ສປ ຈີນ-ສ ອາເມລິກາ ປຶກສາຫາລືດ້ານເສດຖະກິດການຄ້າຢູ່ ມາເລເຊຍ

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນທີ 25-26 ຕຸລານີ້, ທ່ານ ເຫີລີ້ເຟີ່ງ ຮອງນາຍົກລັດຖະມົນຕີຈີນ ຜູ້ຊີ້ນຳຝ່າຍ ສປ ຈີນ ດ້ານເສດຖະກິດການຄ້າຈີນ-ອາເມລິກາ ແລະ ທ່ານ ສະກອດ ເບເຊັນທ ລັດຖະມົນຕີກະຊວງການເງິນ ສ.ອາເມລິກາ ຜູ້ຊີ້ນຳຝ່າຍ ສ.ອາເມລິກາ ດ້ານເສດຖະກິດການຄ້າ ແລະ ທ່ານ ຈາມີຊັນ ເກຣຍ ຜູ້ຕາງໜ້າດ້ານການຄ້າ ຂອງ ສ.ອາເມລິກາ ໄດ້ຈັດການປຶກສາຫາລື ດ້ານເສດຖະກິດ ການຄ້າຈີນ-ອາເມລິກາ ຢູ່ນະຄອນຫລວງ ກົວລາລຳເປີ ປະເທດ ມາເລເຊຍ.ໂດຍສອງຝ່າຍ ໄດ້ຖືເອົາຄວາມຮັບຮູ້ ທີ່ເປັນເອກພາບກັນ ອັນສຳຄັນ ເຊິ່ງປະມຸກ ລັດສອງປະເທດໄດ້ຕົກລົງ ຮ່ວມກັນ ໃນການສົນທະນາ ທາງໂທລະສັບ ນັບແຕ່ຕົ້ນປີນີ້ ມາເປັນທິດນຳພາ, ໂດຍສຸມໃສ່ ບັນຫາສຳຄັນດ້ານເສດຖະກິດ ການຄ້າທີ່ສອງ ຝ່າຍສົນໃຈ ຮ່ວມກັນເຊັ່ນ: ມາດຕະການຂອງ ສ.ອາເມລິກາ ທີ່ປະຕິບັດ ຕາມມາດຕາ 301 ຂອງກົດໝາຍ ການຄ້າປີ1974 ຂອງລັດຖະບານ ສ. ອາເມລິກາ ຕໍ່ກິດຈະການ ທາງທະເລ, ການຈໍລະຈອນສິນຄ້າ, ການຕໍ່ເຮືອຂອງ ສປ ຈີນ, ການແກ່ຍາວເວລາໂຈະ ມາດຕະການເກັບພາສີ ເທົ່າທຽມກັນ ຊົ່ວຄາວ, ບັນຫາ ການເກັບພາສີ ຕໍ່ເຟັນຕານິລ(fentanyl) ແລະ ການຮ່ວມມື ດ້ານການປະຕິບັດ ກົດໝາຍ, ການຄ້າຜະລິດຕະພັນ ກະສິກຳ, ການຈຳກັດການສົ່ງອອກ ເປັນຕົ້ນ, ສອງຝ່າຍ ໄດ້ລົງເລິກ ແລກປ່ຽນ ແລະ ປຶກສາຫາລືກັນ ຢ່າງກົງໄປກົງມາ ແລະ ມີລັກສະນະສ້າງສັນ, ເຊິ່ງສາມາດ ບັນລຸຄວາມຮັບຮູ້ ທີ່ເປັນເອກະພາບກັນ ຂັ້ນພື້ນຖານ ໃນດ້ານການຈັດວາງ ເພື່ອແກ້ໄຂບັນຫາ ທີ່ຕ່າງຝ່າຍ ຕ່າງມີຄວາມສົນໃຈ. ສອງຝ່າຍ ເຫັນດີຕົກລົງ ລາຍລະອຽດຕົວຈິງ ຕື່ມອີກ ພ້ອມທັງ ປະຕິບັດ ຂັ້ນຕອນອະນຸມັດ ພາຍໃນປະເທດ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
