ທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງຂອງອິນໂດເນເຊຍ ຂົນສົ່ງຜູ້ໂດຍສານຫລາຍກວ່າ 10ລ້ານເທື່ອຄົນ

27/06/2025 15:35
Email Print 83
KPL - Asean 2024 ນັບມາຮອດ ວັນທີ 25 ມິຖຸນານີ້,ທາງລົດໄຟ ຄວາມໄວສູງ ຈາກາຕາ-ບັນດຸງ ຂອງອິນໂດເນເຊຍ ໄດ້ຂົນສົ່ງຜູ້ໂດຍສານຫລາຍກວ່າ 10ລ້ານເທື່ອຄົນ,ນັບລວມແລ້ວ ໄດ້ແລ່ນລົດໄຟໂດຍສານ ຈຳນວນ 29.778 ຖ້ຽວ, ລົດໄຟໄດ້ແລ່ນຢ່າງປອດໄພດີ ແລະ ແລ່ນໄດ້ຫລາຍກວ່າ 4.630.000 ກິໂລແມັດ.

ຂປລ.ວິທະຍຸສາກົນແຫ່ງ ສປ ຈີນ, ບໍລິສັດທາງລົດໄຟ ສາກົນຈີນຈຳກັດ ແຈ້ງໃຫ້ຮູ້ວ່າ: ນັບມາຮອດ ວັນທີ 25 ມິຖຸນານີ້,ທາງລົດໄຟ ຄວາມໄວສູງ ຈາກາຕາ-ບັນດຸງ ຂອງອິນໂດເນເຊຍ ໄດ້ຂົນສົ່ງຜູ້ໂດຍສານຫລາຍກວ່າ 10ລ້ານເທື່ອຄົນ,ນັບລວມແລ້ວ ໄດ້ແລ່ນລົດໄຟ ໂດຍສານ ຈຳນວນ 29.778 ຖ້ຽວ, ລົດໄຟ ໄດ້ແລ່ນ ຢ່າງປອດໄພດີ ແລະ ແລ່ນໄດ້ຫລາຍກວ່າ 4.630.000 ກິໂລແມັດ. ທາງລົດໄຟຄວາມໄວສູງ ຈາກາຕາ-ບັນດຸງ ຂອງອິນໂດເນເຊຍ ເລີ່ມເປີດນຳໃຊ້ ຢ່າງເປັນທາງການ ໃນວັນທີ 17 ຕຸລາປີ 2023 ໂດຍການຮ່ວມມື ກໍ່ສ້າງ ລະຫວ່າງ ສປ ຈີນ ແລະ ອິນໂດເນເຊຍ, ເຊື່ອມຕໍ່ ນະຄອນຫລວງ ຈາກາຕາ ກັບ ນະຄອນບັນດຸງ ເຊິ່ງເປັນຕົວເມືອງ ທ່ອງທ່ຽວ ທີ່ມີຊື່ສຽງ, ມີຄວາມຍາວ 142,3 ກິໂລແມັດ, ຄວາມໄວແລ່ນລົດ ສູງສຸດແມ່ນ 350 ກິໂລແມັດ ຕໍ່ຊົ່ວໂມງ, ເຮັດໃຫ້ການເດີນທາງ ລະຫວ່າງ ຈາກາຕາ ຫາ ບັນດຸງຈາກ 3 ຊົ່ວໂມງ ຫລຸດເຫລືອພຽງ 46 ນາທີ ໂດຍໄດ້ສະໜອງຮູບແບບ ການເດີນທາງທີ່ປອດໄພ, ສີຂຽວ,ມີປະສິດທິພາບ ລະດັບສູງ ແລະ ສະດວກ ສະບາຍໃຫ້ແກ່ ປະຊາຊົນ ທີ່ອາໄສ ຢູ່ແຄມທາງລົດໄຟ. ຂະນະທີ່ ຈຳນວນ ການແລ່ນລົດ ຂອງທາງລົດໄຟ ຄວາມໄວສູງ ຈາກາຕາ-ບັນດຸງ ໃນແຕ່ລະວັນ ຈາກເລີ່ມຕົ້ນມີ 14 ຖ້ຽວ ໄດ້ເພີ່ມຂຶ້ນເປັນ 62 ຖ້ຽວ ໃນປັດຈຸບັນ, ປະລິມານ ການຂົນສົ່ງ ຜູ້ໂດຍສານ ຕໍ່ວັນ ສູງສຸດຮອດ 25.000 ເທື່ອຄົນ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL