ໄທ-ກຳປູເຈຍ ລົງນາມຖະແຫລງການຮ່ວມ ກ່ຽວກັບ ສັນຕິພາບ ຢູ່ເຂດຊາຍແດນ

27/10/2025 19:56
Email Print 83
KPL - Asean 2024 ທ່ານ ອະນຸທິນ ຊານວີຣະກູນ ນາຍົກ ລັດຖະມົນຕີໄທ ແລະ ທ່ານຮຸນມາເນັດ ນາຍົກລັດຖະມົນຕີ ກຳປູເຈຍ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນຄັ້ງທີ 47 ຢູ່ນະຄອນຫລວງ ກົວລາລຳເປີ ປະເທດມາເລເຊຍ

ຂປລ. ວິທະຍຸ-ໂທລະພາບ ສູນກາງຈີນ ຊີເອັມຈີ ລາຍງານວ່າ: ວັນ​ທີ 26 ຕຸ​ລາ​ນີ້, ທ່ານ ອະ​ນຸ​ທິນ ຊານ​ວີ​ຣະ​ກູນ ນາ​ຍົກ​ ລັດ​ຖະ​ມົນ​ຕີໄທ ແລະ​​ ທ່ານຮຸນມາເນັດ ນາຍົກລັດຖະມົນຕີ ກຳປູເຈຍ ​​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດ​ຍອດ ​ອາ​ຊຽນ​ຄັ້ງ​ທີ 47 ຢູ່​ນະ​ຄອນຫລວງ​ ກົວ​ລາ​ລຳ​ເປີ​ ປະເທດ​ມາ​ເລ​ເຊຍ ແລະ ​ໄດ້​ລົງ​ນາມ​ ຖະ​ແຫລງ​ການ​ຮ່ວມ​​ ກ່ຽວ​ກັບ​ບັນ​ຫາ​ສັນ​ຕິ​ພາບ​ຢູ່​ເຂດ​ຊາຍ​ແດນ​ ລະ​ຫວ່າງ​ ສອງ​ປະ​ເທດ. ໂດຍເນື້ອ​ໃນ​ ຖະ​ແຫລງ​ການ​ດັ່ງກ່າວ ລວມ​ມີ ສັນ​ຍາ​ ສັນ​ຕິ​ພາບ 4 ສະ​ບັບ ຄື: ​ຖອນ​ອາ​ວຸດ​ໜັກ​ອອກ, ​ທຳ​ລາຍ​ລູກ​ລະ​ເບີດ, ປາບ​ປາມ​ກຸ່ມແກ້ງ ຫລອກ​ລວງ ແລະ ​ຮ່ວມ​ກັນ​ຄຸ້ມ​ຄອງ​ ບໍ​ລິ​ຫານ​ເຂດ​ຊາຍ​ແດນ.

ໃນຂະນະທີ່, ເມື່ອບໍ່ດົນມານີ້ ​ໄທ ແລະ ກຳ​ປູ​ເຈຍ ໄດ້​ເກີດ​ການ​ປ​ະ​ທະ​ກັນ​ ຢູ່​ເຂດ​ຊາຍ​ແດນ, ພາຍ​ໃຕ້​ການ​ເກ່​ເກ່ຍ​ຂອງ​ທ່ານ ອັນ​ວາຣ ອີ​ມບ​ຣາ​ຮີມ ນາ​ຍົກ ​ລັດ​ຖະ​ມົນ​ຕີ​ ມາ​ເລ​ເຊຍ, ເມື່ອວັນ​ທີ 28 ກໍ​ລະ​ກົດຜ່ານມາ, ສອງ​ປະ​ເທດ​ດັ່ງ​ກ່າວ ​ໄດ້​ຈັດ​ການ​ພົບ​ປະ​ເຈ​ລະ​ຈາ​ກັນ ແລະ ​ເຫັນ​ດີຢຸດ​ຍິງ​ ຢ່າງ​ທັນ​ທີ ແລະ​ ບໍ່​ມີ​ເງື່ອນ​ໄຂ​ ນັບ​ແຕ່ເວ​ລາ 24 ໂມງ​ຂອງ​ມື້​ດຽວ​ກັນ​ເປັນ​ຕົ້ນ​ໄປ, ໃນຂະນະດຽວກັນ ຍັງຈະຈັດ​ກອ​ງ​ປະ​ຊຸມ ​ຄະ​ນະ​ ກຳ​ມະ​ການ​​ຮ່ວມ​ ເຂດຊາຍ​ແດນ​ລະ​ຫວ່າງ​ໄທ ແລະ​ ກຳ​ປູ​ເຈຍ ເພື່ອ​ຊຸກ​ຍູ້​ການ​ຟື້ນ​ຟູ​ ສັນ​ຕິ​ພາບ ແລະ ​ສະ​ຖຽນ​ລະ​ພາບ ​ຢູ່​ເຂດ​ຊາຍ​ແດນ.  ເມື່ອວັນ​ທີ 7 ສິງ​ຫາ​ປີ​ນີ້, ກອງ​ປະ​ຊຸມ​ພິ​ເສດ ​ຂອງ ຄະ​ນະ​ ກຳ​ມະ​ການ​​​ດັ່ງ​ກ່າວ ໄດ້​ບັນ​ລຸ​ຄວາມ​ຮັບ​ຮູ້​ ທີ່​ເປັນ​ເອ​ກະ​ພາບ​ກັນ​ ກ່ຽວ​ກັບ ​ສັນ​ຍາ​ຢຸດ​ຍິງ​ລະ​ຫວ່າງ ສອງ​ປະ​ເທດ ແລະ ​ສອງ​ຝ່າຍ​ໄດ້​ລົງ​ນາມ​ໃນ​ເອ​ກະ​ສານ​ທີ່​ກ່​ຽວ​ຂ້ອງ./.

KPL