ທຸງຊາດລາວ

08/12/2016 15:31
Email Print 4392
ຂປລ ວັນທີ 2 ທັນວາປີ 2016 ນີ້ ແມ່ນຄົບຮອບ 41 ປີແຫ່ງການສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ





* ວັນທີ 2 ທັນວາປີ 2016 ນີ້ ແມ່ນຄົບຮອບ 41 ປີ ແຫ່ງການສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຫລາຍພາກສ່ວນ ທັງອົງການຈັດຕັ້ງລັດ, ເອກະຊົນ, ນັກຮຽນ- ນັກສຶກສາພາຍໃນ ແລະ ອາໄສຢູ່ ຕ່າງປະເທດໄດ້ ສະເຫລີມສະຫລອງ ບຸນວັນຊາດປີ ນີ້ແບບຮຽບງ່າຍ, ບໍ່ຟຸມເຟືອຍແຕ່ມີ ຄວາມໝາຍເລິກເຊິ່ງ ເປັນຕົ້ນຈັດ ປາຖະກະຖາ ເລົ່າມູນເຊື້ອ, ຈັດຫລາກຫລາຍ ກິດຈະກຳ, ປະດັບເອ້ເຮືອນຊານ ດ້ວຍທຸງຊາດລາວ, ນຸ່ງເສື້ອກາ ທຸງຊາດລາວ ແລະ ອື່ນໆ.

ເພື່ອຫວນຄືນ ນ້ຳໃຈຄວາມຮັກຊາດ ລະນຶກຄືນປະຫວັດສາດ, ຂໍນຳສະເໜີ ໃຫ້ຮູ້ກ່ຽວກັບ ຄວາມໝາຍ ຂອງທຸງຊາດລາວ ເຊິ່ງໄດ້ຮີບໂຮມ ເນື້ອໃນມາຈາກ ລັດຖະທຳມະນູນແຫ່ງ ສປປ ລາວ ສະບັບປັບປຸງໃໝ່ ແລະ ປຶ້ມທຸງຊາດ ໂດຍທ່ານ ທຳໄຊຍະສິດ ເສນາ.

ໃນຍຸກທີ່ພວກ ສັກດີນາເຂົ້າ ມາຮຸກຮານລາວ ກໍເອົາທຸງຂອງ ເຂົາເຂົ້າມາ, ຍຸກທີ່ພວກ ຈັກກະພັດ ເຂົ້າມາຮຸກຮານ ກໍເອົາທຸງຂອງເຂົາ ເຂົ້າມານຳ ໂດຍບໍ່ມີທຸງຊາດລາວ. ພາຍຫລັງ ປະເທດຊາດ ໄດ້ຮັບເອກະລາດ ໄດ້ຮຽກຮ້ອງໃຫ້ມີທຸງ ຊາດຂອງລາວ ເຊິ່ງມີເອກະລັກ ຕາມມະຕິດັ້ງເດີມ ຂອງຜູ້ລິເລີ່ມ ຈິນຕະນາການ ແລະ ມີລັກສະນະ ຖືກຕ້ອງຄື ມີສີຂາວ, ສີຄາມ (ສີຟ້າ)  ແລະ ສີແດງ ເຊິ່ງໄດ້ລະບຸ ໃນລັດຖະທຳມະນູນ ສະບັບປັບປຸງໃໝ່ ໃນໝວດທີ XIII ມາດຕາ 112 ທຸງຊາດຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນທຸງພື້ນສີຄາມ, ແຂບສີແດງ ແລະ ວົງເດືອນສີຂາວ ຢູ່ເຄິ່ງກາງ ຂອງທຸງຊາດ.

ທຸງຊາດລາວ ມີ 3 ສີ ເຊິ່ງແຕ່ລະສີ ມີຄວາມໝາຍ ແຕກຕ່າງກັນຄືສີ ຂາວວົງມົນຕັ້ງຢູ່ໃຈກາງ ຂອງທຸງບໍ່ແມ່ນຮູບວົງມົນ ທຳມະດາແຕ່ຫາກ ແມ່ນວົງມົນ ທີ່ໄດ້ມາຈາກ ຮູບດວງຈັນວັນເພັງ 15 ຄ່ຳເອີ້ນວ່າ ພະຈັນເຕັມດວງ. ມີສີແສງ ປອດໃສຂາວສະອາດ, ສະຫວ່າງສະໄຫວ ໜ້າຊື່ນຊົມ ສົມມະນັດແກ່ຊາວໂລກ ມະນຸດທຸກຊາດ, ທຸກພາສາ, ທຸກສາສະໜາ. ແສງອ່ອນນວນໃຍ ຊວນໃຫ້ຕິດໃຈ ໃຝ່ຝັນບໍ່ລືມໄລ. ລວມຄວາມວ່າ ດວງຈັນນັ້ນ ມີແຕ່ໃຫ້ຄວາມຮົ່ມ ເຢັນເປັນ ສຸກສົດຊື່ນ ແກ່ຊີວິດມະນຸດ, ສັດ ແລະ ພືດພັນ.

ສີຂາວ ຍັງໝາຍເຖິງ ຄວາມສະອາດ ປອດໃສ, ຈິດໃຈຊື່ສັດ ບໍ່ຫລອກລວງຫລົບປີ້ນ, ບໍ່ຂີ້ສໍ້ຕໍແຫລ, ບໍ່ທໍລະຍົດຫັກຫລັງ, ບໍ່ທຳລາຍຊາດ ບໍ່ທຳລາຍຕົນເອງ. ຂອບວົງມົນດວງພະຈັນ ແມ່ນຂອບສູນກາງ ເປັນຈຸດລວມສູນທ້ອນໂຮມ ກຳລັງສາມັກຄີ ມະຫາສາມັກຄີ ໃນຊາດໃຫ້ເປັນ ຈິດໜຶ່ງໃຈດຽວ ເປັນໜຶ່ງບໍ່ມີສອງ, ລວມອຳນາດ ການເມືອງການປົກຄອງ ເຂົ້າເປັນກ້ອນ ດຽວໜຽວແໜ້ນ, ບໍ່ແຕກແຫງ, ບໍ່ບິດເບືອນ ແຕກແຍກທໍລະຍົດ, ຕາມຄະຕິພາ ສິດທີ່ວ່າ: “ທ້ອນ ໂຮມແຮງກັນລາວ ຢູ່ແຕກພວກກັນ ຢູ່ລາວຕາຍ”.

ອີກທັດສະນະໜຶ່ງ ທຸງພະຈັນນີ້ ມີສຳພັດໃກ້ຄຽງກັບຄຳວ່າ: “ວຽງຈັນ” ເຊິ່ງມີເນື້ອໃນໃຈຄວາມວ່າ ນະຄອນຂອງດວງຈັນ ຫລື ນະຄອນທີ່ເຕັມໄປ ດ້ວຍດວງຈັນ ເດັ່ນດວງສີຂາວ, ສີສະອາດຜ່ອງໃສ, ທີ່ເລືອກໃຫ້ເປັນຊື່ຂອງ ນະຄອນຫລວງ ຂອງລາວ ຄືນະຄອນ ຫລວງວຽງຈັນ.

ສີຄາມ ຫລື ສີຟ້າແກ່ ເປັນແຂບທາງນອນອົມ ເອົາດວງຈັນໄວ້ໃຈ ກາງໄດ້ເຄົ້າມາຈາກ ທ້ອງຟ້ານະພາກາດສີ ແກ່ທີ່ສະຖິດຢູ່ສູງເໜືອ ສິ່ງໃດທັງໝົດໃນໂລກ. ບໍ່ມີຜູ້ໃດ ຢຽບຢ່ຳທຳລາຍໄດ້, ໝາຍເຖິງອຳນາດ ອະທິປະໄຕ ອັນສູງສຸດຂອງ ຊາດທີ່ປົກຄອງ ຕົນເອງດ້ວຍສິດເສລີ ພາບປະຊາທິປະໄຕ ດ້ວຍອຳນາດ ອະທິປະໄຕ ບໍ່ມີອາລັກຂາ ຫລື ບໍ່ມີອານານິຄົມ ຂອງຊາດອື່ນໃດ. ຈະແມ່ນທາງກົງ ຫລື ທາງອ້ອມແອບ ແຝງກໍບໍ່ມີເດັດຂາດ. ອີກທັດສະ ນະໜຶ່ງໝາຍເຖິງທິດ ເບື້ອງສູງໃນ ພຸດທະທຳມະຕາມ ຄວາມເຊື່ອສັດ ທາຂອງຜູ້ເຊື່ອຖື ໃນຄະລືຫາດສະຖະທຳ. ພ້ອມນີ້ຍັງໝາຍເຖິງ ຄວາມອຸດົມ ສົມບູນຮັ່ງມີ ທາງພືດພັນ ທັນຍາຫານດ້ວຍ.

ສີແດງ ໄດ້ເຄົ້າມາຈາກຈິດໃຈ ກ້າກັ່ນຫານຫ້າວ ປະຕິວັດ, ມາຈາກເລືອດ ຮັກຊາດອັນເລືອດ ຮັກຊາດແພງເຊື້ອນີ້ ມີສີແດງເຂັ້ມແມ່ນ ໄດ້ຫລັ່ງໄຫລ ໃນແຜ່ນດິນລາວ ມາແລ້ວໃນອະດີດ ຕະການອັນຮຸ່ງເຮືອງ ແລະ ຍັງຈະຫລັ່ງໄຫລ ຕໍ່ໄປໃນອະນາຄົດ ເພື່ອປົກປັກຮັກສາ ແລະ ປ້ອງກັນຜືນແຜ່ນດິນ ອັນແສນຮັກຫວງແຫນ ຂອງລາວທັງຊາດ. ສີແດງເປັນສອງແຂບ, ແຕ່ລະແຂບ ຢູ່ຂອບນອກລອຍ ຕາມທາງນອນ, ໜ້າທີ່ປ້ອງກັນຕິດກັບ ຂອບສີຟ້າ ທັງສອງຂອບແມ່ນ ເພື່ອປ້ອງກັນ ສີຟ້າອົມພະຈັນ ອັນໝາຍເຖິງ ອຳນາດອະທິປະໄຕ ຫລື ຄວາມເປັນ ເອກະລາດ ຂອງຊາດ, ໝາຍມີເຂດນ້ຳແດນດິນ ເຂດຟ້ານະພາກາດ ຂອງລາວ ໃຫ້ເປັນຂອງລາວ ຕະຫລອດໄປ ຜູ້ໃດບຸກລຸກລ່ວງລ້ຳບໍ່ໄດ້ ແລະ ປ້ອງກັນຈິດວິນຍານ ຂອງຊາດລາວ ທີ່ຝັ່ງຢູ່ ໃນດວງຈັນນັ້ນ.

KPL

ຂ່າວອື່ນໆ

ads
ads

Top