ອາຣັບບີ ຊາອຸດິດ-ກາຕາ ລົງນາມກໍ່ສ້າງ ທາງລົດໄຟຄວາມໄວສູງ ເຊື່ອມຕໍ່ກັນ

09/12/2025 14:42
Email Print 83
KPL - Asean 2024 ອາຣັບບີ ຊາອຸດິດ ແລະ ກາຕາ ໄດ້ລົງນາມ ກໍ່ສ້າງທາງລົດໄຟ ຄວາມໄວສູງ ເຊື່ອມຕໍ່ກັນ ລະຫວ່າງ ນະຄອນຫລວງ ຣິຢັດ ກັບນະຄອນຫລວງ ໂດຮາ

ຂປລ.ສຳນັກຂ່າວ ເອເອຟພີ,ວັນທີ9 ທັນວານີ້, ອາຣັບບີ ຊາອຸດິດ ແລະ ກາຕາ ໄດ້ລົງນາມ ກໍ່ສ້າງທາງລົດໄຟ ຄວາມໄວສູງ ເຊື່ອມຕໍ່ກັນ ລະຫວ່າງ ນະຄອນຫລວງ ຣິຢັດ ກັບນະຄອນຫລວງ ໂດຮາ ແລະ ຄາດວ່າ ເມືອງອໍລໂຮຟຸ ແລະ ດຳນາມ ທາງຕາເວັນອອກຂອງ ອາຣັບບີ ຊາອຸດິດ ຈະຢູ່ໃນເສັ້ນທາງນີ້ ເຊັ່ນກັນ. ສຳລັບ ລົດໄຟ ຈະມີຄວາມໄວສູງ ຫລາຍກວ່າ 300 ກິໂລແມັດ ຕໍ່ຊົ່ວໂມງ ສ່ວນ ການເດີນທາງ ຈະມີໄລຍະເວລາ ປະມານ 2 ຊົ່ວໂມງ. ຂະນະທີ່ ຖ້ຽວບິນຕົງ ລະຫວ່າງ ສອງເມືອງຫລວງ ໂດຍປົກກະຕິແລ້ວ ໃຊ້ເວລາ ປະມານ 90 ນາທີ.ໂຄງການດັ່ງກ່າວ ຄາດວ່າ ຈະກໍ່ສ້າງ ໃຫ້ສຳເລັດ ພາຍໃນ 6 ປີ ແລະ ຈະຮອງຮັບ ຜູ້ໂດຍສານ 10 ລ້ານເທື່ອຄົນຕໍ່ປີ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL