ສະພາແຫ່ງຊາດ ກຳປູເຈຍ ຮັບຮອງເອົາຮ່າງກົດໝາຍ ວ່າດ້ວຍຕ້ານການຫລອກລວງ ທາງໂທລະຄົມ
ຂປລ.ຕາມແຫລ່ງຂ່າວ ວິທະຍຸໂທລະພາບ ສູນກາງຈີນ (CMG): ວັນທີ 30 ມີນານີ້, ສະພາແຫ່ງຊາດກຳປູເຈຍ ໄດ້ຈັດ ກອງປະຊຸມ ຄົບຄະນະ ໂດຍໄດ້ພິຈາລະນາ ແລະ ຮັບຮອງເອົາຮ່າງກົດໝາຍ ວ່າດ້ວຍ ການຕ້ານການຫລອກລວງ ທາງໂທລະຄົມ ໂດຍມີ ສະມາຊິກສະພາ ລວມທັງໝົດ 112 ທ່ານເຂົ້າຮ່ວມ. ຮ່າງກົດໝາຍສະບັບດັ່ງກ່າວ ໄດ້ຮັບການເຫັນດີ ໃນການລົງຄະແນນສຽງ.
ກ່ອນໜ້ານີ້, ທ່ານຮຸນມາເນດ ນາຍົກ ລັດຖະມົນຕີ ກຳປູເຈຍ ກ່າວວ່າ: ລັດຖະບານ ກຳປູເຈຍ ຈະໃຊ້ມາດຕະການທີ່ເຂັ້ມງວດທີ່ສຸດ ເພື່ອປາບປາມ ອາຊະຍາກຳ ການຫລອກລວງ ທາງໂທລະຄົມ, ຕັດຂາດກັບ ການເຄື່ອນໄຫວຫລອກລວງ ທາງໂທລະຄົມ ຢ່າງເຖິງຖອງ.
ນອກຈາກນັ້ນ, ທ່ານ ຮຸນມາເນດ ຍັງກ່າວຕື່ມວ່າ: ຜູ້ໃດກໍຕາມ ທີ່ ເອົາຊັບສິນ ຂອງຕົນ ໃຫ້ແກ່ ກຸ່ມຜິດກົດໝາຍເຊົ່າ ເພື່ອດຳເນີນ ການເຄື່ອນໄຫວ ຫລອກລວງ ທາງໂທລະຄົມ, ການຮັບ ສະໝັກຄົນ ເຂົ້າຮ່ວມ ດຳເນີນ ການເຄື່ອນໄຫວ ຫລອກລວງ ທາງໂທລະຄົມ ຫລື ບຸກຄົນທີ່ເຮັດວຽກ ທີ່ກ່ຽວຂ້ອງ ຢູ່ໃນກຸ່ມຫລອກລວງ ທາງໂທລະຄົມ, ຕ່າງຕ້ອງໄດ້ຮັບຜິດຊອບ ຕາມກົດໝາຍ./
