ແອຣບັສສົ່ງມອບເຮືອບິນທັງໝົດ ລວມມີ 657 ລຳ
Email
Print
83
KPL - Asean 2024
ແອຣບັສ(Airbus) ຜູ້ຜະລິດເຮືອບິນລາຍໃຫຍ່ຂອງ ເອີຣົບ ເປີດເຜີຍວ່າ: ບໍລິສັດ ກ່ຽວຂ້ອງ ໄດ້ສົ່ງ ມອບເຮືອບິນຈຳນວນ 72 ລຳ ໃນເດືອນພະຈິກ, ເຮັດໃຫ້ຍອດການສົ່ງມອບສະສົມໃນປີນີ້ລວມມີ 657 ລຳ.
ຂປລ.ສຳນັກຂ່າວ ອິນໂຟເຄວສ: ເມື່ອບໍ່ດົນມານີ້, ແອຣບັສ(Airbus) ຜູ້ຜະລິດເຮືອບິນ ລາຍໃຫຍ່ຂອງ ເອີຣົບ ເປີດເຜີຍວ່າ: ບໍລິສັດ ກ່ຽວຂ້ອງ ໄດ້ສົ່ງມອບ ເຮືອບິນຈຳນວນ 72 ລຳ ໃນເດືອນພະຈິກ, ເຮັດໃຫ້ຍອດການສົ່ງມອບ ສະສົມໃນປີນີ້ລວມມີ 657 ລຳ. ໃນຂະນະທີ່ ແອຣບັສເປັນຜູ້ຜະລິດ ເຮືອບິນທີ່ໃຫຍ່ ທີ່ສຸດ ໃນໂລກ ຈຳເປັນຈະຕ້ອງສົ່ງມອບ ເຮືອບິນເພີ່ມຕື່ມຂຶ້ນອີກ 133 ລຳໃນເດືອນທັນວານີ້, ເພື່ອໃຫ້ບັນລຸເປົ້າໝາຍ ການສົ່ງມອບ ປະຈຳປີນີ້ ລວມມີ 790 ລຳ. ໂດຍຍອດ ການສົ່ງມອບ ໃນເດືອນພະຈິກ ຫລຸດລົງຈາກ 78 ລຳ ໃນເດືອນຕຸລາ ແລະ ຕໍ່າກວ່າ 84 ລຳໃນເດືອນ ພະຈິກຂອງປີກາຍ. /
