ເຈົ້າໜ້າທີ່ອາວຸໂສອາຊຽນ ທົບທວນຄືນຫລາຍບັນຫາສໍາຄັນ

24/07/2024 09:48

ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ແລະກອງປະຊຸມຄະນະບໍລິຫານງານຂອງຄະນະກໍາມາທິການເຂດປອດອາວຸດນິວເຄລຍອາຊີຕາເວັນອອກສຽງໃຕ້ ພາຍໃຕ້ຄໍາຂວັນການເປັນປະທານອາຊຽນຂອງສປປລາວ "ເພີ່ມທະວີການເຊື່ອມຈອດ ແລະການເຂັ້ມແຂງອາຊຽນ" ໄດ້ຈັດຂຶ້ນໃນວັນທີ 23 ກໍລະກົດ 2024 ຢູ່ນະຄອນຫລວງວຽງຈັນໂດຍການເປັນປະທານຂອງທ່ານ ທອງຜ່ານ ສະຫວັນເພັດຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງສປປລາວ ໂດຍມີບັນດາຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ແລະຕີມໍແລັດສະເຕ, ຮອງເລຂາທິການໃຫຍ່ອາຊຽນພ້ອມດ້ວຍຄະນະເຂົ້າຮ່ວມ. 

KPL