ງານວາງສະແດງສິນຄ້າຈີນ-ອາຊຽນ ຄັ້ງທີ 22 ໄດ້ເຊັນສັນຍາການຮ່ວມມື ຫລາຍກວ່າ 500 ສະບັບ


ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນທີ 21 ກັນຍານີ້, ງານວາງສະແດງ ສິນຄ້າຈີນ-ອາຊຽນ ຄັ້ງທີ 22 ທີ່ຈັດຂຶ້ນ ຢູ່ນະຄອນໜານໜິງ ເຂດປົກຄອງຕົນເອງ ເຜົ່າຈ້ວງກວາງຊີຈີນ ໄດ້ອັດລົງ. ໃນໄລຍະ ຈັດງານວາງສະແດງດັ່ງກ່າວ ໄດ້ເຊັນສັນຍາ ການຮ່ວມມື ຫລາຍກວ່າ 500 ສະບັບ ແລະ ການຮ່ວມມື ໂຄງການໃນຂົງເຂດ ຈະເລີນໃໝ່ ໄດ້ກາຍເປັນຈຸດເດັ່ນ.ງານວາງສະແດງຄັ້ງນີ້ ໄດ້ດຶງດູດວິສາຫະກິດ 3.200 ກວ່າແຫງ ຈາກ 60 ປະເທດ ແລະ ເຂດແຄວ້ນ ເຂົ້າຮ່ວມ ແລະ ມີຜູ້ເຂົ້າຊົມງານ 221.000 ກວ່າເທື່ອຄົນ ຊຶ່ງໄດ້ສ້າງສະຖິຕິສູງສຸດໃນປະຫວັດສາດ.ອັດຕາສ່ວນຂອງຜະລິດຕະພັນເຕັກໂນໂລຊີລະດັບສູງ ແລະ ໃໝ່ທີ່ໄດ້ນຳມາວາງສະແດງ ໃນງານຄັ້ງນີ້ ໄດ້ເພີ່ມຂຶ້ນ ຢ່າງຫລວງຫລາຍ. ໃນນັ້ນ, ຜະລິດຕະພັນ AI ຫລື ຜະລິດຕະພັນ ທີ່ໄດ້ເພີ່ມເຕັກໂນໂລຊີ AI ເຂົ້າໄປໄດ້ ກວມຫລາຍກວ່າ 50% ຂອງຜະລິດຕະພັນ ທີ່ວາງສະແດງທັງໝົດ. ຫໍວາງສະແດງ ປັນຍາປະດິດ ທີ່ໄດ້ສ້າງຕັ້ງ ເປັນຄັ້ງທຳອິດ ໄດ້ວາງສະແດງ ຜະລິດຕະພັນ 1.200 ລາຍການ ກວມເອົາຮູບຈຳລອງຂະໜາດໃຫຍ່ ປະມານ 20 ລາຍການ, ຫຸ່ນຍົນອັດສະລິຍະ 60 ເຄື່ອງ, ໂປແກມ ຫລື ລະບົບບໍລິການ ດີຈີຕອນ 230 ລະບົບ, ຜະລິດຕະພັນ AI 520 ອັນ ແລະອື່ນໆ. ຕາມສະຖິຕິ, ໃນໄລຍະຈັດງານວາງສະແດງ, ໄດ້ລົງນາມໃນໂຄງການຮ່ວມມືດ້ານເສດຖະກິດການຄ້າຫຼາຍກວ່າ 500 ໂຄງການ, ໃນນັ້ນ ໂຄງການ “AI+” ມີເຖິງ 44 ໂຄງການ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ