ສປຈີນ ຈະບັນລຸຕົວເມືອງປອດສິ່ງເສດເຫລືອໃນປີ 2035
ຂປລ. ວິທະຍຸໂທລະພາບ ສູນກາງຈີນ (CMG), ວັນທີ 12 ມັງກອນນີ້, ກະຊວງນິເວດ ແລະ ສະພາບແວດລ້ອມຈີນ ເປີດເຜີຍໃຫ້ຮູ້ວ່າ: ເມື່ອຮອດປີ 2027, ຈີນຈະສ້າງ “ຕົວເມືອງ ປອດສິ່ງເສດເຫລືອ” ກວມເອົາ 60% ຂອງ ທົ່ວປະເທດ.
ຕາມຂ່າວລາຍງານວ່າ, ໃນໄລຍະຈັດຕັ້ງ ປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດຈີນ 5 ປີ ຄັ້ງທີ XIV ຄື: ລະຫວ່າງປີ 2021-2025, ກະຊວງ ນິເວດ ແລະ ສະພາບແວດລ້ອມຈີນ ໄດ້ຊຸກຍູ້ ໃຫ້ 113 ຕົວເມືອງ ແລະ 8 ເຂດພິເສດ ໃນທົ່ວປະເທດ ດຳເນີນ ການສ້າງ “ຕົວເມືອງ ປອດສິ່ງເສດເຫລືອ” ໂດຍໄດ້ດຳເນີນ ໂຄງການກຳຈັດສິ່ງເສດເຫລືອ ທາດແຂງ ປະເພດຕ່າງໆ 3.000 ກວ່າໂຄງການ. ສະນັ້ນ ໃນໄລຍະຈັດຕັ້ງ ປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດຈີນ 5 ປີ ຄັ້ງທີ XV ຄື: ລະຫວ່າງ ປີ 2026-2030, ຈະສ້າງເປັນ “ຕົວເມືອງປອດສິ່ງເສດເຫລືອ” 200 ແຫ່ງ. ຮອດປີ 2035, ຈະບັນລຸ “ຕົວເມືອງ ປອດສິ່ງເສດເຫລືອ” ທັງໝົດໃນທົ່ວປະເທດ./
