ສະຫະນະຄອນ ເອມີເຣດ ອາຣັບ ປະກາດຈະຖອນຕົວອອກຈາກ ໂອເປັກ-ກົນໄກໂອເປັກ+
Email
Print
83
KPL - Asean 2024
ສະຫະນະຄອນ ເອເມເຣັດ ອາຣັບ ປະກາດວ່າ ຈະຖອນຕົວ ອອກຈາກ ກຸ່ມປະເທດ ຜະລິດນ້ຳມັນ ສົ່ງອອກ ເປັນສິນຄ້າ ຫລື ໂອເປັກ ແລະ ກົນໄກ “ໂອເປັກ+” ນັບແຕ່ ວັນທີ 1 ພຶດສະພາ 2026 ເປັນຕົ້ນໄປ.
ຂປລ.ວິທະຍຸ ໂທລະພາບສູນກາງຈີນ (CMG): ວັນທີ 28 ເມສານີ້, ສະຫະນະຄອນ ເອເມເຣັດ ອາຣັບ ປະກາດວ່າ ຈະຖອນຕົວ ອອກຈາກ ກຸ່ມປະເທດ ຜະລິດນ້ຳມັນ ສົ່ງອອກ ເປັນສິນຄ້າ ຫລື ໂອເປັກ ແລະ ກົນໄກ “ໂອເປັກ+” ນັບແຕ່ ວັນທີ 1 ພຶດສະພາ 2026 ເປັນຕົ້ນໄປ.
ທ່ານ ຊູເຮວ ອັນ ມາສຣູເອ ລັດຖະມົນຕີ ກະຊວງ ພະລັງງານ ແລະ ພື້ນຖານໂຄງລ່າງ ສະຫະນະຄອນ ເອເມເຣັດ ອາຣັບ ກ່າວວ່າ: ເມື່ອບໍ່ດົນມານີ້ ທີ່ ສະຫະນະຄອນ ເອເມເຣັດ ອາຣັບ ເປັນສະມາຊິກ ຂອງ ໂອເປັກ ແລະ ກົນໄກ “ໂອເປັກ+”, ໃນອະນາຄົດ ຄວາມຕ້ອງການ ຂອງ ໂລກ ຕໍ່ພະລັງງານ ຈະເພີ່ມຂຶ້ນ ຢ່າງຕໍ່ເນື່ອງ, ໂລກຕ້ອງການ ການສະ ໜອງພະລັງງານ ຫລາຍກວ່າເກົ່າ.
ໂອເປັກ ໄດ້ຮັບການ ສ້າງຕັ້ງຂຶ້ນ ຢູ່ນະຄອນຫລວງ ບັກດາດ ປະເທດ ອີຣັກ ໃນເດືອນກັນຍາ ປີ 1960, ໂດຍຈຸດປະສົງ ແມ່ນເພື່ອ ຜ່ານການ ປະສານງານ, ກຳນົດ ນະໂຍບາຍ ແລະ ລາຄາ ນ້ຳມັນເຊື້ອໄຟ ຂອງ ປະເທດ ສະມາຊິກ ຢ່າງເປັນເອກະພາບກັນ, ເພື່ອຮັບປະກັນ ຄວາມໝັ້ນຄົງ ຂອງ ລາຄານ້ຳມັນ ເຊື້ອໄຟ ໃນຕະຫລາດສາກົນ./.