ງານວາງສະແດງສິນຄ້າຈີນ-ອາຊຽນ ຕັ້ງໜ້າປະຕິບັດລັດທິຫລາຍຝ່າຍ

18/09/2025 16:29
Email Print 83
KPL - Asean 2024 ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ ແລະ ກອງ​ປະ​ຊຸມ​ ສຸດຍອດ ​ການ​ຄ້າ​ ແລະ​ ການ​ລົງ​ທຶນ​ຈີນ-ອາ​ຊຽນ ຄັ້ງ​ທີ 22 ໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອນ ນານ​ນິງ ເຂດກວາງ​ຊີ​ ຂອງ ສປ ຈີນ.

ຂປລ. ວິ​ທະ​ຍຸ-​ໂທ​ລະ​ພາບ ​ສູ​ນ​ກາງ​ຈີນ, ວັນ​ທີ 17 ກັນ​ຍາ​ນີ້, ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ ແລະ ກອງ​ປະ​ຊຸມ​ ສຸດຍອດ ​ການ​ຄ້າ​ ແລະ​ ການ​ລົງ​ທຶນ​ຈີນ-ອາ​ຊຽນ ຄັ້ງ​ທີ 22 ໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອນ ນານ​ນິງ ເຂດກວາງ​ຊີ​ ຂອງ ສປ ຈີນ. ໃນ​ປີ​ມໍ່ໆ​ມາ​ນີ້, ສປ ຈີນ ​ແລະ​ ອາ​ຊຽນ ​ໄດ້​ຮັບ​ການ​ບຸກ​ທະ​ລຸ​ໃໝ່ ​ຢ່າງ​ບໍ່​ຢຸດ​ຢັ້ງ​ ໃນ​​ການ​ຊຸກ​ຍູ້​ ການ​ເຊື່ອມ​ໂຍງ ​ເສ​ດ​ຖະ​ກິດ​ ຂອງ​ພາກ​ພື້ນ, ໄດ້​ປະ​ຕິ​ບັດ​ລັດ​ທິ ​ຫລາຍ​ຝ່າຍ ​​ຢ່າງສຸດ​ຂີດ ​ທ່າມ​ກາງ​ສະ​ຖາ​ນະ​ການ​ສາ​ກົນ​ ທີ່​ມີ​ການ​ປ່ຽນ​ແປງ ​ແລະ​ ຄວາມ​ປັ່ນ​ປ່ວນ. ຜົນ​ການ​ສຳ​ຫລວດ​ ຄວາມ​ຄິດ​ເຫັນ ​ຊາວ​ເນັດ​ທົ່ວ​ໂລກ​ ​ທີ່​ຈັດ​ຂຶ້ນ​ໂດຍ ເວັບ​ໄຊ​ໂທ​ລະ​ພາບ​ສາ​ກົນ ຫລື CGTN ຂອງວິ​ທະ​ຍຸ-​ໂທ​ລະ​ພາບ ​ສູ​ນ​ກາງ​ຈີນ ຫລື CMG ສະ​ແດງ​ໃຫ້​ເຫັນ​ວ່າ: ຜູ້​ຕອບ​ແບບ​ສອບ​ຖາມ 92,8% ເຫັນ​ວ່າ: ການ​ຈັດ​ງານ​ ວາງ​ສະ​ແດງ ​ສິນ​ຄ້າ​ ຈີນ-ອາ​ຊຽນ ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ: ສປ ຈີນ ​​ແລະ ​ອາ​ຊຽນ ມີ​ຄວາມ​ຕັດ​ສິນ​ໃຈ ​ໃນ​ການຕັ້ງ​ໜ້າ​ຊຸກ​ຍູ້​ ການ​ເປີດ​ປະ​ຕູ​ ສູ່​ພາຍນອກ​ ໃນ​ລະ​ດັບ​ສູງ ​ແລະ ​​ປົກ​ປ້ອງ​ລະ​ບົບ​ ການ​ຄ້າ​ເສ​ລີ ແລະ ການ​ຄ້າ ​ຫລາຍ​ຝ່າຍ ຜູ້ຕອບ​ແບບ​ສອບ​ຖາມ 93,9% ມີ​ຄວາມ​ເຫັນ​ວ່າ, ສປ ຈີນ​​ ແລະ​ ປະ​ເທດ ​ສະ​ມາ​ຊິກ ​ອາ​ຊຽນ ​ສ້າງ​ການ​ພົວ​ພັນ​​ດ້ານເສດ​ຖະ​ກິດ​ ການ​ຄ້າ​ ທີ່​ແໜ້ນ​ແຟ້ນກວ່າ​ເກົ່າ ຈະ​ນຳ​ເອົາ​ຄວາມ​ແນ່ນອນ ​ມາ​ໃຫ້ການ​ຟື້ນ​ຟູ​​ ເສດ​ຖະ​ກິດ​ໂລກ ຜູ້​ຕອບ​ແບບ​ສອບ​ຖາມ 91,3% ເຫັນ​ວ່າ, ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ ຈີນ-ອາ​ຊຽນ ​ທີ່​ແໜ້ນ​ແຟ້ນ ກວ່າ​ເກົ່າ ສອດ​ຄ່ອງ​ກັບ​ ກະ​ແສ​ ຍຸກ​ສະ​ໄໝ ​ທີ່​ສະ​ແຫວງ​ຫາ ​ສັນ​ຕິ​ພາບ ​ແລະ ​ການ​ພັດ​ທະ​ນາ.ການ​ສຳ​ຫລວດ​ດັ່ງ​ກ່າວ ​ໄດ້​ຈັດ​ຂຶ້ນ​ໂດຍ​ຜ່ານ​ທາງ​ສື່​​ອອນ​ລາຍຕ່າງໆ​ ດ້ວຍ​ພາ​ສາ ​ອັງ​ກິດ, ແອັດ​ສະ​ປາຍ, ​ຝ​ຣັ່ງ, ​ອາ​ຣັບ ​ແລະ ​​ພາສາ ຣັດ​ເຊຍ ​ຂອງ CGTN, ມີ​ຜູ້​ຕອບ​ແບບ​ສອບ​ຖາມ​ ແລະ ​ສະ​ແດງ​ຄວາມ​ເຫັນ​ 6.260 ຄົນ​ ພາຍ​ໃນ 24 ຊົ່ວ​ໂມງ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL