ອາຊຽນທົບທວນຄືນຄວາມຄືບໜ້າການຈັດຕັ້ງປະຕິບັດຫລາຍບັນຫາສໍາຄັນ

25/07/2024 09:24

ວັນທີ 24 ກໍລະກົດ 2024 ນີ້, ສປປ ລາວ ໄດ້ເປັນເຈົ້າພາບຈັດກອງປະຊຸມຄະນະກໍາມາທິການເຂດປອດອາວຸດນິວເຄລຍອາຊີຕາເວັນອອສຽງໃຕ້, ກອງປະຊຸມພົບປະລະຫວ່າງລັດຖະມົນຕີຕ່າງປະເທດອາຊຽນກັບບັນດາຜູ້ຕາງໜ້າຄະນະກໍາມາທິການລະຫວ່າງລັດຖະບານອາຊຽນວ່າດ້ວຍສິດທິມະນຸດ ແລະກອງປະຊຸມປຶກສາຫາລືແບບບໍ່ເປັນທາງການລະຫວ່າງອາດີດປະທານອາຊຽນ, ປະທານອາຊຽນໃນປັດຈຸບັນ ແລະປະທານອາຊຽນໃນອານາຄົດກ່ຽວກັບການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນໍາອາຊຽນຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງຕ່າງປະເທດ.

KPL