ສື່ມວນຊົນອາຊຽນ ຢ້ຽມຢາມສະຖານທີ່ທ່ອງທ່ຽວພົ້ນເດັ່ນຂອງເມືອງຮວາຍອານ


ນີ້ແມ່ນຮວາຍອານ “This is Huai’an” ທີ່ຖືກຂຽນ ໃນແຜ່ນປ້າຍຂະໜາດໃຫຍ່ ຕິດຢູ່ເທິງຝາຂອງຫ້ອງຕ້ອນຮັບແຂກ ພ້ອມດ້ວຍ ຄຳທັກທາຍ ເພື່ອຕ້ອນຮັບ ຄະນະນັກຂ່າວຕ່າງປະເທດ ທີ່ເດີນທາງມາຮອດ ໂຮງແຮມຈິນຫລິງ (Jinling Grand Hotel) ຢູ່ເມືອງຮວາຍອານ, ເມືອງດັ່ງກ່າວນີ້ ແມ່ນຈຸດໝາຍປາຍທາງ ແຫ່ງທີສອງ ສໍາລັບຄະນະນັກຂ່າວ ຈາກ ປະເທດອາຊຽນ ແລະ ມົງໂກນ ລວມມີ ຈໍານວນ 10 ຄົນ, ຊຶ່ງນໍາທິມໂດຍ ທ່ານ ຈໍາບູ ຊາງ (Jambu Zhang) ຫົວໜ້າສູນແລກປ່ຽນ ຂໍ້ມູນຂ່າວສານສາກົນ ແຫ່ງ ສປ ຈີນ, ທີ່ໄດ້ເດີນທາງ ມາຈາກເມືອງຮວງຊານ (Huangshan) ແຂວງ ອານຮຸຍ (Anhui).
ຕາມແຜນການ ເຄື່ອນໄຫວ ຢ້ຽມຢາມ ໃນຄັ້ງນີ້ ແມ່ນສູນສື່ສານພົວພັນສາກົນ ຂອງ ເມືອງຮວາຍອານ (Huai’an International Communication Center) ທີ່ໄດ້ຈັດຫາ ແລະ ອໍານວຍຄວາມສະດວກ ເພື່ອດໍາເນີນການຢ້ຽມຢາມ, ການຮຽນຮູ້ ແລະ ສໍາພັດກັບ ບັນຍາກາດສະຖານທີ່ທ່ອງທ່ຽວ ທາງດ້ານປະຫວັດສາດ, ທໍາມະຊາດ ແລະ ວັດທະນະທໍາ ທີ່ ສໍາຄັນ ແລະ ໂດດເດັ່ນ ໂດຍະເພາະ ເມືອງຮວາຍອານ ລວມມີ ສວນສະໜຸກ (ສະຖານທີ່ທ່ອງທ່ຽວພະຈົນໄພຕ່າງຂອງໂລກ ພາຍໃຕ້ຫົວຂໍ້ວ່າ, ຮວາຍອານ ສີຢູ ຫລື Huai’an Xiyou World of Adventure), ເຊິ່ງເປັນສະຖານທີ່ ບໍລິການທ່ອງທ່ຽວ ຄົບວົງຈອນ ເພື່ອໃຫ້ຄວາມຮູ້ ທາງດ້ານປະຫວັດສາດ, ວັດທະນະທໍາ, ແລະ ທໍາມະຊາດ ແລະ ເປັນສະຖານທີ່ພັກຜ່ອນ, ມ່ວນຊື່ນ ແລະ ອື່ນໆ.
ນອກຈາກນັ້ນ, ຄະນະນັກຂ່າວ ຍັງໄດ້ໄປຢ້ຽມຢາມ ທີ່ພັກອາໄສເກົ່າແກ່ ຂອງ ອະດີດຜູ້ນໍາຈີນ ທ່ານ ຊູ ອັນໄລ (Zhou Enlai’s Former Residence), ເມືອງເກົ່າຮີເຊຍ (Hexia Ancient Town), ກິດຈະກໍາຂີ່ເຮືອຊົມວິວເຂດຕົວເມືອງຊິງຊຽງພູ (Qingjiangpu Scenic Area) ເປັນເຂດທີ່ຕັ້ງ ຢູ່ສອງຟາກຄອງ ແມ່ນໍ້າ ທີ່ມີ ປະຫວັດຄວາມເປັນມາອັນຍາວນານ ແລະ ມີຊື່ວ່າ: ຄອງນໍ້າລີ (ເສັ້ນທາງສາຍຄອງ ແຫ່ງວັດທະນະທໍາແມ່ນໍ້າລີ ຫລື Li Canal Cultural Corridor), ລວມທັງ ຍ່າງຊົມບັນຍາກາດຖະໜົນເກົ່າແກ່ ຮວາຈິ (Huajie Street) ເຂດເມືອງຊິງຊຽງພູ ໃນຍາມແລງ.
ກິດຈະກໍາຢ້ຽມຢາມ ແລະ ການຕ້ອນຮັບຢ່າງອົບອຸ່ນ ຈາກເຈົ້າໜ້າທີ່ກ່ຽວຂ້ອງ ຂອງເມືອງ, ຊຶ່ງໄດ້ນໍາພາຄະນະນັກຂ່າວພວກເຮົາ ຂີ່ເຮືອ-ຂີ່ລົດນໍາທ່ຽວຊົມວິວ ຄວາມສວຍງາມຂອງທໍາມະຊາດ, ພ້ອມກັບ ສໍາພັດກັບອາກາດສົດ ແລະ ເຢັນສົດຊື່ນ ດ້ວຍກິ່ນອາຍທໍາມະຊາດ, ປ່າໄມ້, ຕົ້ນໄມ້, ລວມທັງ ສັດຕ່າງໆ ເປັນຕົ້ນ: ນົກ ແລະ ສິ່ງມີຊີວິດອື່ນໆ ທີ່ຖືກປູກ ແລະ ອະນຸລັກຮັກສາໄວ້ ຢ່າງເປັນລະບົບລະບຽບ ແລະ ສົມບູນແບບ ຢູ່ໃນເຂດໜອງຮົງຊີ (Hongze Lake Embankment) ແລະ ເຂດເມືອງເກົ່່າຈຽງບາ (Jiangba Ancient Town), ເປັນເຂດມໍລະດົກໂລ ທາງດ້ານວັດທະນະທໍາ ຕັ້ງຢູ່ທາງພາກໃຕ້ຂອງໜອງຮົງຊີ (Hongze Lake Ancient Levee).
ໃນໄລຍະການຢ້ຽມຢາມ ເມືອງຮວາຍອານ ໃນວັນທີ 7-8 ເດືອນມິຖຸນາ ທີ່ຜ່ານມານີ້, ທິມນັກຂ່າວພວກເຮົາ ຍັງໄດ້ຢ້ຽມຢາມ ອົງການຈັດຕັ້ງ ແລະ ບໍລິສັດຕ່າງໆ ທີ່ເປັນຕົວແບບທາງດ້ານການພັດທະນາ, ການຜະລິດສິນຄ້າເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ແລະ ຈໍາໜ່າຍອອກສູ່ຕະຫລາດ ທັງພາຍໃນ ແລະ ຕ່າງປະເທດ ເປັນຕົ້ນ: ການຢ້ຽມຢາມພື້ນຖານ ຕ່ອງໂສ້ອຸດສາຫະກໍາການຜະລິດ ກະສິກໍາແຫ່ງຊາດ ທີ່ທັນສະໄໝ ຊູຢິ (the Xuyi National Modern Agriculture Industrial Chain Base) ແລະ ສະຖານທີ່ດັ່ງກ່າວ ຍັງມີກິດຈະກໍາການຈັບກຸ້ງ, ໂດຍທິມນັກຂ່າວພວກເຮົາ ໄດ້ຮັບອະນຸຍາດ ພ້ອມທັງ ການຈັດຫາອຸປະກອນຈັບກຸ້ງ ນັ້ນກໍ່ຄື: ເບັດ, ເຫຍື່ອສໍາລັບກຸ້ງ ທີ່ເປັນເຄື່ອງໃນສັດ ແລະ ອຸປະກອນໃສ່ກຸ້ງ (An immersive crayfish harvesting experience) .
ຕໍ່ຈາກນັ້ນ,ໃນຕອນຄໍ່າຂອງວັນດຽວກັນ ກໍ່ໄດ້ມາສໍາພັດກັບບັນຍາກາດ ໃນຍາມແລງ ເພື່ອຊິມລົດຊາດອາຫານທ້ອງຖິ່ນ ຕາມດ້ວຍງານລ້ຽງອາຫານຄໍ່າ ຢູ່ທີ່ຖະໜົນໄກ (Kei Street), ເປັນເສັ້ນທາງ ທີ່ມີຮ້ານອາຫານ ທີ່ໂດດເດັ່ນ ແລະ ເປັນເອກະລັກສະເພາະ ພາຍໃນພື້ນທີ່ນັ້ນ ກໍ່ຄື: ເມນູອາຫານທີ່ມີລົດຊາດ ເປັນເອກະລັກສະເພາະ ເຮັດດ້ວຍກຸ້ງ (ມາຈາກກຸ້ງ), ພ້ອມດ້ວຍການບໍລິການທີ່ອົບອຸ່ນ ແລະ ໜ້າປະທັບໃຈ.
ນອກຈາກນີ້, ທິມນັກຂ່າວພວກເຮົາ ໄດ້ໄປຢ້ຽມຢາມ ບໍລິສັດວັດຖຸອຸປະກອນປົກປ້ອງສິ່ງແວດລ້ອມ ເດຕັງ ຈຽງຊູ Datang (Jiangsu) Environmental Protection Equipment Co., Ltd. ເປັນບໍລິສັດທີ່ໃຫຍ່ສຸດ ຂອງສປ ຈີນ ແລະ ເປັນບໍລິສັດທີ່ໃຫ້ຄວາມສໍາຄັນ ຕໍ່ກັບການປົກປ້ອງສິ່ງແວດລ້ອມ ນັ້ນກໍ່ຄື: ອຸປະກອນຫລຸດຜ່ອນມົນລະພິດ ແລະ ຍັງເປັນບໍລິສັດນໍາໜ້າ ລະດັບໂລກ ໃນດ້ານການຜະລິດ ອຸປະກ່ອນດັ່ງກ່າວ, ພ້ອມກັນນັ້ນ ຍັງໄດ້ຢ້ຽມຢາມບໍລິສັດທີ່ພົ້ນເດັ່ນແຫ່ງອື່ນໆອີກ.
ອີກເທື່ອໜຶ່ງ, ຜູ້ຂຽນເອງ ກໍ່ຄືໃນນາມສ່ວນຕົວ ຂໍສະແດງຄວາມຂອບໃຈເປັນຢ່າງສູງ ມາຍັງເຈົ້າພາບທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ອໍານວຍຄວາມສະດວກທຸກຢ່າງໃນກິດຈະກໍາການຢ້ຽມຢາມຄັ້ງນີ້ ໂດຍສະເພາະແມ່ນທິມງານທີ່ນໍາພາໂດຍ ທ່ານ ຊາງ ຈຽນຈີ (Zhang Tianchi) ຈາກສູນສື່ສານພົວພັນສາກົນຂອງເມືອງຮວາຍອານ (Huai’an International Communication Center)./