ເອຢິບ ຄົ້ນພົບແຫລ່ງນໍ້າມັນ-ແກັສ ໃນທະເລຊາຍ
ຂປລ.ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອວັນທີ 22 ຕຸລາ, ທ່ານ ຄາຣີມ ບາແດວີ ລັດຖະມົນຕີ ກະຊວງ ປິໂຕຣລ່ຽມ ແລະ ຊັບພະຍາກອນ ແຮ່ທາດ ຂອງ ເອຢິບ ລາຍງານວ່າ: ໄດ້ຄົ້ນພົບແຫລ່ງ ນໍ້າມັນ ແລະ ແກັສ ຫລາຍແຫ່ງ ໃນທະເລຊາຍຕາເວັນຕົກ ແລະ ສາມຫລ່ຽມ ປາກແມ່ນໍ້າໄນ, ຊຶ່ງຄາດວ່າ ຈະເພີ່ມກຳລັງ ການຜະລິດ ນໍ້າມັນກວ່າ 5.000 ຖັງຕໍ່ວັນ ແລະ ແກັສ 42 ລ້ານແມັດກ້ອນຕໍ່ວັນ.
ການຄົ້ນພົບແຫລ່ງແກັສ ທຳມະຊາດ ບໍລິເວນແຄມຝັ່ງ ສາມຫລ່ຽມ ປາກແມ່ນໍ້າໄນ ເປັນຄັ້ງທຳອິດ ໃນຮອບ 2 ປີ ຈຳນວນ 2 ແຫ່ງ . ໂດຍ ຮາຣເບີຣ ເອເນີຣຈີ ຂອງ ອັງກິດ ແລະ ຄານາແກັສ ຂອງ ສະຫະນະຄອນ ເອເມເຣັດ ອາຣັບ ຄາດວ່າ ຈະມີຜົນຜະລິດລວມ 19 ລ້ານແມັດກ້ອນຕໍ່ວັນ.
ໃນຂະນະທີ່ ກຸ່ມກິດຈະກຳຮ່ວມການຄ້າ ໄດ້ແກ່ ຄາລຄາ ປິໂຕຣລ່ຽມ ອາກິບາ ປິໂຕຣລ່ຽມ ແລະ ປິໂຕຣຊານນາ ລວມເຖິງບໍລິສັດ ປີໂຕຣລ່ຽມ ທົ່ວໄປຂອງລັດ ໄດ້ຄົ້ນພົບແຫລ່ງນໍ້າມັນ ແລະ ແກັສຫລາຍແຫ່ງ ໃນທະເລຊາຍ ຕາເວັນຕົກ. ຄາດວ່າ ຈະມີຜົນຜະລິດ ໂດຍລວມແບ່ງເປັນ ນໍ້າມັນ ປະມານ 5.400 ຖັງຕໍ່ວັນ ແລະ ແກັສ 23 ລ້ານແມັດກ້ອນຕໍ່ວັນ./
