ຍີ່ປຸ່ນ ເລີ່ມໃຊ້ນໍ້າມັນສຳຮອງຄັ້ງໃຫຍ່ສຸດ ໃນປະກວັດສາດ

31/03/2026 12:27
Email Print 83
KPL - Asean 2024 ລັດຖະບານ ຍີ່ປຸ່ນ ໄດ້ເລີ່ມນໍາໃຊ້ ນໍ້າມັນ ສຳຮອງ ຂອງລັດ ເພື່ອຮັກສາ ສະຖຽນລະພາບ ດ້ານປະລິມານ ນໍ້າມັນ ທ່າມກາງ ສົງຄາມ ລະຫວ່າງ ສ.ອາເມລິກາ-ອິດສະຣາແອນ ກັບ ຝ່າຍອີຣານ ຍັງສືບຕໍ່ ແກ່ຍາວ ຊຶ່ງເປັນການ ນໍາໃຊ້ ນໍ້າມັນສຳຮອງ ຂອງ ປະເທດ ອອກມາໃຊ້

ຂປລ. ສຳນັກຂ່າວ ກຽວໂດ ລາຍງານວ່າ: ລັດຖະບານ ຍີ່ປຸ່ນ ໄດ້ເລີ່ມນໍາໃຊ້ ນໍ້າມັນ ສຳຮອງ ຂອງລັດ ເພື່ອຮັກສາ ສະຖຽນລະພາບ ດ້ານປະລິມານ ນໍ້າມັນ ທ່າມກາງ ສົງຄາມ ລະຫວ່າງ ສ.ອາເມລິກາ-ອິດສະຣາແອນ ກັບຝ່າຍອີຣານ ຍັງສືບຕໍ່ແກ່ຍາວ ຊຶ່ງເປັນການນໍາໃຊ້ ນໍ້າມັນສຳຮອງ ຂອງປະເທດ ອອກມາໃຊ້ ເປັນຄັ້ງໃຫຍ່ທີ່ສຸດ ໃນປະຫວັດສາດ.

ການລະບາຍ ນໍ້າມັນຄັ້ງນີ້ ມີປະລິມານ ປະມານ 8,5 ລ້ານກິໂລລິດ ຫລື ທຽບເທົ່າປະລິມານ ຄວາມຕ້ອງການໃຊ້ ໃນປະເທດ 30 ວັນ, ຊຶ່ງມີກຳນົດສຳເລັດ ພາຍໃນເດືອນເມສາ, ຫລັງຈາກທີ່ພາກເອກະຊົນ ໄດ້ນຳນໍ້າມັນສຳຮອງສຳລັບ 15 ວັນອອກມາໃຊ້ກ່ອນ ເມື່ອອາທິດຜ່ານມາ.

ຍີ່ປຸ່ນ ເລີ່ມມີຄວາມ ກັງວົນຫລາຍຂຶ້ນວ່າ ຈະເກີດ ພາວະ ຂາດແຄນ ນໍ້າມັນ ເນື່ອງຈາກ ເພີ່ງພາ ນໍ້າມັນດີບ ນໍາເຂົ້າ ຈາກ ເຂດຕາເວັນອອກກາງ ຫລາຍກວ່າ 90% ຂອງ ປະລິມານ ນໍາເຂົ້າ ທັງໝົດ, ໃນຂະນະທີ່ ລັດຖະບານ ໄດ້ປິດຊ່ອງແຄບຮໍມຸດ ຊຶ່ງເປັນ ເສັ້ນທາງຂົນສົ່ງ ພະລັງງານ ທີ່ສຳຄັນ ຂອງ ໂລກ ເພື່ອຕອບໂຕ້ ສ.ອາເມລິກາ ແລະ ອິດສະຣາແອນ ທີ່ໂຈມຕີ ອີຣານ ເມື່ອວັນທີ 28 ກຸມພາຜ່ານມາ./

 

KPL