ຮສສ ປັບປຸງດຳລັດ ວ່າດ້ວຍການຈັດສົ່ງ ແຮງງານລາວໄປເຮັດວຽກຢູ່ຕ່າງປະເທດ

01/07/2025 13:33
Email Print 83
KPL - Asean 2024 ຂປລ. ເມື່ອບໍ່ດົນມານີ້, ກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຈັດກອງປະຊຸມ ປັບປຸງດຳລັດ ວ່າດ້ວຍການຈັດສົ່ງແຮງງານລາວ ໄປເຮັດວຽກຢູ່ຕ່າງປະເທດ ພາຍໃຕ້ການເປັນປະທານ ຂອງ ທ່ານ ສຸລິຍາ ຄໍາວົງສາ ຮອງຫົວໜ້າ ກົມການຈັດຫາງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ທ່ານ ວຽງປຣະສິດ ທິບພະສຸດາ ຜູ້ປະສານງານ ອົງການແຮງງານ ສາກົນ (ILO) ປະຈໍາ ສປປ ລາວ



ຂປລ. ເມື່ອບໍ່ດົນມານີ້, ກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຈັດກອງປະຊຸມ ປັບປຸງດຳລັດ ວ່າດ້ວຍການຈັດສົ່ງແຮງງານລາວ ໄປເຮັດວຽກຢູ່ຕ່າງປະເທດ ພາຍໃຕ້ການເປັນປະທານ ຂອງ ທ່ານ ສຸລິຍາ ຄໍາວົງສາ ຮອງຫົວໜ້າ ກົມການຈັດຫາງານ
, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ທ່ານ ວຽງປຣະສິດ ທິບພະສຸດາ ຜູ້ປະສານງານ ອົງການແຮງງານ ສາກົນ (ILO) ປະຈໍາ ສປປ ລາວ ໂດຍໄດ້ຮັບການສະໜັບສະໜູນຈາກ ໂຄງການຮ່ວມມືສາມຝ່າຍໃນອາຊຽນ ຂອງລັດຖະບານ ອົດສະຕຣາລີ ຜ່ານອົງການແຮງງານສາກົນ (ILO), ມີຄະນະຮັບຜິດຊອບປັບປຸງດໍາລັດດັ່ງກ່າວ ຈາກບັນດາກະຊວງ, ອົງການ, ພາກສ່ວນລັດ ແລະ ພາກທຸລະກິດທີ່ກ່ຽວຂ້ອງ, ອົງການສາກົນ ເພື່ອການເຄື່ອນຍ້າຍ (IOM), ບັນດາກົມວິຊາການທີ່ກ່ຽວຂ້ອງ ຂອງກະຊວງ ຮສສ ແລະ ບັນດາພະແນກ ຂອງກົມການຈັດຫາງານ ເຂົ້າຮ່ວມ.




ການປັບປຸງດຳລັດດັ່ງກ່າວ, ເພື່ອເປັນການຜັນຂະຫຍາຍ ກົດໝາຍວ່າດ້ວຍການຈັດຫາງານ ສະບັບເລກທີ 37/ສພຊ
, ລົງວັນທີ 17 ກໍລະກົດ 2023 ໂດຍສະເພາະແມ່ນ ໝວດທີ 2 ການຈັດຫາງານໄປຕ່າງປະເທດ, ພາກທີ II ການຈັດຫາງານ ຄື: ການຮັບສະໝັກແຮງງານ ໄປເຮັດວຽກຢູ່ຕ່າງປະເທດ; ການອະນຸຍາດໄປເຮັດວຽກຢູ່ຕ່າງປະເທດ; ການໄປເຮັດວຽກ ຫລື ຝຶກງານຢູ່ຕ່າງປະເທດ ໂດຍຜ່ານອົງການຈັດສົ່ງແຮງງານ ໄປເຮັດວຽກຢູ່ຕ່າງປະເທດ; ການໄປເຮັດວຽກຢູ່ຕ່າງປະເທດດ້ວຍຕົນເອງ; ເງື່ອນໄຂຂອງການໄປເຮັດວຽກຢູ່ຕ່າງປະເທດ; ການອະນຸຍາດໃຫ້ ໄປຝຶກງານຢູ່ຕ່າງປະເທດ; ອົງການຈັດສົ່ງແຮງງານ ໄປເຮັດວຽກຢູ່ຕ່າງປະເທດ; ການຄຸ້ມຄອງກຳລັງແຮງງານລາວຢູ່ຕ່າງປະເທດ ແລະ ເນື້ອໃນອື່ນ ທີ່ເຫັນສົມຄວນຕ້ອງໄດ້ມີ ການຜັນຂະຫຍາຍ ແລະ ປັບປຸງຕື່ມ.

ທັງນີ້, ກໍເພື່ອໃຫ້ສອດຄ່ອງກັບກົດໝາຍ ວ່າດ້ວຍການຈັດຫາງານ, ລະບຽບການອື່ນທີ່ກ່ຽວຂ້ອງ ແລະ ສະ ພາບເສດຖະກິດ-ສັງຄົມ ໃນປັດຈຸບັນ, ເຮັດໃຫ້ດໍາລັດດັ່ງກ່າວ ມີຄວາມຮັດກຸມ ແລະ ສາມາດຈັດຕັ້ງປະຕິບັດໄດ້ ໃນປັດຈຸບັນ ແລະ ອະນາຄົດຢ່າງມີປະສິດທິພາບສູງຂຶ້ນ.

ຂໍ້ມຸນ-ພາບ: ຂ່າວສານ ຮສສ

KPL