ສສ ຫວຽດນາມ ຖື ສ.ອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນ

22/09/2025 22:20
Email Print 83
KPL - Asean 2024 ສສ ຫວຽດນາມ ຖື ສ.ອາເມລິກາ ແມ່ນໜຶ່ງ ໃນບັນດາຄູ່ຮ່ວມມື ສຳຄັນແຖວໜ້າ ແລະ ຖືລັດ ວໍຊິງຕັນ ແມ່ນຄູ່ຄ້າຈຸດສຸມຂັ້ນທ້ອງຖິ່ນ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ສສ ຫວຽດນາມ ຖື ສ.ອາເມລິກາ ແມ່ນໜຶ່ງ ໃນບັນດາ ຄູ່ຮ່ວມມືສຳຄັນ. ນີ້ແມ່ນຄຳຢືນຢັນຂອງ ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ທີ່ການຕ້ອນຮັບທ່ານ ເດັນນີ ເຮັກ(Denny Heck), ຮອງຜູ້ວ່າການລັດ ວໍຊິງຕັນ ໃນວັນທີ 21 ກັນຍາ, ຢູ່ Seattle ເນື່ອງໃນໂອກາດ ເຂົ້າຮ່ວມ ວາລະປຶກສາຫາລືລວມ ຂັ້ນສຸດຍອດສະມັດຊາໃຫຍ່ ສະຫະ ປະຊາຊາດ ຊຸດທີ 80. ທ່ານ ເລືອງເກື່ອງ ຢືນຢັນວ່າ: ສສ ຫວຽດນາມ ຖື ສ.ອາເມລິກາ ແມ່ນໜຶ່ງ ໃນບັນດາຄູ່ຮ່ວມມື ສຳຄັນແຖວໜ້າ ແລະ ຖືລັດ ວໍຊິງຕັນ ແມ່ນຄູ່ຄ້າຈຸດສຸມຂັ້ນທ້ອງຖິ່ນ. ທ່ານປະທານປະເທດ ຫວຽດນາມ ໄດ້ເນັ້ນໜັກວ່າ: ປະຈຸບັນ ສສ ຫວຽດນາມ ແມ່ນຕະຫລາດສົ່ງອອກ ໃຫຍ່ອັນດັບທີ 5 ຂອງລັດ ວໍຊິງຕັນ, ພ້ອມທັງ ສະເໜີໃຫ້ 2 ຝ່າຍ ຕ້ອງຮັກສາທ່າຮ່ວມມື ໂດຍຜ່ານການແລກປ່ຽນ ຄະນະຜູ້ແທນ, ການພົບປະທຸກຂັ້ນ; ສ້າງສະພາບແວດລ້ອມ ທີ່ສະດວກໃຫ້ແກ່ ການຄ້າ, ການລົງທຶນ; ຊຸກຍູ້ການຮ່ວມມື ດ້ານວິທະຍາສາດ - ເຕັກໂນໂລຊີ, ທ່າກຳປັ່ນນ້ຳເລິກ, ຊຸກຍູ້ການຮ່ວມມື ລະຫວ່າງ ລັດກັບນະຄອນ ໂຮ່ຈີມິນ.

ສ່ວນ ທ່ານຮອງຜູ້ວ່າການລັດ Denny Heck ຢືນຢັນ ພ້ອມແລ້ວ ທີ່ຈະພ້ອມກັບບັນດາຄູ່ຮ່ວມມື ສສ ຫວຽດນາມ ເພີ່ມທະວີ ການເຊື່ອມຕໍ່ ອຳນາດການປົກຄອງ - ວິສາຫະກິດ; ຊຸກຍູ້ດ້ານການຄ້າ - ການລົງທຶນ 2 ສົ້ນ. ທ່ານກໍ່ໃຫ້ຄຳໝັ້ນສັນຍາຈະສ້າງສະພາບແວດລ້ອມ ການດຳລົງຊີວິດ, ຮ່ຳຮຽນ ແລະ ດຳເນີນທຸລະກິດ ທີ່ສະດວກ, ສົ່ງເສີມການເຄື່ອນໄຫວ ພົບປະແລກປ່ຽນ ວັດທະນະທຳ-ການສຶກສາ, startup ແລະ ເຊື່ອມຕໍ່ ລະຫວ່າງລັດ ວໍຊິງຕັນ ແລະ ສສ ຫວຽດນາມ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL