ຈີນ ຈະຍົກເວັ້ນພາສີ ຕໍ່ບັນດາປະເທດໃນ ອາຟຣິກາ

29/04/2026 19:50
Email Print 83
KPL - Asean 2024 ຄະນະກຳມະການ ກົດລະບຽບພາສີ ຂອງລັດຖະບານຈີນ ໄດ້ປະກາດແຈ້ງການວ່າ: ນັບແຕ່ ວັນທີ 1 ພຶດສະພາ 2026 ຫາ ວັນທີ 30 ເມສາ 2028, ຈີນ ຈະປະຕິບັດນະໂຍບາຍ ຍົກເວັ້ນພາສີ ດ້ວຍຮູບແບບ ສິດທິພິເສດ ດ້ານພາສີຕໍ່ 20 ປະເທດໃນ ອາຟຣິກາ ທີ່ບໍ່ແມ່ນ ປະເທດ ດ້ອຍພັດທະນາ

ຂປລ. ວິທະຍຸ ໂທລະພາບສູນກາງຈີນ (CMG): ຄະ​ນະ​ກຳ​ມະ​ການ​ ກົດ​ລະ​ບຽບ​ພາ​ສີ ຂອງ​ລັດ​ຖະ​ບ​ານ​ຈີນ ​ໄດ້​ປະ​ກາດ​ແຈ້ງ​ການ​ວ່າ: ນັບ​ແຕ່​ ວັນ​ທີ 1 ພຶດ​ສະ​ພາ​ 2026 ຫາ ວັນ​ທີ 30 ເມ​ສາ 2028, ຈີນ ​ຈະ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ ຍົກ​ເວັ້ນ​ພາ​ສີ​ ດ້ວຍ​ຮູບ​ແບບ ສິດ​ທິ​ພິ​ເສດ​ ດ້ານ​ພາ​ສີ​ຕໍ່ 20 ປະ​ເທດ​​ໃນ ອາ​ຟ​ຣິ​ກາ​ ທີ່ບໍ່​ແມ່ນ ​ປະ​ເທດ​ ດ້ອຍ​ພັດ​ທະ​ນາ ທີ່ສ້າງ​ຕັ້ງ​ ສາຍ​ພົວ​ພັນ ​ທາງ​ການ​ທູດ​ກັບ​ຈີນ.

ໃນ​ນັ້ນ, ​​ອັດ​ຕາພາ​ສີ ​ຂອງ ຜະ​ລິດ​ຕະ​ພັນ ​ພາຍ​ໃນ​ ໂກ​ຕາ ​ຈະ​ຖືກຫລຸດ​ລົງ ເປັນ​ສູນ, ​ສ່ວນ​ອັດ​ຕາ​ພາ​ສີ​ ຂອງ​ ຜະ​ລິດ​ຕະ​ພັນ ​ທີ່ບໍ່​ຢູ່​ໃນ​ໂກ​ຕາ​ນັ້ນ ​ຈະ​ບໍ່​ປ່ຽນ​ແປງ. ພາຍ​ໃນ​ເວ​ລາ 2 ປີ ​ທີ່​ ຈັດ​ຕັ້ງ​ ປະ​ຕິ​ບັດ​ນະ​ໂຍ​ບາຍ ​ດັ່ງ​ກ່າວ, ຈີນ ​ຈະ​ສືບ​ຕໍ່​ຊຸກ​ຍູ້ ​ການ​ປຶກ​ສາ​ຫາ​ລື ແລະ ເຊັນ​ສັນ​ຍາ​ ການ​ພົວ​ພັນ​ ຄູ່​ຮ່ວມ​​ມື​ ພັດ​ທະ​ນາ ເສດ​ຖະ​ກິດ ​ກັບ ​ປະ​ເທດ​​ໃນ ອາ​ຟ​​ຣິ​ກາ ​ທີ່​ກ່ຽວ​ຂ້ອງ.

ສຳ​ລັບ 33 ​ປະ​ເທດ​ ດ້ອຍ​ພັດ​ທະ​ນາ ​ໃນ ​ອາ​ຟ​ຣິ​ກາ ທີ່​ໄດ້​ສ້າງ​ຕັ້ງ​ສາຍ​ພົວ​ພັນ ​ທາງ​ການ​ທູດ​ກັບ​ຈີນ, ຈີນ ​ໄດ້​ປະ​ຕິ​ບັດ ​ນະ​ໂຍ​ບາຍ​ ຍົກ​ເວັ້ນ​ພາ​ສີ ​ຕໍ່​ຜະ​ລິດ​ຕ​ະ​ພັນ 100% ເລີ່ມ​ແຕ່ ​ວັນ​ທີ 1 ທັນ​ວາ 2024 ເປັນ​ຕົ້ນ​ມາ./

KPL