ຄຳມ່ວນ ຄວ້າແຊັມການແຂ່ງຂັນກິລາບານເຕະຊາຍ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ 12

26/11/2025 09:53
Email Print 83
KPL - Asean 2024 ຂປລ. ການແຂ່ງຂັນບານເຕະຊາຍນັດຊີງຫລຽນຄໍາ ລະຫວ່າງທີມເຈົ້າພາບ ນະຄອນຫລວງວຽງຈັນ ພົບກັບ ແຂວງຄຳມ່ວນ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ 12 ທີ່ນະຄອນຫລວງວຽງຈັນເປັນເຈົ້າພາບ ຈັດຂຶ້ນວັນທີ 24 ພະຈິກ 2025 ຢູ່ສະໜາມກິລາແຫ່ງຊາດ (ຫລັກ16)

ຂປລ. ການແຂ່ງຂັນບານເຕະຊາຍນັດຊີງຫລຽນຄໍາ ລະຫວ່າງທີມເຈົ້າພາບ ນະຄອນຫລວງວຽງຈັນ ພົບກັບ ແຂວງຄຳມ່ວນ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ 12 ທີ່ນະຄອນຫລວງວຽງຈັນເປັນເຈົ້າພາບ ຈັດຂຶ້ນວັນທີ 24 ພະຈິກ 2025 ຢູ່ສະໜາມກິລາແຫ່ງຊາດ (ຫລັກ16) ໂດຍມີທ່ານ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ກອງເຊຍເຂົ້າຮ່ວມຢ່າງຫລວງຫລາຍ.

ການແຂ່ງຂັນໄດ້ເລີ່ມເຄິ່ງເວລາທຳອິດເປັນທີມເຈົ້າພາບໄດ້ເປີດເກມບຸກໃສ່ ແຕ່ທີມແຂວງຄຳມ່ວນ ກໍຕັ້ງຮັບຢ່າງໜຽວແໜ້ນ ແລະ ອາໃສຈັ່ງຫວະທີມເຈົ້າພາບຜິດພາດແລ້ວໂຕກັບກັນໄປ-ມາຢ່າງດຸເດືອດທ່າມກາງກອງເຊຍໆດັງທົ່ວສະໜາມ ແລະ ກໍມີຈັງຫວະຍິງປະຕູກັນໄປ-ມາ ແຕ່ສຸດທ້າຍກໍຍັງບໍ່ສາມາດຍິງປະຕູກັນໄດ້ ຈົນຈົບເວລາເຄິ່ງທີໜຶ່ງ ຍັງສະເໝີກັນ 0-0.

ມາເຄິ່ງເວລາທີສອງທີມເຈົ້າພາບໄດ້ເປີດເກມບຸກໃສ່ ຈົນໃນທີ່ສຸດທີມຈາກແຂວງຄຳມ່ວນ ກໍສາມາດຍິງປະຕູຂຶ້ນນໍາກ່ອນ 0-1 ຈາກການຍິງຂອງນັກກິລາໝາຍເລກ 15 ທ້າວ ນະລິນ ຫລວງສີສົມບັດ ຈາກນັ້ນຄວາມກົດດັນກໍຕົກໄປຢູ່ທີ່ທີມເຈົ້າພາບນະຄອນຫລວງວຽງຈັນ ຕ້ອງໄດ້ເປີດເກມບຸກໃສ່ຄູ່ແຂ່ງຂັນຢ່າງສຸດຄວາມສາມາດ ເພື່ອຫວັງຍິງປະຕູຕີສະເໝີໃຫ້ໄດ້, ແຕ່ຄວາມພະຍາຍາມນັ້ນ ກໍບໍ່ເປັນຜົນ ສຸດທ້າຍກຳມະການຕັດສິນກໍເປົ່າໝາກຫວີດໝົດເວລາການແຂ່ງຂັນທ່າມກາງສຽງກອງເຊຍຝ່າຍແຂວງຄຳມ່ວນດັງຄັບຄາທົ່ວສະໜາມ ເຮັດໃຫ້ແຂວງຄໍາມ່ວນ ເອົາຊະນະທີມເຈົ້າ ພາບ 1-0 ປະຕູ ແລະ ຄອງຫລຽນຄຳ ຫລື ຄອງແຊັມກິລາບານເຕະ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII. ອັນດັບທີ 2 ຫລຽນເງິນຕົກເປັນຂອງເຈົ້າພາບນະຄອນຫລວງວຽງຈັນ ແລະ ອັນດັບທີ 3 ແມ່ນກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ຫລຽນທອງໄປຄອງ.

ໂດຍ: ສູນຂ່າວ

KPL