ຈີນ ເປີດໃຊ້ ໂຄງການ ກັກເກັບ ໄຮໂດຣເຈນ ໃນຖໍ້າເກືອ ຢ່າງເປັນທາງການ

29/04/2026 19:50
Email Print 83
KPL - Asean 2024 ເມື່ອບໍ່ດົນນີ້ ໂຄງການ ສາທິດ ການກັກເກັບ ໄຮໂດຣເຈນ ໃນຖໍ້າເກືອຂະໜາດ 1 ລ້ານ ແມັດກ້ອນ ແຫ່ງທຳອິດ ຂອງຈີນ ໄດ້ເປີດໃຊ້ງານ ຢ່າງເປັນທາງການ ໃນເມືອງຜິງຕິ່ງຊານ ແຂວງເຫີຫນານ ທາງພາກກາງ ຂອງ ປະເທດ

ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນນີ້ ໂຄງການ ສາທິດ ການກັກເກັບ ໄຮໂດຣເຈນ ໃນຖໍ້າເກືອຂະໜາດ 1 ລ້ານ ແມັດກ້ອນ ແຫ່ງທຳອິດ ຂອງຈີນ ໄດ້ເປີດໃຊ້ງານ ຢ່າງເປັນທາງການ ໃນເມືອງຜິງຕິ່ງຊານ ແຂວງເຫີຫນານ ທາງພາກກາງ ຂອງ ປະເທດ, ຖືເປັນ ການຍົກລະດັບ ຕ່ອງໂຊ້ ພະລັງງານ ໄຮໂດເຈນ ຂອງ ຈີນ ໄປສູ່  ໄລຍະໃໝ່ ໃນເຊິງ ອຸດສາຫະກຳ.

ທ່ານ ຫຍາງຊຸນເຫີ ເຈົ້າໜ້າທີ່ ຈາກ ສະຖາບັນ ບັນທິດ ວິສາວະກຳຈີນ ກ່າວໃນພິທີ ເປີດໂຄງການ ເມື່ອບໍ່ດົນມານີ້ວ່າ ການກັກເກັບ ໄຮໂດຣເຈນ ໃນຖໍ້າເກືອ ເປັນເຕັກໂນໂລຊີ ສຳຄັນ ທີ່ ຈະຊ່ວຍ ແກ້ໄຂ ບັນຫາ ທີ່ ຕິດຂັດ ໃນຂະບວນ ການກັກເກັບ ແລະ ຂົນສົ່ງໄຮໂດຣເຈນ ຂະໜາດໃຫຍ່ ແລະ ສະໜັບສະໜູນ ການສ້າງລະບົບ ພະລັງງານໃໝ່.

ໂຄງການນີ້ ໄດ້ດຳເນີນການ ໂດຍອາໄສ ຊັບພະຍາກອນ ຫີນເກືອ ທີ່ມີຄຸນນະພາບສູງ ຂອງ ບໍລິສັດກັກເກັບແກັສ ແລະ ເຄມີເກືອ ສັງກັດ ບໍລິສັດ ໄຊນ່າ ຜິງເຫມຍ ເສີນຫມ່າ (China Pingmei Shenma) ໂດຍມີ ສະຖາບັນ ກົນລະສາດ ຫີນ ແລະ ດິນ ພາຍໃຕ້ ສະຖາບັນທິດ ວິທະຍາສາດ ຈີນ ເປັນຜູ້ນຳ ຄວາມກ້າວໜ້າ ທາງດ້ານ ເຕັກໂນໂລ ຊີຫລັກ./

 

KPL