ຫວຽດນາມ ສົ່ງອອກເອເລັກໂຕນິກ ບັນລຸເກືອບ 37,5 ຕື້ໂດລາ

31/03/2026 12:26
Email Print 83
KPL - Asean 2024 ສະມາຄົມ ນັກທຸລະກິດ ເອເລັກໂຕນິກ ຫວຽດນາມ ໃຫ້ຮູ້ວ່າ , ໃບສັ່ງຊື້ສິນຄ້າ ໃນໄຕມາດ I/2026 ຂອງ ຂະແໜງ ເອເລັກໂຕນິກ ທີ່ມີ ຄວາມຕັ້ງໜ້າ, ລວມທັງ ໃນໂອກາດ ບຸນປີໃໝ່ ປະຈຳຊາດ, ບັນດາ ວິສາຫະກິດ ຍັງສືບຕໍ່ ຮັກສາ ການສົ່ງອອກ ຢ່າງຕໍ່ເນື່ອງ.

ຂປລ. ວິທະຍຸກະຈາຍສຽງ ຫວຽດນາມ: ເມື່ອບໍ່ດົນມານີ້, ສະມາຄົມ ນັກທຸລະກິດ ເອເລັກໂຕນິກ ຫວຽດນາມ ໃຫ້ຮູ້ວ່າ , ໃບສັ່ງຊື້ສິນຄ້າ ໃນໄຕມາດ I/2026 ຂອງ ຂະແໜງ ເອເລັກໂຕນິກ ທີ່ມີ ຄວາມຕັ້ງໜ້າ, ລວມທັງ ໃນໂອກາດ ບຸນປີໃໝ່ ປະຈຳຊາດ, ບັນດາ ວິສາຫະກິດ ຍັງສືບຕໍ່ ຮັກສາ ການສົ່ງອອກ ຢ່າງຕໍ່ເນື່ອງ.

ການເຄື່ອນໄຫວ ສົ່ງອອກ ສິນຄ້າ ເອເລັກໂຕນິກ ຂອງ ຫວຽດນາມ  ໄດ້ຂະຫຍາຍຕົວ ຢ່າງຕັ້ງໜ້າ ນັບແຕ່ ຕົ້ນປີ ມາຮອດ ປັດຈຸບັນ (ໄລ່ຮອດວັນທີ 15 ມີນາ), ການສົ່ງອອກ ເອເລັກໂຕນິກ ໄດ້ນຳວົງເງິນມາ ໃຫ້ ຫວຽດນາມ ເກືອບ 37,5 ຕື້ໂດລາ ສະຫະລັດ, ເພີ່ມຂຶ້ນ 9,36 ຕື້ໂດລາ ສະຫະລັດ ເມື່ອທຽບໃສ່ ໄລຍະດຽວກັນ ຂອງ ປີກາຍນີ້.

ສ່ວນປີ 2025, ຂະແໜງ ເອເລັກໂຕນິກ ໄດ້ສົ່ງອອກສິນຄ້າ ບັນລຸ ຕົວເລກ ສະຖິຕິ ເກືອບ 165 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ ເມື່ອທຽບໃສ່ ປີ 2024 (126,5 ຕື້ໂດລາສະຫະລັດ). ຕາມການ ຕີລາຄາ ຂອງ ບັນດານັກຊ່ຽວຊານແລ້ວ, ໃນໄລຍະ 2 ປີມານີ້, ມູນຄ່າ ແລະ ປະເພດສິນຄ້າ ເອເລັກໂຕນິກ ສົ່ງອອກ ເພີ່ມຂຶ້ນ, ດ້ວຍຫຼາຍຮູບແບບ ລວມທັງ ຜະລິດຕະພັນ ຫລາຍຢ່າງ ໄດ້ສ້າງຄວາມ ປະທັບໃຈ ຢູ່ໃນງານ ວາງສະແດງ ສາກົນ. ໃນນັ້ນ ບັນດາຮູບແບບ ການຜະລິດ ຄື: ການຫັນເປັນ ອັດຕະໂນມັດ, ໝູນໃຊ້ ເອໄອ, ເປັນເຈົ້າການ ແຫລ່ງສະໜອງ ແລະ ຍົກອັດຕາ ການຫັນ ເປັນພາຍໃນ ເພື່ອຊ່ວຍໃຫ້ຂະແໜງ ເອເລັກໂຕນິກ ໄດ້ຍົກສູງ ຖານະ ບົດບາດ ໃນລະບົບ ສະໜອງທົ່ວໂລກ./

KPL