ສະຫະພັນນັກຮົບເກົ່າ ມອບເຄື່ອງອຸປະຖຳ ໃຫ້ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ
Email
Print
83

KPL - Asean 2024
ຂປລ. ສະຫະພັນນັກຮົບເກົ່າ ແຫ່ງຊາດລາວ ໄດ້ນໍາເອົາເຄື່ອງອຸປະຖໍາ ປະກອບມີ: ຕູ້ແຊ່ນໍ້າເຢັນ 2 ໜ່ວຍ ແລະ ໝໍ້ນໍ້າຮ້ອນ 2 ໜ່ວຍ ມາມອບໃຫ້ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ກ່າວມອບໂດຍ ທ່ານ ພັນເອກ ບົວຄຳ ແກ້ວມະຫາວົງ ຫົວໜ້າກົມໂຄສະນາ-ອົບຮົມ ສະຫະພັນນັກຮົບເກົ່າ ແຫ່ງຊາດລາວ
ຂປລ. ສະຫະພັນນັກຮົບເກົ່າ ແຫ່ງຊາດລາວ ໄດ້ນໍາເອົາເຄື່ອງອຸປະຖໍາ ປະກອບມີ: ຕູ້ແຊ່ນໍ້າເຢັນ 2 ໜ່ວຍ ແລະ ໝໍ້ນໍ້າຮ້ອນ 2 ໜ່ວຍ ມາມອບໃຫ້ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ກ່າວມອບໂດຍ ທ່ານ ພັນເອກ ບົວຄຳ ແກ້ວມະຫາວົງ ຫົວໜ້າກົມໂຄສະນາ-ອົບຮົມ ສະຫະພັນນັກຮົບເກົ່າ ແຫ່ງຊາດລາວ ພ້ອມຄະນະ ແລະ ກ່າວຮັບໂດຍ ສະຫາຍ ພັນເອກ ສະແຫວງ ແດນນາມົນ ຫົວໜ້າການເມືອງ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ພ້ອມດ້ວຍຄະນະ ເຂົ້າຮ່ວມ.
ໂອກາດນີ້, ສະຫາຍ ພັນເອກ ສະແຫວງ ແດນນາມົນ ຕາງໜ້າໃຫ້ຄະນະພັກ-ຄະນະອຳນວຍການ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ສະແດງຄວາມຂອບອົກຂອບໃຈມາຍັງ ສະຫະພັນນັກຮົບເກົ່າແຫ່ງຊາດລາວ ທີ່ໄດ້ນຳເອົາເຄື່ອງມາມອບໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນສໍາຄັນໜຶ່ງ ເຂົ້າໃນການອໍານວຍຄວາມສະດວກ ຢູ່ພາຍໃນໂຮງຮຽນ, ພ້ອມທັງ ໃຫ້ຄຳໝັ້ນສັນຍາວ່າ ຈະນຳເອົາເຄື່ອງທີ່ໄດ້ຮັບໃນຄັ້ງນີ້ ໄປໝູນໃຊ້ໃຫ້ເກີດປະໂຫຍດສູງສຸດ.
ຂ່າວ: ໂອລິນ ມິ່ງມີໄຊ