ຟີລິບປິນ ປິດໃຫ້ບໍລິການ ປໍ້ານໍ້າມັນ ຫລາຍກວ່າ 400 ແຫ່ງທົ່ວປະເທດ

27/03/2026 08:54
Email Print 83
KPL - Asean 2024 ສຳນັກງານ ຕຳຫລວດ ແຫ່ງຊາດ ຟີລິບປິນ ເປີດເຜີຍ ເມື່ອບໍ່ດົນມານີ້ວ່າ: ສະຖານນີ ບໍລິການ ນໍ້າມັນກວ່າ 400 ແຫ່ງທົ່ວປະເທດ ໄດ້ຢຸດໃຫ້ບໍລິການ ເນື່ອງຈາກ ລາຄາ ນໍ້າມັນເພີ່ມສູງຂຶ້ນ.

ຂປລ. ສຳນັກຂ່າວຊິນຮວາ ລາຍງານວ່າ: ສຳນັກງານ ຕຳຫລວດ ແຫ່ງຊາດ ຟີລິບປິນ ເປີດເຜີຍ ເມື່ອບໍ່ດົນມານີ້ວ່າ: ສະຖານນີ ບໍລິການ ນໍ້າມັນກວ່າ 400 ແຫ່ງທົ່ວປະເທດ ໄດ້ຢຸດໃຫ້ບໍລິການ ເນື່ອງຈາກ ລາຄາ ນໍ້າມັນເພີ່ມສູງຂຶ້ນ.

ໂດຍຈຳນວນສະຖານີ ທີ່ ປິດໃຫ້ບໍລິການ ເພີ່ມຂຶ້ນ ຈາກ 273 ແຫ່ງ ເມື່ອວັນທີ 18 ມີນາ ທີ່ຜ່ານມາ ເປັນ 403 ແຫ່ງ. ໂດຍສຳນັກງານ ໄດ້ເຝົ້າຕິດຕາມສະຖານີ ບໍລິການ ທັງໝົດ 14.313 ແຫ່ງທົ່ວປະເທດ ແລະ ຄາດວ່າ ປະລິມານ ນໍ້າມັນ ທີ່ມີຢູ່ ຈະພຽງພໍ ຈົນເຖິງ ກາງເດືອນເມສາ.

ນອກຈາກນີ້, ສຳນັກງານ ຍັງໄດ້ດຳເນີນ ຄະດີ ກ່ຽວກັບ ການຈຳໜ່າຍ ເຊື້ອໄຟ ທີ່ຜິດກົດໝາຍ, ການກັກຕຸນ ແລະ ການສະແຫວງຫາ ຜົນກຳໄລເກີນຄວນ ຢູ່ໃນຫລາຍພື້ນທີ່. ປັດຈຸບັນ ເຈົ້າໜ້າທີ່ຂັ້ນສູງ ຟີລີບປີນ ພວມປະສານງານກັບ ກະຊວງ ພະລັງງານ ເພື່ອເຮັດການສອບສວນ ແລະ ຍົກລະດັບ ການເຝົ້າຕິດຕາມ ສະຖານນີບໍລິການ ນໍ້າມັນ ທີ່ຢຸດດຳເນີນການ ເນື່ອງຈາກ ມີຂໍ້ສົງໄສວ່າ ການປິດບາງແຫ່ງ ອາດເປັນການ ປັ່ນລາຄານໍ້າມັນ./

KPL