ອິນໂດເນເຊຍ ຈະຢຸດຕິການນໍາເຂົ້ານໍ້າມັນກະຊວນໃນປີນີ້
ຂປລ. ສຳນັກຂ່າວ ອິນໂຟເຄວສ, ທ່ານ ບາຫລີ ລາຮາດາເລີຍ ລັດຖະມົນຕີ ກະຊວງ ພະລັງງານ ແລະ ຊັບພະຍາກອນ ບໍ່ແຮ່ ຂອງ ອິນໂດເນເຊຍ ເປີດເຜີຍວ່າ: ອິນໂດເນເຊຍ ຈະຢຸດຕິການນໍາເຂົ້າ ນໍ້າມັນກະຊວງ ຕັ້ງແຕ່ປີນີ້ເປັນຕົ້ນໄປ ຫລັງຈາກທີ່ມີ ການຂະຫຍາຍກຳລັງ ການກັ່ນພາຍໃນປະເທດ. ໂດຍເລີ່ມແຕ່ ຕົ້ນປີນີ້ ຈະບໍ່ອອກໃບອະນຸຍາດ ນໍາເຂົ້ານໍ້າມັນ ກະຊວນອີກຕໍ່ໄປ. ການຢຸດຕິ ການນໍາເຂົ້າ ນໍ້າມັນ ກະຊວນ ຈະມີຜົນກັບສະຖານິ ບໍລິການ ນໍ້າມັນ ເອກະຊົນ ເຊັ່ນກັນ, ສຳລັບນໍ້າມັນກະຊວນ ທີ່ຍັງຄົງສົ່ງມາຍັງ ອິນໂດເນເຊຍ ໃນເດືອນ ມັງກອນ-ເດືອນກຸມພານີ້ ຄືສ່ວນທີ່ໄດ້ຮັບ ອະນຸຍາດຕັ້ງແຕ່ປີ 2025.
ທັງນີ້ ໂຮງກັ່ນ ດັ່ງກ່າວ ຄື ໂຄງການ ແຜນແມ່ບົດ ການພັດທະນາ ໂຮງກັ່ນ ໃນໜ່ວຍ ໂຮງກັ່ນ ທີ 5 ຢູ່ເມືອງບາລິກປາປັນ ແຂວງກາລິມັນຕັນ ທາງຕາເວັນອອກ, ໂດຍ ໂຄງການນີ້ ຈະຊ່ວຍໃຫ້ ໂຮງກັ່ນ ສາມາດ ແປຮູບ ນໍ້າມັນ ໄດ້ຫລາຍເຖິງ 360.000 ຖັງຕໍ່ວັນ, ເຊິ່ງທຽບເທົ່າກັບ 22-25% ຂອງ ຄວາມຕ້ອງການ ເຊື້ອໄຟໃນທົ່ວປະເທດ./
