ສະຖານີທາງລົດໄຟຟ້າມິດຕະພາບ ລາວ - ຈີນຈະເປີດນຳໃຊ້ກ່ອນ 10 ສະຖານນີ

15/10/2021 10:29
Email Print 1005
ຂປລ ຂປລ. ພາບແຫ່ງສີສັນ "ພາຍໃນອຸໂມງລົດໄຟ ເຂດເຊື່ອມຕໍ່ໃນເຂດ ດິນແດນມັງກອນແຫ່ງ ສປ ຈີນ (ອຸໂມງມິດຕະພາບຈີນ-ລາວ), ເປັນອຸໂມງສຸດທ້າຍ ກ່ອນຈະກ້າວສູ່ ດິນແດນລາວລ້ານຊ້າງ ແຫ່ງ ສປປ ລາວ".

ຂປລ. ພາບແຫ່ງສີສັນ "ພາຍໃນອຸໂມງລົດໄຟ ເຂດເຊື່ອມຕໍ່ໃນເຂດ ດິນແດນມັງກອນແຫ່ງ ສປ ຈີນ (ອຸໂມງມິດຕະພາບຈີນ-ລາວ), ເປັນອຸໂມງສຸດທ້າຍ ກ່ອນຈະກ້າວສູ່ ດິນແດນລາວລ້ານຊ້າງ ແຫ່ງ ສປປ ລາວ".

ສະຖານີຂອງທາງລົດໄຟຟ້າ ມິດຕະພາບ ສປປ ລາວ - ສປ ຈີນ ມີທັງໝົດ 11 ສະຖານນີ (ພາຍໃນເຂດ ສປປ ລາວ) ຈະເປີດນໍາໃຊ້ກ່ອນ 10 ແຫ່ງ ຄື: ສະຖານີບໍ່ເຕັນ, ສະຖານີນາເຕີຍ, ສະຖານີນາໝໍ້, ສະຖານີເມືອງໄຊ, ສະຖານີເມືອງງາ, ສະຖານີຫລວງພະບາງ, ສະຖານີວັງວຽງ, ສະຖານີກາສີ,  ສະຖານີໂພນໂຮງ ແລະ ສະຖານີຜູ້ໂດຍສານ ນະຄອນຫລວງວຽງຈັນ.

ສະຖານີ ທີ່ມີຂະໜາດໃຫຍ່ ທັງເປັນທັງສະຖານີ ຂົນສົ່ງຜູ້ໂດຍສານ ແລະ ຂົນສົ່ງສິນຄ້າ ປະກອບມີ ສະຖານີນະຄອນຫລວງວຽງຈັນ, ສະຖານີຫລວງພະບາງ, ສະຖານີບໍ່ເຕັນ, ສະຖານີວັງວຽງ ແລະ ສະຖານີເມືອງໄຊ. ສໍາລັບສະຖານນີ ທີ່ມີຂະໜາດກາງ ມີ ສະຖານນີນາເຕີຍ ແລະ ສະຖານນີກາສີ, ສ່ວນສະຖານນີ ທີ່ມີຂະໜາດນ້ອຍ ມີ ສະຖານີບໍ່ເຕັນ, ສະຖານີນາໝໍ້ ແລະ ສະຖານີເມືອງງາ, ທີ່ເປັນສະຖານີຂົນສົ່ງ ຜູ້ໂດຍສານຢ່າງດຽວ.

ສະຖານນີຂົນສົ່ງສິນຄ້າ ນະຄອນຫລວງວຽງຈັນ ຂະໜາດໃຫຍ່ທີ່ສຸດ ກໍຄືສະຖານນີ ທີ 11, ເຊິ່ງຕັ້ງຢູ່ເຂດໂລຈິດຕິກ ທ່ານາແລ້ງ ນະຄອນຫລວງວຽງຈັນ, ແມ່ນຍັງທັນບໍ່ພ້ອມ ທີ່ຈະເປີດການນໍາໃຊ້ ເຕັມຮູບແບບເທື່ອ. ການກໍ່ສ້າງອາຄານສະຖານີ ຂອງທາງລົດໄຟນີ້, ແມ່ນຈະມີຮູບຊົງປະສົມປະສານ ລະຫວ່າງ ວັດທະນະທຳ ແລະ ສະຖາປັດຕະຍະກຳ ຂອງລາວ ແລະ ຈີນ, ໂດຍໃນອາຄານສະຖານີ ນອກຈາກ ຈະເປັນບ່ອນຂາຍປີ້ ແລະ ລໍຖ້າຂຶ້ນລົດໄຟແລ້ວ ຍັງມີຮ້ານ ເຄື່ອງດື່ມ, ຮ້ານສະດວກຊື້ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ ໄວ້ຄອຍໃຫ້ບໍລິການແກ່ຜູ້ໂດຍສານ ແລະ ລູກຄ້າທີ່ເຂົ້າມາໃຊ້ ບໍລິການລົດໄຟ ໃນສະຖານີ ດັ່ງກ່າວ.

ຂ່າວ: ມະນີທອນ

ຂໍ້ມູນ: ລົດໄຟລາວ-ຈີນ

KPL

ຂ່າວອື່ນໆ

ads
ads

Top