ປະລິມານການຂົນສົ່ງສິນຄ້ານຳເຂົ້າ-ສົ່ງອອກຕາມເສັ້ນທາງລົດໄຟລາວ-ຈີນ ລື່ນກາຍ 15 ລ້ານໂຕນ
Email
Print
83

KPL - Asean 2024
ນັບແຕ່ ເສັ້ນທາງລົດໄຟລາວ-ຈີນ ເປີດນຳໃຊ້ເປັນຕົ້ນມາ, ເນື່ອງຈາກ ການບໍລິການຂົນສົ່ງ ມີຄວາມສະດວກ ວ່ອງໄວ ແລະ ມີປະສິດທິພາບສູງ, ເຄືອຂ່າຍຈໍລະຈອນສິນຄ້າ ຂ້າມຊາດ ທີ່ກວ້າງຂວາງ ແລະ ການຮ່ວມມື ດ້ານເສດຖະກິດໃນພາກພື້ນ, ທາງລົດໄຟລາວ-ຈີນ ຈຶ່ງໄດ້ກາຍເປັນ “ເສັ້ນທາງຄຳ” ທີ່ເຊື່ອມໂຍງເຊື່ອມຈອດ ລະຫວ່າງຈີນ ແລະ ອາຊຽນ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ນັບແຕ່ ເສັ້ນທາງລົດໄຟລາວ-ຈີນ ເປີດນຳໃຊ້ເປັນຕົ້ນມາ, ເນື່ອງຈາກ ການບໍລິການຂົນສົ່ງ ມີຄວາມສະດວກ ວ່ອງໄວ ແລະ ມີປະສິດທິພາບສູງ, ເຄືອຂ່າຍຈໍລະຈອນສິນຄ້າ ຂ້າມຊາດ ທີ່ກວ້າງຂວາງ ແລະ ການຮ່ວມມື ດ້ານເສດຖະກິດໃນພາກພື້ນ, ທາງລົດໄຟລາວ-ຈີນ ຈຶ່ງໄດ້ກາຍເປັນ “ເສັ້ນທາງຄຳ” ທີ່ເຊື່ອມໂຍງເຊື່ອມຈອດ ລະຫວ່າງຈີນ ແລະ ອາຊຽນ. ຂໍ້ມູນຈາກ ດ່ານພາສີຄຸນໝິງ ສະແດງໃຫ້ເຫັນວ່າ, ນັບມາຮອດ ວັນທີ 19 ກັນຍານີ້, ປະລິມານການຂົນສົ່ງສິນຄ້າ ນຳເຂົ້າ-ສົ່ງອອກ ຕາມເສັ້ນທາງລົດໄຟລາວ-ຈີນລື່ນກາຍ 15 ລ້ານໂຕນ ມີມູນຄ່າຫລາຍກວ່າ 65,3 ຕື້ຢວນ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ