ຫວຽດນາມ ເປັນປະທານວາລະໄຂກອງປະຊຸມ ກວດກາຕີລາຄາສົນທິສັນຍາ ເອັນພີທີ ຄັ້ງທີ 11
ຂປລ. ທະຍຸກະຈາຍສຽງ ຫວຽດນາມ: ວັນທີ 27 ເມສາ, ກອງປະຊຸມ ພິຈາລະນາ ຕີລາຄາ ສົນທິ ສັນຍາບໍ່ ເຜີດແຜ່ອາວຸດ ນິວເຄລຍ (NPT) ຄັ້ງທີ 11 ໄດ້ໄຂຂຶ້ນ ຢູ່ສຳນັກງານ ສປຊ ທີ່ ນະຄອນນິວຢອກ (ສ.ອາເມລິກາ). ພາຍໃຕ້ ການເປັນ ປະທານ ຂອງ ທ່ານເອກອັກຄະລັດຖະທູດ ໂດຮຸ່ງຫວຽດ, ຫົວໜ້າ ຄະນະ ຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ໂດຍການແຕ່ງຕັ້ງ ຂອງ ກອງປະຊຸມ, ການພິຈາລະນາ ຕີລາຄາ ໃນຄັ້ງນີ້ ໄດ້ດຳເນີນ ນັບແຕ່ ວັນທີ 27 ເມສາ ຫາ ວັນ ທີ 22 ພຶດສະພາ, ດ້ວຍການ ເຂົ້າຮ່ວມ ແລະ ກ່າວຄຳເຫັນ ຂອງ ຜູ້ຕາງໜ້າຂັ້ນສູງ ທີ່ມາຈາກ 191 ປະເທດ ສະມາຊິກ NPT.
ຫວຽດນາມ ໃນບົດບາດ ເປັນປະທານ ກອງປະຊຸມ ໄດ້ສະແດງໃຫ້ເຫັນ ການປະກອບສ່ວນ ຢ່າງຕັ້ງໜ້າ ແລະ ການກະກຽມ ຢ່າງຮອບດ້ານ. ທ່ານ ໂດຮຸ່ງຫວຽດ ໄດ້ກ່າວເນັ້ນໜັກ ເຖິງ ຈິດໃຈສ້າງສັນ, ການໂອ້ລົມ ສົນທະນາ ແລະ ການຮ່ວມມື ຫລາຍຝ່າຍ ໃນບັນດາບົດ ກ່າວຄຳເຫັນ ກ່ອນດຳເນີນ ກອງປະຊຸມ, ທ່ານຍັງໄດ້ຢັ້ງຢືນ ຫລັກໝັ້ນ ສະເໝີຕົ້ນສະເໝີປາຍ ຂອງ ຫວຽດນາມ ແມ່ນການ ສະໜັບສະໜູນ ການປົດອາວຸດ ນິວເຄລຍ ຢ່າງຮອບດ້ານ ແລະ ອ່ື່ນໆ./
