ກອງປະຊຸມຄະນະກໍາມະການຜູ້ຕາງໜ້າຖາວອນປະຈໍາອາຊຽນຄັ້ງທີ 7 ຫາລືຫລາຍບັນຫາສໍາຄັນ

24/07/2024 10:36

ໃນວັທີ 22 ກໍລະກົດ 2024ນີ້, ທ່ານ ບໍວອນ ດວງຈັກ ເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນແຫ່ງ ສປປລາວ ປະຈໍາອາຊຽນໃນນາມປະທານຄະນະກໍາມະການຜູ້ຕາງໜ້າຖາວອນປະຈໍາອາຊຽນສໍາລັບປີ 2024 ໄດ້ເປັນປະທານກອງປະຊຸມຄະນະກໍາມະການຜູ້ຕາງໜ້າຖາວອນປະຈໍາອາຊຽນຄັ້ງທີ 7(The Seventh Meeting of the committee of Permanent Representa- tives to ASEAN (CPR)-7/2024 CPR Meeting) ຢູ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ, ໂດຍມີບັນດາຜູ້ຕາງໜ້າຖາວອນປະຈໍາອາຊຽນ, ຕີມໍແລັດສະເຕໃນນາມຜູ້ສັງເກດການ ແລະກອງເລຂາອາຊຽນເຂົ້າຮ່ວມ.

KPL