕົກ, ພະລັງງານແສງຕາເວັນ, ພະລັງງານລົມ, ທາງລົດໄຟ, ເສັ້ນທາງ-ຂົວ, ແລະ ອະສັງຫາລິມະຊັບ ມີມູນຄ່າລວມຫຼາຍກວ່າ 20 ຕື້ໂດລາສະຫະລັດ ເຮັດໃຫ້ລັດວິສາຫະກິດ ຂອງຈີນເຂົ້າມາມີບາດບາດ ແລະ ປະກອບສ່ວນສໍາຄັນ ໃນການພັດທະນາເສດຖະກິດ ຂອງປະເທດເຫລົ່ານີ້, ໃນນັ້ນທີ່ເດັ່ນ ແລະ ຮູ້ຈັກກັນດີ ແມ່ນໂຄງການພະລັງງານ ແສງຕາເວັນຂະໜາດ 468 ເມກາວັດ ດ້າວ ຕຽງ ແຂວງ ໄຕນິງ ສສ.ຫວຽດນາມ ເປັນໂຄງການພະລັງງານ ແສງຕາເວັນ ໃຫຍ່ທີ່ສຸດໃນອາຊີ ຕາເວັນອອກສ່ຽງໃຕ້, ໂຄງການຜະລິດ ພະລັງງານໄຟຟ້ານ້ຳຕົກ ບາກຸນ ປະເທດມາເລເຊຍ ກຳລັງຕິດຕັ້ງ 2.400 ເມກາວັດ ມີຂະໜາດອ່າງເກັບນ້ຳ 44 ຕື້ແມັດກອ້ນ ຫຼາຍກວ່າອ່າງເກັບນ້ຳ ຂອງເຂື່ອນສາມຜາທີ່ ມີຂະ ໜາດ 39 ຕື້ແມັດກ້ອນ, ໂຮງງານໄຟຟ້າຖ່ານຫິນ ຂະໜາດ 1.360 ເມກາວັດ ຈີເອັນພິດີ ຢູ່ຟິລິບປິນ, ລະບົບສາຍສົ່ງບາກຸນ-ສິມິລາຈາວ ຂະໜາດ 275 ກິໂລໂວນ ຍາວ 280 ກິໂລແມັດ ປະເທດມາເລເຊຍ, ແລະ ໂຄງການສ້າງທາງລົດໄຟ ຄວາມ ໄວ ສູງ ຈາກາ ຕາ-ບັນດຸງ ປະເທດອິນໂດເນເຊຍ.
ໃນປີ 2021 ບໍລິສັດ ພາວເວີໄຊນາ ຖືກຈັດເປັນອັນດັບ Baa1 ຈາກບໍລິສັດຈັດອັນດັບຄວາມໜ້າເຊື່ອຖື (Moody’sInvestors Service), BBB+ ຈາກການຈັດອັນດັບຂອງດັດສະນີ S&P ແລະ BBB+ ຈາກ ອົງການຈັດອັນດັບຄວາມ ໜ້າເຊື່ອຖືສາກົນ Fitch Ratings ເຊິ່ງທັງໝົດແມ່ນອັນດັບສູງສຸດສຳລັບຂະແໜງກໍ່ສ້າງວິສະວະກຳ.
ສະເພາະໃນປີ 2022 ນີ້ ບໍລິສັດ ໄຊນາພາວເວີ ຕິດອັນດັບໜຶ່ງໃນອຸດສາຫະກຳ ກໍ່ສ້າງພະລັງງານໄຟຟ້າຂອງໂລກ ບໍ່ວ່າຈະເປັນດ້ານຄວາມສາມາດ ກໍຄື ດ້ານການດຳເນີນງານຕົວຈິງ ໃນການວາງແຜນ, ອອກແບບ ແລະ ກໍ່ສ້າງ, ຖືກຈັດເປັນອັນດັບ 100 ໃນການຈັດອັນດັບ ຂອງວາລະສານຟໍຈູນ Fortune 500 Companies ແລະ ເປັນອັນດັບທີ 15 ໃນຈຳນວນ 100 ບໍລິສັດຂ້າມຊາດຂອງຈີນ.
ໃນຕົ້ນເດືອນກັນຍາຜ່ານມາ ສື່ມວນຊົນຫລາຍກວ່າ 40 ຄົນຈາກຫລາຍກວ່າ 20 ປະເທດໃນຂົງເຂດອາຊີ-ປາຊີຟິກ ແລະ ອາຟຼິກາ ໄດ້ເດີນທາງໄປຢ້ຽມຢາມ ສຳນັກງານໃຫຍ່ ຂອງບໍລິສັດພາວເວີໄຊນາ ຢູ່ເມືອງ ໄຮຕຽນ, ນະຄອນຫຼວງປັກກິ່ງ, ສປ ຈີນ ເພື່ອຮຽນຮູ້ກ່ຽວກັບບົດບາດຂອງບໍລິສັດ.
ໂດຍ: ແສງທອງ ພະສະຫວັດ
KPL