ໄຂກອງປະຊຸມເວທີປຶກສາຫາລືຊ່ຽງຊ່ານປັກກິ່ງຄັ້ງທີ 12

19/09/2025 07:10
Email Print 83
KPL - Asean 2024 ກອງ​ປະ​ຊຸມ​ ເວ​ທີປຶກ​ສາ​ ຫາ​ລື​ ຊ່ຽງ​ຊ່ານ ​ປັກ​ກິ່ງ​ຄັ້ງ​ທີ 12 ໄດ້​ໄຂ​ຂຶ້ນ ​ຢູ່​ສູນປະ​ຊຸມ​ສາ​ກົນ ​ປັກ​ກິ່ງ​ຂອງ​ ສປ ຈີນ. ກອງ​ປະ​ຊຸມ​ດັ່ງ​ກ່າວ​ ມີ​ຜູ້​ຕາງ​ໜ້າ ແລະ ​ນັກ​ວິ​ຊາ​ການ ​ທີ່​ມາ​ຈາກ 100 ກວ່າ​ປະ​ເທດ, ເຂດ​ແຄວ້ນ ແລະ ​ອົງ​ການ​ ຈັດ​ຕັ້ງ​ສາ​ກົນ ທັງ​ໝົດ 1800 ກວ່າ​ຄົນ ​ເຂົ້າ​ຮ່ວມ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ,​ວັນ​ທີ 18 ກັນ​ຍາ​ນີ້, ກອງ​ປະ​ຊຸມ​ ເວ​ທີປຶກ​ສາ​ ຫາ​ລື​ ຊ່ຽງ​ຊ່ານ ​ປັກ​ກິ່ງ​ຄັ້ງ​ທີ 12 ໄດ້​ໄຂ​ຂຶ້ນ ​ຢູ່​ສູນປະ​ຊຸມ​ສາ​ກົນ ​ປັກ​ກິ່ງ​ຂອງ​ ສປ ຈີນ. ກອງ​ປະ​ຊຸມ​ດັ່ງ​ກ່າວ​ ມີ​ຜູ້​ຕາງ​ໜ້າ ແລະ ​ນັກ​ວິ​ຊາ​ການ ​ທີ່​ມາ​ຈາກ 100 ກວ່າ​ປະ​ເທດ, ເຂດ​ແຄວ້ນ ແລະ ​ອົງ​ການ​ ຈັດ​ຕັ້ງ​ສາ​ກົນ ທັງ​ໝົດ 1800 ກວ່າ​ຄົນ ​ເຂົ້າ​ຮ່ວມ. ​ຈຸດ​ປະ​ສົງ​ ຂອງກອງ​ປະ​ຊຸມ​ຄັ້ງ​ນີ້ ​ແມ່ນ​ເພື່ອ​ເດັດ​ດ່ຽວ ​ປົກ​ປັກ​ຮັກ​ສາ​ ຄວາມ​ເປັນ​ທຳ ດ້ານປະ​ຫວັດ​ສາດ, ຊຸກ​ຍູ້​ກາ​ນ​ປະ​ຕິ​ຮູບ ແລະ ​ການ​ປັບ​ປຸງ​ລະ​ບົບ ​ບໍ​ລິ​ຫານ​ທົ່ວ​ໂລກ, ​ປົກ​ປັກ​ຮັກ​ສາ ​ສັນ​ຕິ​ພາບ ແລະ ຮ່ວມ​ກັນ​ສ້າງ​ກຳ​ແພງ ​ແຫ່ງ​ຄວາມ​ໝັ້ນ​ຄົງ ດ້ວຍ​ການ​ກະ​ທຳ​ຕົວ​ຈິງ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL