ສສ ຫວຽດນາມ-ຣັດຊຍ ຊອກຫາໂອກາດຮ່ວມມືໃນສັງກາດດີຈີຕອນ

24/12/2025 16:26
Email Print 83
KPL - Asean 2024 ການໂອ້ລົມສົນທະນາ “ວັດທະນະທຳ-ການຄ້າ-ເຕັກໂນໂລຊີ-ສີຂຽວ ລະຫວ່າງ ສສ ຫວຽດນາມ ແລະ ຣັດເຊຍ ໃນສັງ ກາດດີຈີຕອນ” ໄດ້ຈັດຂຶ້ນ ໃນວັນທີ 23 ທັນວາ ຢູ່ນະຄອນຫລວງ ມົດສະກູ ຂອງຣັດຊຍ.

ຂປລ.ວິທະຍຸກະຈາຍສຽງ ຫວຽດນາມ, ການໂອ້ລົມສົນທະນາ ວັດທະນະທຳ-ການຄ້າ-ເຕັກໂນໂລຊີ-ສີຂຽວ ລະຫວ່າງ ສສ ຫວຽດນາມ ແລະ ຣັດເຊຍ ໃນສັງກາດດີຈີຕອນໄດ້ຈັດຂຶ້ນ ໃນວັນທີ 23 ທັນວາ ຢູ່ນະຄອນຫລວງ ມົດສະກູ ຂອງຣັດຊຍ.ໃນໂກາດນີ້, ທ່ານ ຫງວຽນເຈື່ອງເຊີນ, ປະທານ ສະຫະສະມາຄົມ ໂຄສະນາ ຫວຽດນາມ (VAA) ໃຫ້ຮູ້ວ່າ: VAA ໄດ້ບັນລຸ ຜົນສຳເລັດ ໃນການໂຄສະນາ ແລະ ສົ່ງເສີມ ຜະລິດຕະພັນ ທີ່ເປັນທ່າແຮງຂອງ ສສ ຫວຽດນາມ ຈຳນວນໜຶ່ງ ຢູ່ບັນດາເວັບໄຊ ການຄ້າເອເລັກໂຕຣນິກ ຄື: ສປ ຈີນ ແລະ ອິນເດຍ. ທ່ານ ຫວັງວ່າ ບັນດາສິນຄ້າ, ຜະລິດຕະພັນ ທີ່ມີທ່າແຮງຂອງ ສສ ຫວຽດນາມ ຈະນັບມື້ ນັບແຊກຊຶມ ເຂົ້າຕະຫລາດ ຣັດເຊຍ ຢ່າງເລິກເຊິ່ງ, ກວ້າງຂວາງກວ່າ ຜ່ານບັນດາເວັບໄຊ ການຄ້າເອເລັກໂຕຣນິກ ທີ່ VAA ພວມສ້າງ. ຕາມ ທ່ານ ເຢືອງຮວ່າງມິນ, ທີ່ປຶກສາຝ່າຍການຄ້າ, ຫົວໜ້າຜູ້ຕາງໜ້າ ດ້ານການຄ້າ ຫວຽດນາມ ປະຈຳ ລັດເຊຍ ແລ້ວ, ບັນດາໝວດ ສິນຄ້າ ທັນຍາຫານ, ລວມມີ: ຜະລິດ ຕະພັນ ກະສິກຳ ປຸງແຕ່ງ, ສິນໃນນ້ຳ, ກາເຟ, ເຂົ້າສານ ແມ່ນບັນດາ ປະເພດ ສິນຄ້າ ທີ່ຕະຫລາດ ຣັດເຊຍ ສົນໃຈ ແລະ ນິຍົມຫລາຍ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL