ການປະທະກັນໃນຕາເວັນອອກກາງ ສົ່ງຜົນກະທົບຕໍ່ອະນາຄົດ ການເຕີບໂຕເສດຖະກິດໂລກ

27/03/2026 22:02
Email Print 83
KPL - Asean 2024 ອົງການ ຮ່ວມມື ແລະ ການພັດທະນາດ້ານເສດຖະກິດ ຫລື OECD ໄດ້ປະກາດ ບົດລາຍງານ ການຄາດຄະເນ ເສດຖະກິດ ສະບັບຫລ້າສຸດ ຄາດວ່າ ຈັງ ຫວະການເຕີບໂຕ ຂອງ ເສດຖະກິດໂລກ ໃນປີ 2026 ແມ່ນ 2,9% ແລະ ຈະເພີ່ມຂຶ້ນ ເລັກນ້ອຍ ເປັນ 3% ໃນປີ 2027.

ຂປລ. ວິທະຍຸ ໂທລະພາບ ສູນກາງຈີນ (CMG): ວັນທີ 26 ມີນາ,ອົງການ ຮ່ວມມື ແລະ ການພັດທະນາດ້ານເສດຖະກິດ ຫລື OECD ໄດ້ປະກາດ ບົດລາຍງານ ການຄາດຄະເນ ເສດຖະກິດ ສະບັບຫລ້າສຸດ ຄາດວ່າ ຈັງ ຫວະການເຕີບໂຕ ຂອງ ເສດຖະກິດໂລກ ໃນປີ 2026 ແມ່ນ 2,9% ແລະ ຈະເພີ່ມຂຶ້ນ ເລັກນ້ອຍ ເປັນ 3% ໃນປີ 2027.

ບົດລາຍງານດັ່ງກ່າວ ລະບຸວ່າ: ຄວາມບໍ່ແນ່ນອນ ຂອງ ສະຖານະການ ໃນພາກພື້ນ ຕາເວັນອອກກາງ ເປັນບົດທົດສອບ ຄວາມໝັ້ນໜຽວ ຂອງ ເສດຖະກິດໂລກ, ຖ້າຫາກ ລາຄາພະລັງງານ ຍັງຢູ່ໃນລະດັບສູງ ເປັນເວລາດົນນານ ຈະເຮັດໃຫ້ ຕົ້ນທຶນ ວິສາຫະກິດ ເພີ່ມຂຶ້ນ ຢ່າງຊັດເຈນ ແລະ ເຮັດໃຫ້ໄພເງິນເຟີ້ ເພີ່ມຂຶ້ນ, ສົ່ງຜົນກະທົບ ຕໍ່ອະນາຄົດການເຕີບໂຕ ຂອງ ເສດຖະກິດໂລກ. ນອກຈາກນີ້, ບົດລາຍງານ ຍັງຄາດຄະເນວ່າ: ຈັງຫວະ ການເຕີບໂຕ ຂອງ ເສດຖະ ກິດສ.ອາເມລິກາ ຈະຫລຸດລົງຈາກ 2% ໃນປີ 2026 ເຫລືອ 1,7% ໃນປີ 2027. ຍ້ອນລາຄາ ພະລັງງານສູງ, ຈັງຫວະ ການເຕີບໂຕ ຂອງ ເສດຖະກິດເຂດທີ່ໃຊ້ເງິນເອີໂຣ, ຄາດວ່າ ຈະຫລຸດລົງ ເຫລືອ 0,8% ໃນປີ 2026./

KPL