ຍອດມູນຄ່າການຈໍລະຈອນສິນຄ້າໃນສັງຄົມຈີນ ເພີ່ມຂຶ້ນ 6,2%

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນທີ 29 ເມສານີ້, ສະຫະພັນ ການຈໍລະຈອນສິນຄ້າ ແລະ ການຈັດຊື້ຂອງຈີນໄດ້ເປີດເຜີຍຂໍ້ມູນ ການຈໍລະຈອນສິນຄ້າ ໃນໄຕມາດທີ1ປີນີ້ ເຊິ່ງສະແດງໃຫ້ເຫັນວ່າ: ນັບແຕ່ເດືອນມັງກອນຫາເດືອນມີນາປີນີ້, ຍອດມູນຄ່າການຈໍລະຈອນສິນຄ້າໃນສັງຄົມຈີນ ໄດ້ບັນລຸເຖິງ 9ຕື້ກວ່າຢວນ, ເພີ່ມຂຶ້ນ 6,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ຈັງຫວະ ການເຕີບໂຕໄດ້ເພີ່ມຂຶ້ນ 0,5%. ນັບແຕ່ເດືອນມັງກອນ ຫາເດືອນມີນາປີນີ້, ຍອດມູນຄ່າ ການຈໍລະຈອນສິນຄ້າ ອຸດສາຫະກຳໄດ້ເພີ່ມຂຶ້ນ 5,8%ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ໄດ້ປະກອບສ່ວນ ຫລາຍກວ່າ 80% ຂອງການເຕີບໂຕ ດ້ານຍອດມູນຄ່າ ການຈໍລະຈອນສິນຄ້າ ໃນສັງຄົມ ແລະ ຍັງຄົງເປັນແຮງຂັບເຄື່ອນຕົ້ນຕໍໃນການຊຸກຍູ້ການເຕີບໂຕ ດ້ານຄວາມຕ້ອງການການຈໍລະຈອນສິນຄ້າ ໃນສັງຄົມ. ນອກນີ້, ຍອດມູນຄ່າການຈໍລະຈອນສິນຄ້າ ຂອງກົມກອງ ແລະ ພົນລະເມືອງ ໄດ້ເພີ່ມຂຶ້ນ 6,5% ເມື່ອທຽບໃສ່ໄລຍະດຽວກັນ ຂອງປີກາຍ.ໄຕມາດທີ 1 ປີນີ້, ປະລິມານການຈໍລະຈອນສິນຄ້າ ນຳເຂົ້າປະເພດທີ່ຊື້-ຂາຍກັນ ໃນຈຳນວນຫລວງຫລາຍເຊັ່ນ: ຜະລິດຕະພັນພະລັງງານ, ແຮ່ໂລຫະເປັນຕົ້ນ ນັບລວມແລ້ວໄດ້ເພີ່ມຂຶ້ນ 9,4% ເມື່ອທຽບໃສ່ ໄລຍະດຽວກັນຂອງປີກາຍ./.
(ບັນນາທິການຂ່າວ: ຕ່າງປະເທດ)ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
