ສະຖານະການ ໃນເຂດຕາເວັນອອກກາງ ສ້າງຄວາມກົດດັນຕໍ່ເສດຖະກິດ ອາຊຽນ
ຂປລ.ວິທະຍຸໂທລະພາບ ສູນກາງຈີນ (CMG): ເມື່ອບໍ່ດົນມານີ້, ທະນາຄານການລົງທຶນ ມາເລເຊຍ ປະກາດບົດລາຍງານວ່າ: ສະຖານະການເຄັ່ງຕຶງ ຢູ່ເຂດຕາເວັນອອກກາງ ໃນປັດຈຸບັນ ພວມຂະຫຍາຍອອກໄປ ຮອດອາຊີ ໂດຍຜ່ານຊ່ອງທາງ ພະລັງງານ ແລະຕ່ອງໂສ້ ການສະໜອງ, ສ້າງຜົນກະທົບ ຕໍ່ເສດຖະກິດ ອາຊຽນ.
ບົດລາຍງານ ລະບຸວ່າ: ນັບລວມແລ້ວ ອາຊຽນ ໄດ້ເພີ່ງພາ ພະລັງງານ ທີ່ມາຈາກ ເຂດຕາເວັນອອກກາງ ໃນລະດັບສູງ, ການນຳເຂົ້າ ນ້ຳມັນດິບ ປະມານ 95% ຂອງ ຟິລິບປິນ ແລະ 88% ຂອງ ຫວຽດນາມ ມາຈາກ ອ່າວເປີເຊຍ. ສ່ວນນໍ້າມັນສໍາເລັດຮູບ, ສິງກະໂປ, ອິນໂດເນເຊຍ ແລະໄທ ໄດ້ອາໄສ ການສະໜອງນ້ຳມັນ ກາຊວນ ຈາກພາກພື້ນຕາເວັນອອກກາງ ໃນລະດັບສູງ. ສ່ວນ ຫວຽດນາມ ນຳເຂົ້າອາຍແກັສ ທຳມະຊາດແຫລວ ຈຳນວນປະມານ 49% ຈາກປະເທດ ໃນອ່າວເປີເຊຍ. ນອກຈາກນີ້ ຍັງມີ ປະເທດ ຈຳນວນໜຶ່ງ ໃນອາຊຽນ ຍັງມີ ຄວາມສ່ຽງ ໃນດ້ານປຸ໋ຍເຄມີ ກະສິກຳ, ຖ້າຫາກການ ສະໜອງພະລັງງານ ແລະ ປຸ໋ຍເຄມີ ບໍ່ພຽງພໍ ຈະສົ່ງຜົນກະທົບ ຕໍ່ລາຄາ ທັນຍາຫານ ເພີ່ມຂຶ້ນຕື່ມອີກ./
