ສ.ອາເມລິກາ ເປີດສະຖານທູດ ຄືນໃໝ່ ໃນ ເວເນຊູເອລາ ຢ່າງເປັນທາງການ

31/03/2026 19:43
Email Print 83
KPL - Asean 2024 ສະຖານ ເອກອັກຄະລັດ ຖະທູດ ສ.ອາເມລິກາ ປະຈຳນະຄອນຫລວງ ກາຣາກາດ ຂອງ ເວເນຊູເອລາ ໄດ້ກັບຄືນມາ ເປີດອິກຄັ້ງ ປະມານ 3 ເດືອນ ຫລັງຈາກທີ່ກອງທັບ ສ.ອາເມລິກາ ໄດ້ບຸກໂຈມຕີ ເວເນຊູເອລາ ແລະ ຈັບກຸມຕົວທ່ານ ປະທານາທິບໍດີ ນິໂຄລັສ ມາດູໂຣ.

ຂປລ. ສຳນັກຂ່າວ ອິນໂຟເຄວສ: ວັນທີ 30 ມີນາ, ສະຖານ ເອກອັກຄະລັດ ຖະທູດ ສ.ອາເມລິກາ ປະຈຳນະຄອນຫລວງ ກາຣາກາດ ຂອງ ເວເນຊູເອລາ ໄດ້ກັບຄືນມາ ເປີດອິກຄັ້ງ ປະມານ 3 ເດືອນ ຫລັງຈາກທີ່ກອງທັບ ສ.ອາເມລິກາ ໄດ້ບຸກໂຈມຕີ ເວເນຊູເອລາ ແລະ ຈັບກຸມຕົວທ່ານ ປະທານາທິບໍດີ ນິໂຄລັສ ມາດູໂຣ.

ກະຊວງການຕ່າງປະເທດ ສ.ອາເມລິກາ ຖະແຫລງວ່າ: ໄດ້ກັບຄືນມາເປີດ ສະຖານທູດ ໃນເວເນຊູເອລາ ຢ່າງເປັນທາງການ, ຊຶ່ງຖືເປັນ ບົດບາດໃໝ່ ໃນການ ດຳເນີນງານ ທາງການທູດ ໃນເວເນຊູເອລາ, ພ້ອມທັງເນັ້ນໜັກວ່າ ການກັບຄືນມາ ເປີດສະຖານທູດ ອີກຄັ້ງ. ຄາດວ່າ ຈະຊ່ວຍສົ່ງເສີມ ການຮ່ວມມື ໂດຍກົງ ກັບ ລັດຖະບານ ຮັກສາການ ພາກປະຊາສັງຄົມ ແລະ ພາກເອກະຊົນ. ໃນຂະນະທີ່ ສ.ອາເມລິກາ ຄ່ອຍໆ ຟື້ນຟູ ຄວາມສຳພັນ ກັບ ເວເນຊູເອລາ ຫລັງຈາກ ທີ່ ຮອງ ປະທານາທິບໍດີ ເດລຊີ ໂຣດຣີເກຊ ເຂົ້າຮັບ ຕໍາແໜ່ງ ຮັກສາການ ປະທານາທິບໍດີ ພາຍຫລັງການຈັບກຸມ ທ່ານ ນິໂຄລັສ ມາດູໂຣ ເມື່ອວັນທີ 3 ມັງກອນທີ່ຜ່ານມາ./

KPL