ປະທານາທິບໍດີ ແຊັກບີ ເນັ້ນ 3 ຂໍ້ກ່ຽວກັບຄວາມຈຳເປັນຂໍ້ລິເລີ່ມການບໍລິຫານໂລກ


ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ໃນໂອກາດ ເຂົ້າຮ່ວມ ກິດຈະກຳ ລະນຶກ ໄຊຊະນະ ສົງຄາມ ປະຊາຊົນຈີນ ຕໍ່ຕ້ານ ການຮຸກຮານ ຂອງຍີ່ປຸ່ນ ແລະ ສົງຄາມ ຕໍ່ຕ້ານ ຟາດຊິດໂລກ ຄົບຮອບ 80 ປີ. ທ່ານ ອາເລັກຊັນດາ ວູຊິກ ປະທານາທິບໍດີ ແຊັກບີ ໄດ້ກ່າວເນັ້ນໃສ່ 3 ຂໍ້ ກ່ຽວກັບ ຄວາມຈຳເປັນ ຂອງຂໍ້ລິເລີ່ມການບໍລິຫານໂລກ ຄື: ໜຶ່ງ: ແມ່ນເພື່ອໃຫ້ປະເທດເຂດໂລກໃຕ້ ມີຄວາມເປັນຕົວແທນ ຫລາຍກວ່າເກົ່າ ແລະ ດີກວ່າເກົ່າ; ສອງ: ຜົນງານທັງໝົດ ໃນດ້ານກົດໝາຍ, ລະບຽບແບບແຜນ, ລະບຽບການສາກົນ ແລະ ອື່ນໆພວມຖືກທຳລາຍ; ສາມ: ແມ່ນຂາດຄວາມສາມາດ ໃນການປະຕິບັດງານ ຢ່າງມີປະສິດທິຜົນ, ຂາດປະສິດທິພາບ ໃນຂະບວນການສ້າງສາໂລກ ໃຫ້ພັດທະນາ ແບບຍືນຍົງ, ການຮັບມືກັບ ການປ່ຽນແປງ ຂອງດິນຟ້າອາກາດ ແລະ ການບັນລຸຄຳໝັ້ນສັນຍາ ຕໍ່ມວນມະນຸດ. ດັ່ງນັ້ນ ຈຶ່ງເຊື່ອໝັ້ນວ່າ: ທຸກຄົນ ແລະ ຜູ້ນຳທຸກຄົນ ໃນໂລກ ຄວນສະໜັບ ສະໜູນ ຂໍ້ລິເລີ່ມ ການບໍລິຫານໂລກ, ເພາະວ່າຂໍ້ລິເລີ່ມຂອງ ສປ ຈີນ ດັ່ງກ່າວນີ້ ບໍ່ແມ່ນເປັນການທຳລາຍ ລະບຽບສາກົນ ທີ່ມີຢູ່ໃນປະຈຸບັນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ