ເປີດການແຂ່ງຂັນກິລາລອຍນໍ້າ ຄົນພິການ ງານມະຫະກໍາກິລາຄົນພິການ ແຫ່ງຊາດ ຄັ້ງທີ 4 ຢ່າງເປັນທາງການ

16/12/2025 10:54
Email Print 83
KPL - Asean 2024 ຂປລ. ໃນວັນທີ 15 ທັນວາ 2025 ທີ່ສະລອຍນໍ້າ ສະໜາມກິລາແຫ່ງຊາດ ຫລັກ 16 ໄດ້ເປີດການແຂ່ງຂັນກິລາລອຍນໍ້າຄົນພິການ ງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ 4 ນະຄອນຫລວງເປັນເຈົ້າພາບ

ຂປລ. ໃນວັນທີ 15 ທັນວາ 2025 ທີ່ສະລອຍນໍ້າ ສະໜາມກິລາແຫ່ງຊາດ ຫລັກ 16 ໄດ້ເປີດການແຂ່ງຂັນກິລາລອຍນໍ້າຄົນພິການ ງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ 4 ນະຄອນຫລວງເປັນເຈົ້າພາບ ຂຶ້ນຢ່າງເປັນທາງການ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ພອນວິໄລ ຫລວງຄໍາຫານ ຮອງປະທານສະຫະພັນກິລາລອຍນໍ້າ ຄົນພິການແຫ່ງຊາດລາວ, ມີບັນດາທ່ານຜູ້ຕາງໜ້າ ຈາກພະແນກສຶກສາທິການ ແລະ ກິລາ ນະຄອນຫລວງ, ແຂວງ, ຄູຝຶກ, ພ້ອມດ້ວຍຄະນະຮັບຜິດຊອບທີ່ກ່ຽວຂ້ອງ ເຂົ້າຮ່ວມ.

 

ການແຂ່ງຂັນກິລາລອຍນ້ຳຄົນພິການແຫ່ງຊາດ ຈະໄດ້ດໍາເນີນແຕ່ວັນທີ 15-17 ທັນວາ 2025, ມີບັນດາແຂວງໄດ້ສົ່ງນັກກິລາເຂົ້າການແຂ່ງຂັນ 11 ແຂວງຄື: ແຂວງຄໍາມ່ວນ, ຈໍາປາສັກ, ເຊກອງ, ຊຽງຂວາງ, ບໍລິຄຳໄຊ, ຜົ້ງສາລີ, ອຸດົມໄຊ, ຫລວງພະບາງ, ອັດຕະປື, ຫົວພັນ ແລະ ນະຄອນວຽງຈັນ, ມີນັກກິລາລົງແຂ່ງຂັນ 43 ຄົນ, ຍິງ 11 ຄົນ; ໄດ້ກຳນົດການແຂ່ງຂັນ 41 ລາຍການ, ໃນໄລຍະທາງ 50 ແມັດ, 100 ແມັດ, 200 ແມັດ ແລະ 400 ແມັດ, ແຂ່ງຂັນໃນທ່າລອຍທຳມະດາ (freestyle), ທ່າລອຍຫງາຍ (backstroke), ທ່າລອຍກົບ (breaststroke) ແລະ ທ່າລອຍດ່ຽວປະສົມ (medley).

     ການແຂ່ງຂັນປະເພດກິລາລອຍນໍ້າ ຂອງຄົນພິການ ໃນງານມະຫະກໍາກິລາຄົນພິການ ແຫ່ງຊາດ ຄັ້ງທີ 4 ປີ 2025 ໃນຄັ້ງນີ້, ມັນໄດ້ສະແດງໃຫ້ເຫັນການຈັດຕັ້ງຜັນຂະຫຍາຍແຜນພັດທະນາຂະແໜງການສຶກສາ ແລະ ກິລາ ກາຍະກຳສະເພາະ ຄົນພິການ ໃຫ້ເປັນຂະບວນຟົດຟື້ນ, ກວ້າງຂວາງ ແຕ່ສູນກາງລົງຮອດທ້ອງຖິ່ນ ແລະ ສາມາດສ້າງ ຊື່ສຽງໃຫ້ບັນດາແຂວງ.

ໂດຍ: ສູນຂ່າວ.

KPL